ຕໍາຣວດອັດຕະປື ສືບສວນ ສາເຫດ ໄຟໄໝ້

ສຸພັດຕາ
2018.01.19
F-fire-attapeu ໄຟໄຫມ້ຕລາດຫຼັກສາມ ເມືອງສນາມໄຊ ແຂວງ ອັດຕະປື ເສັຽຫາຍໜັກສົມຄວນ ໃນຕອນເຊົ້າເວລາປະມານ 4:00 ວັນທີ 16 ມົກກະຣາ 2018
Screen captured Mahason Magazine FB page

ເຈົ້າຫນ້າທີ່ຕຳຣວດແຂວງອັດຕະປື ສືບສວນສອບສວນຫາສາເຫດ ໄຟໄຫມ້ຕລາດຫຼັກສາມທີ່ ເມືອງສນາມໄຊ ໃນເວລາ 3 ໂມງເຊົ້າ ຂອງ ວັນທີ 16 ມົກຣາ ຊຶ່ງຄາດວ່າຄວາມເສັຽຫາຍ ທັງຫມົດປະມານ 5 ຕື້ກີບ, ດັ່ງເຈົ້າຫນ້າທີ່ຕຳຣວດ ແຂວງອັດຕະປື ທ່ານນຶ່ງກ່າວຕໍ່ ວິທຍຸ ເອເຊັຽເສຣີ ໃນມື້ວັນທີ 17 ມົກຣານີ້ວ່າ:

"ຍັງບໍ່ທັນສຳຣວດເດີ ບໍ່ທັນສຳຣວດຄືນວ່າ ມັນອັນໃດຂໍ້ມູນ ຜົບເສັຽຫາຍມັນທໍ່ໃດຣະດັບ 5 ຕື້ບໍ."

ທ່ານກ່າວຕື່ມວ່າ ໃນເວລານີ້ ຕຳຣວດກຳລັງກວດກາຄວາມເສັຽຫາຍ ແລະຊອກຫາສາເຫດໄຟໄຫມ້ ວ່າເກີດຈາກຫຍັງກັນແທ້ ຂະນະທີ່ ຫລາຍຄົນເວົ້າວ່າ ເກີດຈາກໄຟຟ້າລັດວົງຈອນ. ໃນຂະນະດຽວກັນ ທ່ານ ອຸ່ນຫລ້າ ໄຊຍະສິດ ຮອງເຈົ້າແຂວງອັດຕະປື ໄດ້ຖແລງເຖິງ ຜົລເສັຍຫາຍເບື້ອງຕົ້ນ ວ່າ:

"ຈາກການສຳຣວດເບື້ອງຕົ້ນເຖິງຜົລເສັຍຫາຍ ກະອາຄານການຄ້າໃນຕລາດຫັ້ນ ກະນຶ່ງຫຼັງ ກໍມີບັນດາຮ້ານຄ້າ ກໍປະເມີນການເສັຍຫາຍນີ້ ກໍຍັງບໍ່ທັນໄດ້ ປະເມີນໄດ້ວ່າ ເສັຍຫາຍຫລາຍໜ້ອຍປານໃດ ຕໍ່ເຫດການທີ່ເກີດຂຶ້ນ ໃນຄັ້ງນີ້."

ຕາມການບອກເລົ່າຂອງເຈົ້າໜ້າທີ່ດັບເພີງ ໄຟໄໝ້ຮ້ານຂາຍເຄື່ອງ 70 ປາຍຫ້ອງ ແລະຮ້ານຂາຍເຄື່ອງຍ່ອຍ 33 ຫ້ອງ. ສ່ວນຫລາຍ ເປັນຮ້ານຂາຍເຄື່ອງອຸປໂພກ ບໍລິໂພກ, ເຄື່ອງນຸ່ງຫົ່ມ ແລະຮ້ານຂາຍເຄື່ອງອິເຫຼັກໂຕຣນິກ. ຕາມຄຳເວົ້າຂອງ ເຈົ້າໜ້າທີ່ ຕຳຣວດ ແຂວງອັດຕະປື, ການກວດກາຄວາມເສັຍຫາຍ ແລະການສືບສວນສອບຫາ ສາເຫດໄຟໄຫມ້ນັ້ນ ອາຈຮູ້ຣາຍລະອຽດ ໃນອາທິດຫນ້າ.

ໃນຕລາດຫລັກສາມນີ້ ເປັນຕລາດເກົ່າຊຸດໂຊມຫລາຍ, ບໍ່ມີການສ້ອມແປງ, ບໍ່ມີເຈົ້າຫນ້າທີ່ ຮັກສາຄວາມປອດພັຍ ປະຈຳຢູ່. ເຈົ້າຫນ້າທີ່ ຜແນກອຸດສາຫະກັມ ແລະການຄ້າ ແຂວງອັດຕະປື ເວົ້າວ່າ ຕລາດຫຼັກສາມ ເປັນຕລາດໃຫຍ່ ໃນແຂວງອັດຕະປື ໂດຍມີບໍຣິສັດ ເອກຊົນ ເປັນຜູ້ຮັບເໝົາແລະບໍຣິຫານ ສ່ວນເຣື້ອງການຈ່າຍຄ່າຊົດເຊີຍຄວາມເສັຽຫາຍນັ້ນ ປັດຈຸບັນຍັງລໍຖ້າຜູ້ຕາງໜ້າ ຈາກບໍຣິສັດທີ່ຮັບເໝົາຕລາດ ຊຶ່ງຈະເຂົ້າມາ ພົບທາງການ ແຂວງອັດຕະປື ນັ້ນຢູ່.

ຕາມບົດບັນທຶກຂອງເຈົ້າໜ້າທີ່ກົມຕຳຣວດ ສະກັດກັ້ນແລະມອດໄຟ ປີຜ່ານມາທົ່ວປະເທດມີອັຄຄີພັຍເກີດຂຶ້ນ ປະມານ 200 ຄັ້ງ, ມູນຄ່າ ການເສັຍຫາຍ 1.064 ຕື້ກີບ ໃນນັ້ນໄຟໄໝ້ເຮືອນ 186 ຫຼັງມີຜູ້ເສັຽຊີວິດ 8 ຄົນ. ໄຟໄໝ້ສູນການຄ້າ 1 ແຫ່ງ, ໄໝ້ຕະຫລາດ 4 ແຫ່ງ.  ສາເຫດສ່ວນໃຫຍ່ ມາຈາກໄຟຟ້າລັດວົງຈອນ ຮວມເຖິງການຈູດທູບທຽນ ບູຊາ ໃນເຮືອນ ນຳດ້ວຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.