ສະພາບແວດລ້ອມຢູ່ລາວ ຍັງເປັນ ບັນຫາ

ພູວົງສ໌
2019.04.22
f-trash ກອງຂີ້ເຫຍື້ອ ຕາມແຄມຖນົນຫົນທາງ ທີ່ຖືກນໍາມາຖິ້ມ ແບບບໍ່ຄໍານຶງ ເຖິງຜົນກະທົບ ໃນໄລຍະຍາວ
RFA/VD

ບັນຫາສະພາບແວດລ້ອມໃນລາວ ຍັງເປັນສິ່ງທ້າທາຍ ຕໍ່ວັນຄຸ້ມຄອງໂລກ ຫຼື Earth Day ວັນທີ 22 ເມສາ ນີ້, ເຊິ່ງປະຈຸບັນຫຼາຍພື້ນທີ່ ໃນລາວ ຍັງພົບກັບບັນຫາ ດ້ານສະພາບແວດລ້ອມ ຫຼາຍຮູບແບບຢູ່. ເປັນຕົ້ນເມື່ອວັນທີ 20 ເມສາ ທີ່ຜ່ານມານີ້, ເກີດການຈູດເຜົາຂີ້ເຫຍື້ອ ໃນສນາມຂີ້ເຫຍື້ອ ຢູ່ບ້ານໂພນວຽງ, ເມືອງວັງວຽງ ແຂວງວຽງຈັນ ເຮັດໃຫ້ປະຊາຊົນປະມານ 240 ຄອບຄົວ ໄດ້ຮັບຜົລກະທົບ ຍ້ອນຄວັນ ແລະກິ່ນຂິວເຂົ້າໄປຮອດບ່ອນຢູ່ອາໃສ. ດັ່ງຊາວບ້ານທີ່ໄດ້ຮັບຜົລກະທົບ ທ່ານນຶ່ງ ໄດ້ກ່າວຕໍ່ຜູ້ສື່ຂ່າວ ເອເຊັຽເສຣີ ໃນວັນທີ 22 ເມສາ ນີ້ ວ່າ:

“ໄດ້ຮັບຜົລກະທົບຫັ້ນແຫຼະ ເພາະວ່າມັນຢູ່ໃກ້ບ້ານເນາະມັນເວົ້າເຣື້ອງຄວັນ ຄວັນໄຟ ລະກາງຄືນມັນກະນອນບໍ່ໄດ້ ຫັ້ນແຫຼະການຫາຍໃຈ.”

ທ່ານເວົ້າອີກວ່າ ບັນຫາການຈູດຂີ້ເຫຍື້ອຢູ່ສນາມດັ່ງກ່າວ ເກີດຂຶ້ນມາເປັນເວລາ 3 ປີ ປາຍແລ້ວ, ແຕ່ເທື່ອນີ້ ປະຊາຊົນໄດ້ຮັບຜົລກະທົບ ໜັກໜ່ວງທີ່ສຸດ. ໃນເມື່ອກ່ອນ, ເທສບານເຄີຍເອົາຂີ້ເຫຍື້ອມາຈູດທຳຣາຍ ຢູ່ບ່ອນດັ່ງກ່າວ, ແຕ່ໃນໄລຍະຫຼັງໆມານີ້ ມີພາກສ່ວນທຸຣະກິຈ ຈຳນວນຫຼາຍ ໄດ້ເອົາຂີ້ເຫຍື້ອມາຖິ້ມ ແລະຈູດເຜົານຳ. ບໍ່ພຽງແຕ່ເທົ່ານັ້ນ, ກອງຂີ້ເຫຍື້ອດັ່ງກ່າວ ຍັງເຮັດໃຫ້ມີກິ່ນເໝັນ ແລະ ມີແມງວັນ ຫຼາຍ, ເຊິ່ງບັນຫານີ້ ຊາວບ້ານຫຼາຍຄົນ ກໍເຄີຍຮ້ອງຮຽນໃຫ້ທາງການຊ່ວຍແກ້ໄຂ, ແຕ່ກໍຍັງ ມິດງຽບຢູ່ເທົ່າທຸກມື້ນີ້.

ຜູ້ສື່ຂ່າວເອເຊັຽເສຣີ ໄດ້ຕິດຕໍ່ໄປຫາເຈົ້າໜ້າທີ່ ຫ້ອງການຊັພຍາກອນທັມມະຊາດ ແລະສິ່ງແວດລ້ອມເມືອງວັງວຽງ ແຕ່ເຈົ້າໜ້າທີ່ກ່ຽວຂ້ອງ ບອກວ່າ ຍັງບໍ່ຮູ້ຫຍັງເທື່ອ ກ່ຽວກັບບັນຫາດັ່ງກ່າວ, ແຕ່ຈະເລັ່ງກວດກາ ສະພາບໂຕຈິງ ແລະ ແກ້ໄຂບັນຫາ ໃຫ້ຊາວບ້ານ.

ກ່ອນໜ້ານີ້, ປະຊາຊົນຢູ່ບ້ານໂພນຊູ ແລະ ບ້ານຫ້ວຍງາມ ເມືອງວັງວຽງ ຫາກໍ່ໄດ້ຮັບຜົລກະທົບ ຈາກໂຮງການຜລິຕຊີເມັນລາວວັງວຽງ ທີ່ປ່ອຍທັງຄວັນອອກຈາກໂຮງງານ, ສຽງລົບກວນຈາກຣົດບັນທຸກ ທີ່ແລ່ນເຂົ້າອອກໂຮງງານ ແລະບັນຫາຂີ້ຝຸ່ນ ຕາມເສັ້ນທາງເລຂທີ 13 ເໜືອ ສົ່ງຜົລໃຫ້ເດັກນ້ອຍນັກຮຽນ ທີ່ສັນຈອນໄປມາ ເປັນຫວັດເປັນໄອ. ມາຮອດປະຈຸບັນ, ບັນຫານີ້ກໍຍັງບໍ່ຖືກແກ້ໄຂເທື່ອ.

ໃນຣະຫວ່າງກອງປະຊຸມສະພາແຫ່ງຊາຕລາວ ເມື່ອປີກາຍ, ທ່ານ ສົມມາດ ພົລເສນາ, ຣັຖມົນຕຣີກະຊວງ ຊັພຍາກອນທັມມະຊາດ ແລະ ສິ່ງແວດລ້ອມ ໄດ້ກ່າວກ່ຽວກັບບັນຫາຂີ້ເຫຍື້ອ ຢູ່ ເມືອງວັງວຽງ ແລະ ສັ່ງໃຫ້ມີການກວດກາ ແລະ ແກ້ໄຂຄືນ ຢ່າງຮີບດ່ວນ:

“ບັນຫາໂຮງງານຊີມັງວັງວຽງນີ້ ຂ້າພະເຈົ້າຄຶດວ່າ ຈະຕ້ອງມີການກວດກາຄືນ ເພາະວ່າໃນຕົ້ນປີນີ້ ຂ້າພະເຈົ້າໄດ້ໄປເຮັດວຽກກັບ ກອງພົລ ທີ 1, ກອງພົລທີ 1 ເພິ່ນກະສເນີຂີ້ເຫຍື້ອ ໄປກິນເຂົ້າຫັ້ນ ຖືວ່າ ແມງວັນບໍ່ໃຫ້ເວົ້າແຫຼະ. ຂໍຣາຍງານຕໍ່ ທ່ານ ສະມາຊິກສະພາ, ຕາມ ພະນັກງານ ເຂົາຣາຍງານ ປະກົດວ່າຢູ່ວັງວຽງຫັ້ນບໍ່ມີດິນ. ສະນັ້ນແລ້ວ, ຄຶດວ່າຄວນປັບປຸງຫັ້ນແລ້ວ ຕ້ອງມີບ່ອນມ້ຽນ ຂີ້ເຫຍື້ອຫັ້ນ.”

ເມື່ອບໍ່ດົນມານີ້ ກໍໄດ້ເກີດເຫຕໄຟໄໝ້ປ່າຢູ່ເຂດພູພະນັງ ເມືອງສັງທອງ ນະຄອນຫຼວງວຽງຈັນ ເຮັດໃຫ້ຕົ້ນໄມ້ຖືກໄຟໄໝ້ ເສັຽຫາຍຈຳນວນ ຫຼາຍ ແລະເປັນນຶ່ງໃນສາເຫຕ ທີ່ກໍ່ໃຫ້ເກີດມົລພິດທາງອາກາດ ຢ່າງໜັກ ຈົນເຮັດໃຫ້ເກີດມີຝຸ່ນພິດ ຫຼືຝຸ່ນ PM 2.5 ສູງເກີນຄ່າມາຕຖານ.

ໃນວັນຄຸ້ມຄອງໂລກວັນທີ 22 ເມສາ ນີ້, ຫຼາຍຂແນງການຢູ່ລາວ ບໍ່ໄດ້ຈັດກິຈກັມ ສເລີມສລອງ ຫຼືກິຈກຳປູກຈິຕສຳນຶກ ກ່ຽວກັບວັນ ດັ່ງກ່າວ ແຕ່ຢ່າງໃດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.