ຟ້າຝົນບໍ່ອໍານວຍໜ່ວຍ ກູ້ພັຍ ໄດ້ໂຈະ
2018.08.20

ຫນ່ວຍກູ້ພັຍພາຍໃນແລະຈາກຕ່າງປະເທດ ທີ່ຍັງຊອກຄົ້ນຫາ ຜູ້ປະສົບພັຍນ້ຳຖ້ວມ ຈາກເຂື່ອນເຊປຽນແຕກ ທີ່ເມືອງສນາມໄຊ ແຂວງອັດຕະປື ທີ່ຍັງຫາຍສາບສູນ ຢູ່ 96 ຄົນນັ້ນ ໃນເວລານີ້ ໄດ້ໂຈະການຄົ້ນຫາ ຊົ່ວຄາວ ຍ້ອນຝົນຕົກຫນັກ ແລະນ້ຳຖ້ວມ ໃນຫລາຍພື້ນທີ່ ແລະຈົນກວ່ານ້ຳຈະບົກລົງ ຈຶ່ງຈະຊອກຫາຄືນໃຫມ່. ດັ່ງ ພົນຈັຕວາ ຜາລົມ ລິນທອງ ຮອງຫົວຫນ້າກົມໃຫຍ່ຕໍາຣວດ ກະຊວງປ້ອງກັນປະເທດ ກ່າວຕໍ່ເອເຊັຽເສຣີໃນ ມື້ວັນທີ 17 ສິງຫາ ນີ້ວ່າ:
"ເຣື້ອງການສືບຕໍ່ປະຕິບັດແຜນການສືບຄົ້ນ ເກັບກູ້ຜູ້ຫາຍສາບສູນນັ້ນ ເມື່ອໃດມັນແຫ້ງ ຈື່ງສືບຕໍ່ປະຕິບັດແຜນການໄດ້, 15 ຖືກນ້ຳຖ້ວມ ກໍອອກເຄື່ອນໄຫວບໍ່ໄດ້ ກໍລໍຖ້ານ້ຳແຫ້ງ ຈື່ງເລີ້ມຕົ້ນປະຕິບັດແຜນການ."
ທ່ານກ່າວຕື່ມວ່າ ປັດຈຸບັນ ມີຫນ່ວຍກູ້ພັຍ ເຂົ້າມາປະຕິບັດງານໃນພາກສນາມ ກໍມີຫນ່ວຍກູ້ພັຍ ຈາກກອງທັບປະຊາຊົນລາວ, ທີມກູ້ພັຍ ຈາກປະເທດວຽດນາມ ແລະສິງກະໂປ ທີ່ຫາກໍເຂົ້າມາໃນພື້ນທີ່ ໃນວັນທີ 15 ສິງຫາ ຜ່ານມາແຕ່ຕ້ອງໄດ້ ລໍຖ້າໄປກ່ອນ ເນື່ອງຈາກວ່າ ຝົນຕົກຫນັກ ຕິດຕໍ່ກັນເປັນເວລາຫລາຍມື້ ໃນເຂດເປົ້າຫມາຍມີນ້ຳຖ້ວມສູງ.
ສ່ວນການລຳລຽງອາຫານການກິນແລະນ້ຳດື່ມ ເຂົ້າໄປໃນສູນບັນເທົາທຸກຊົ່ວຄາວ ເປັນຕົ້ນທີ່ບ້ານທ່າແສງຈັນ, ບ້ານສະຫນອງເຫນືອ, ບ້ານປິ່ນດົງ ແລະບ້ານຫີນລາດນັ້ນ ກໍໄດ້ລຳລຽງໄປທາງຍົນ ຂອງກອງທັບປະຊາຊົນລາວ.
ທ່ານເວົ້າວ່າ ຍ້ອນສະພາບດິນຟ້າອາກາດ ໃນຣະຍະສອງມື້ນີ້ ມີຝົນຕົກຫນັກ ຢ່າງຕໍ່ເນື່ອງເປັນເວລາຫລາຍມື້ ບວກກັບການປ່ອຍນ້ຳ ຈາກເຂື່ອນເຊຂະຫມານ 1 ຈຳນວນ 200 ແມັດກ້ອນຕໍ່ວິນາທີ ເຮັດໃຫ້ຣະດັບນ້ຳ ໃນເຂດເປົ້າໝາຍສູງຂຶ້ນ ແລະ ຍັງເວົ້າບໍ່ໄດ້ວ່າ ຈະສາມາດກັບຄືນເຂົ້າໄປ ປະຕິບັດຫນ້າທີ່ ຊອກຄົ້ນຫາຜູ້ເຄາະຮ້າຍ ອີກໄດ້ເມື່ອໃດ. ຕ້ອງໄດ້ລໍຖ້າຣະດັບນ້ຳຫຼຸດລົງກ່ອນ.