ການຊ່ອຍເຫຼືອທະຍອຍສູ່ ຂ.ອັດຕະປື
2018.07.25

ປັຈຈຸບັນຫລາຍອົງການ ຈາກພາກເອກຊົນ ແລະພາກຣັຖບານ ຈາກຫລາຍແຂວງ ໃນລາວ ຮວມທັງຈາກສາກົນ ເຣີ້ມທະຍອຍລົງພື້ນທີ່ ເພື່ອຊ່ວຍຜູ້ປະສົບພັຍນໍ້າຖ້ວມ ຢູ່ເມືອງສະໜາມໄຊ ແຂວງອັດຕະປື ໂດຍໄດ້ນໍາ ນໍ້າດຶ່ມ, ອາຫານ, ແລະເຄື່ອງໃຊ້ ຈໍາເປັນຕ່າງໆໄປ ແຈກຢາຍໃຫ້ປະຊາຊົນ ທີ່ໄດ້ຮັບຜົນກະທົບ ແລະຄາດວ່າຍັງຈະມີ ເຂົ້າມາເພີ້ມຕຶ່ມ ໃນໄວໆນີ້. ດັ່ງ ເຈົ້າໜ້າທີ່ ປະຈໍາສູນຊ່ອຍເຫລືອ ຜູ້ປະສົບພັຍແຂວງອັດຕະປື ກ່າວຕໍ່ວິທຍຸເອເຊັຍເສຣີ ວ່າ:
“ເຈົ້າ, ຫລາຍອົງກອນກໍໄດ້ເຂົ້າມາ ແລ້ວເດ ເຂົາມາສ່ວນໃຫຍ່ແລ້ວ ເຂົາລົງໄປຫາ ພາກສນາມເລີຍນະ ຂອງຣັຖບານແດ່ ເພາະວ່າເຮົາ ປະຈໍາພີ້ ຢູ່ສູນຮັບບໍຣິຈາກ ແມ່ນມີເຂົ້າສານ ແລ້ວກໍປະເພດ ອາຫານ ກະປ່ອງແດ່ ແລະກໍເຄື່ອງນຸ່ງຫົມ."
ທາງດ້ານເຈົ້າໜ້າທີ່ ຫ້ອງການປົກຄອງ ເມືອງພູວົງ ກ່າວວ່າຫລັງຈາກ ເກີດເຫດການນໍ້າຖ້ວມ ຢູ່ເມືອງສນາມໄຊ, ປັຈຈຸບັນ ທາງຫ້ອງການ ເມືອງພູວົງ ກໍໄດ້ສົ່ງທິມງານ ເຈົ້າໜ້າທີ່ ໄປຮ່ວມສົມທົບ ຊ່ວຍເຫລືແກ່ ຜູ້ປະສົບພັຍຮວມທັງ ເປິດຮັບບໍຣິຈາກ ອາຫານ, ແລະເຄື່ອງຂອງ ຈາກປະຊາຊົນພາຍໃນ ເມືອງພູວົງ ຊື່ງກໍມິ ຜູ້ໃຈບຸນຫລາຍຄົນ ໃຫ້ ການບໍຣິຈາກຊ່ວຍເຫລືອ ຈາກນັ້ນຈະໄດ້ນໍາເອົາ ວັດຖຸປັດຈັຍ ສ່ວນນີ້ ໄປມອບໃຫ້ແກ່ຜູ້ປະສົບພັຍ ໃນມື້ອື່ນ.
”ກໍໄດ້ສົ່ງຢູ່ ກໍບໍ່ທັນໄດ້ຫລາຍ ຊ່ວຍເຫລືອດ້ານເຄື່ອງບໍຣິໂພກ ອຸປໂພກຫັ້ນແຫລະ ຜູ້ໃກ້ໆກໍມາຫ້ອງການ ບັນດາຜູ້ທີ່ວ່າ ມີຄວາມສັດທາ ທີ່ວ່າພວກເຮົາ ແກ່ວັດຖຸປັດຈັຍ ຫັ້ນນະ ໄປຊ່ວຍເຂົາມື້ອື່ນ.”
ນອກຈາກທີ່ກ່າວມາ ຂ້າງເທິງນີ້ແລ້ວ ມີຣາຍງານເພີ້ມຕື່ມ ຈາກໂຮງໝໍແຂວງອັດຕະປື ວ່າລ່າສຸດນີ້ ມີຄົນເຈັບ ຈາກເຫດນໍ້າຖ້ວມຢູ່ ເມືອງ ສະໜາມໄຊ ໄດ້ຖຶກສົ່ງມາປີ່ນປົວ ຢູ່ໂຮງໝໍແຂວງແລ້ວ 1 ຄົນ ແລະວ່າຍັງມີອີກ ຢ່າງນ້ອຍ 2 ຄົນ ທີ່ຈະສົ່ງຕາມມາ. ດັ່ງ ທ່ານໝໍໂຮງໝໍ ແຂວງອັດຕະປື ທ່ານນຶ່ງ ກ່າວວ່າ:
”ເອົາມາມື້ວານນີ້ case ນຶ່ງ ສ່ວນຫລາຍເຂົາເຈົ້າປ່ວຍຢູ່ ເມືອງສະໜາມໄຊ ການຂົນສົ່ງມັນລໍາບາກ ໄດ້ອົພຍົບມາ.”
ທ່ານກ່າວຕື່ມວ່າ ຖ້າມື້ອື່ນສະພາບອາກາດ ເອື້ອອໍານວຍ ຈະມີຄົນເຈັບແຂນຫັກ ສອງຄົນ ນໍາສົ່ງເຂົ້າມາ ໂຮງໝໍແຂວງ ຊຶ່ງທາງໂຮງໝໍ ກໍມີອຸປກອນ ປິ່ນປົວທີ່ທັນສມັຍກວ່າ ແລະທາງເຈົ້າໜ້າທີ່ ປະຈໍາໂຮງໝໍ ແຂວງກໍໄດ້ກະຕຽມ ພ້ອມທີ່ຈະຮັບຄົນເຈັບ ຈາກພັຍພິບັດນໍ້າຖ້ວມ ຄັ້ງນີ້ ແລະຄາດວ່າ ຄົງຈະມີຫລາຍຄົນ ຖືກສົ່ງເຂົ້າມາ.