ມ.ສນາມໄຊ ຜູ້ເສັຽຊີວິດ ມີເຖິງ 30

ສິດນີ
2018.07.26
F-victims ຊາວບ້ານຜູ້ທີ່ຖືກຊ່ອຍມາຈາກ ເມືອງສະໜາມໄຊ ແຂວງອັດຕະປື ທາງການໄດ້ຈັດໃຫ້ ມາຢູ່ຮ່ວມກັນ ໃນສູນບັນເທົາທຸກຊົ່ວຄາວ ທີ່ເມືອງປາກຊ່ອງ ແຂວງຈໍາປາສັກ
RFA/LX

ທາງການລາວຣາຍງານ ໃນຕອນບ່າຍຂອງມື້ນີ້ວ່າ (ເວລາທ້ອງຖິ່ນ) ຢ່າງນ້ອຍ ໄດ້ພົບເຫັນຜູ້ເສັຽຊີວິດ ຍ້ອນສັນເຂື່ອນແຕກ ເພີ້ມຂຶ້ນເປັນ 30 ຄົນ ຈາກຈຳນວນ ຜູ້ເສັຽຊີວິດໃນມື້ວານນີ້ 26 ຄົນ ໃນຂນະດຽວກັນ ຜູ້ທີ່ຍັງຫາຍສາບສູນ ກໍນັ້ນຍັງຢູ່ປະມານ 131 ຄົນ ຊຶ່ງໃນເວລານີ້ ຫນ່ວຍກູ້ພັຍກຳລັງຊອກຫາຢູ່. ດັ່ງເຈົ້າຫນ້າທີ່ ຮັບຜິດຊອບ ກ່ຽວກັບນ້ຳຖ້ວມ ທີ່ແຂວງອັດຕະປື ກ່າວຕໍ່ເອເຊັຽເສຣີ ໃນມື້ວັນທີ 26 ກໍຣະກະດາ ນີ້ວ່າ:

"ດຽວນີ້ຜູ້ເສັຽຊີວິດເຫັນສົບ ກໍຊາວປາຍຄົນ ຜູ້ສູນຫາຍກໍຍັງຫລາຍ ຍັງກູ້ບໍ່ທັນໄດ້ ຜູ້ທີ່ເຫັນສົບແລ້ວມື້ເຊົ້ານີ້ ຢູ່ທີ່ 26 ເທົ່ານັ້ນ ຫລື 30 ຄົນ ມື້ເຊົ້ານີ້ ກໍເຫັນອີກສາມຄົນ ແຕ່ເອົາມາໄດ້ແຕ່ຜູ້ນຶ່ງ ເພາະວ່າມັນຄ່ຳຫລາຍ ກູ້ພັຍເອົາມາບໍ່ໄດ້ ຊິພຍາຍາມກູ້ພັຍ ໃຫ້ມັນແລ້ວ ເພາະວ່ານ້ຳ ມັນກໍເລີ້ມລົງ ແຕ່ນ້ຳມັນກໍຍັງມາຕື່ມອີກ."

ໃນຂນະດຽວກັນ ທາງການແຂວງອັດຕະປື ກໍໄດ້ຣາຍງານ ໃນຕອນເຊົ້ານີ້ວ່າໂຕເລກ ຂອງປະຊາຊົນ ຜູ້ທີ່ໄດ້ຮັບຜົລກະທົບ ອາດສູງເຖິງ 8 ພັນຄົນ ເນື່ອງຈາກຍັງມີຫລາຍບ້ານ ທີ່ອາສັຍຢູ່ແຄມນ້ຳເຊປຽນ ແລະເຊນ້ຳນ້ອຍ ໃກ້ກັບເຂດພູພຽງບໍລະເວນ ທີ່ ເມືອງປາກຊ່ອງ ຊຶ່ງເປັນ ເຂດໃຕ້ນ້ຳ ຍັງມີຜູ້ຫາຍສາບສູນຫລາຍຢູ່ ທີ່ທິມກູ້ພັຍ ຍັງຊອກຫາບໍ່ເຫັນເທື່ອ.

ສ່ວນສະພາບນ້່ຳຖ້ວມ ໃນຕອນບ່າຍຂອງມື້ວັນທີ 26 ກໍຣະກະດາ ນີ້ກໍໄດ້ຫລຸດລົງແດ່ແລ້ວ ໃນບາງພື້ນທີ່ ເນື່ອງຈາກ ບໍ່ມີຝົນຕົກລຽນຕິດ ແຕ່ໃນຫລາຍແຫ່ງ ຍັງສູງຢູ່ ແລະກໍເປັນອັນຕະລາຍ ຫນ່ວຍກູ້ພັຍ ກໍເຂົ້າໄປໄດ້ຍາກ.

ນັກວິຊາການ ສາຂາວິທຍາສາດ ແລະເທັກໂນໂລຈີ ຂອງໄທ ຈາກ ມະຫາວິທຍາລັຍສົງຂາ ຣາຍງານ ຕໍ່ສື່ມວນຊົນໄທ ວ່າພື້ນທີ່ ເມືອງ ສະໜາມໄຊ ແຂວງອັດຕະປື ມີລັກສນະ ເປັນກົ້ນຫມໍ້ ການຣະບາຍນ້ຳ ມີຊ່ອງແຄບ ອາດເຮັດໃຫ້ນ້ຳຖ້ວມຂັງ ບໍ່ຕ່ຳກວ່າ 20 ມື້ ກ່ອນນ້ຳຈະບົກລົງຫມົດໄດ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.