ສັນເຂື່ອນເຊປຽນ ແຕກ
2018.07.24

ໃນວັນທີ 23 ກໍຣະກະດາ 2018 ເຂື່ອນໄຟຟ້າ ເຊປຽນ-ເຊນໍ້ານ້ອຍ ໄດ້ອອກແຈ້ງການດ່ວນ ໄປຍັງແຂວງຈຳປາສັກ ແລະ ແຂວງອັດຕະປື ໃຫ້ຍົກຍ້າຍປະຊາຊົນ ທີ່ຢູ່ໃກ້ເຂດເຂື່ອນເຊປຽນ ຍ້ອນວ່າ ຄູກັ້ນອ່າງເກັບນໍ້າແຕກຫຼາຍແຫ່ງ ແລະຍຸບລົງເຮັດໃຫ້ເຂື່ອນເຊປຽນ ຈຳເປັນຕ້ອງ ປ່ອຍນໍ້າ ອອກຈາກເຂື່ອນໃນໄລຍະເວລາ 3 ໂມງແລງ. ດັ່ງເຈົ້າໜ້າທີ່ຄນະຮັບຜິດຊອບ ແກ້ໄຂສະພາບສຸກເສີນນໍ້າຖ້ວມ ແຂວງ ອັດຕະປື ກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ນີ້ວ່າ:
"ອັນນີ້ເວົ້າຕາມເຫດການນີ້ ເພິ່ນແຈ້ງວ່າເພິ່ນປ່ອຍນໍ້າ ແຕ່ມາເບິ່ງຕົວຈິງແຫລະ ມັນເກີນຂອບເຂດແລ້ວ ຄັນວ່າປ່ອຍຫັ້ນນ່າ ເພິ່ນແຈ້ງກໍ ປະມານ 3 ໂມງແລງ ແຕ່ວ່າມາຮອດ 5 ໂມງແລງ ນໍ້າກໍສູງຫຼຸລັ່ງທັ່ງເທມາ ຮອດ 6 ໂມງແລງໄປບໍ່ໄດ້ເລີຍ ປະຊາຊົນ ຄ້າງຢູ່ປາຍໄມ້ ຄ້າງຢູ່ຫລັງຄາ ໝູ ໝາ ເປັດໄກ່ ບໍ່ຄ້າງໄຫລໄປເລີຍ."
ທ່ານກ່າວຕື່ມວ່າພຽງແຕ່ 2 ຊົ່ວໂມງປະຣິມານນໍ້າ ທີ່ຫຼວງຫຼາຍກໍ່ໄຫລລົງ ທາງໃຕ້ມາຢ່າງໄວ ແລະໄຫລເຂົ້າຖ້ວມເມືອງສະໜາມໄຊ ຢ່າງໄວວາໂດຍທີ່ ປະຊາຊົນອາສັຍຢູ່ຕາມແຄມນໍ້າເຊປຽນ ປະມານ 5 ຄົນ ຍັງບໍ່ທັນໄດ້ຮັບຮູ້ ແຈ້ງການໃດໆ, ຫຼາຍຄົນ ກໍ່ໜີນໍ້າບໍ່ທັນ ເກັບເຄື່ອງເກັບຂອງ ສັດລ້ຽງກໍ່ເອົາບໍ່ທັນໄຫລໄປກັບນໍ້າ.
ບໍຣິສັດ ເຊປຽນ-ເຊນໍ້ານ້ອຍ ແຈ້ງວ່າບໍຣິສັດພວກເຮົາ ຂໍແຈ້ງພາວະສຸກເສີນ ມາຍັງທ່ານວ່າ ສັນເຂື່ອນ D ກຳລັງຢູ່ໃນພາວະບໍ່ປອດພັຍ ອັນເນື່ອງມາຈາກຝົນຕົກລົງມາ ຢ່າງໜັກຕິດຕໍ່ກັນ ໃນເຂດການກໍ່ສ້າງ ທີ່ປາກຊ່ອງ ນໍ້າໄດ້ຖ້ວມລົ້ນສັນເຂື່ອນ ດັ່ງກ່າວ ຖ້າຫາກສັນເຂື່ອນ D ນັ້ນຫາກພັງລົງມາປະຣິມານນໍ້າ ຫລາຍກວ່າ 5 ລ້ານຕັນ ຈະໄຫລຕາມນໍ້າເຊປຽນ.
ດັ່ງນັ້ນ ຈຶ່ງຂໍແຈ້ງມາຍັງປະຊາຊົນ ທີ່ດຳລົງຊິີວິດ ຢູ່ເລາະລຽບຕາມສາຍນໍ້າດັ່ງກ່າວ ໃຫ້ຍົກຍ້າຍອອກຈາກ ແລວນໍ້ານັ້ນ ເພື່ອປ້ອງກັນ ຄວານເສັຍຫາຍ ທີ່ອາດຈະເກີດຂຶ້ນໄດ້.
ໃນຂນະດຽວກັນ ເຈົ້າໜ້າທີ່ ຄນະຮັບຜິດຊອບແກ້ໄຂ ສະພາບສຸກເສີນນໍ້າຖ້ວມ ແຂວງອັດຕະປື ອີກທ່ານນຶ່ງ ກ່າວຕໍ່ ວິທຍຸເອເຊັຍເສຣີ ໃນມື້ດຽວກັນວ່າ ຂນະນີ້ ແຂວງອັດຕະປື ມີປະຊາຊົນປະມານ ພັນປາຍຄົນ ທັງໝົດ 5 ບ້ານ ເປັນຕົ້ນ ບ້ານຫີນລາດ ທີ່ຖືກຜົລກະທົບໜັກ ແລະ ໄດ້ຍົກຍ້າຍອອກຈາກພື້ນທີ່ ມາຢູ່ບ່ອນທາງການ ຈັດສັນໃຫ້. ດັ່ງທ່ານກ່າວຕື່ມວ່າ :
"ສະພາບເມືອງສະໜາມໄຊ ວ່າດຽວນີ້ໂອ້ຍ... ນໍ້ານີິ້ມັນໂລດໝົດ 5 ບ້ານ ແຕ່ລະບ້ານເກືອບວ່າເຄິ່ງ ໆ ຄົນຫາບໍ່ທັນເຫັນ ໂຮມກັນບໍ່ທັນໄດ້ ນໍ້າໄຫລແຮງ ຂໍຄວາມຊ່່ວຍເຫລືອແນ່ເດີ້ ເພາະວ່າຄົນນີ້ ຢູ່ນຳກົກໄມ້ກົກຕອກ ຫລາຍໂຮມກັນບໍ່ໄດ້ ເຮືອສິໄປ ກໍບໍ່ພໍກັນໄປຫາ ໝົດ 5 ບ້ານ."
ທ່ານກ່າວຕື່ມວ່າ ຂນະນີ້ມີປະຊາຊົນ ຈຳນວນນຶ່ງ ຊຶ່ງຍັງບໍ່ທັນຊາບຈຳນວນ ວ່າມີໜ້ອຍຫລາຍປານໃດ ຍັງບໍ່ທັນໄດ້ຮັບການຊ່ອຍເຫລືອ ຍົກຍ້າຍອອກມາຢູ່ບ່ອນປອດພັຍ ເນື່ອງຈາກກະແສນໍ້າໄຫລແຮງ ເຮັດໃຫ້ການເຂົ້າໄປຊ່ອຍເຫລືອເປັນເຮືອ ແລະ ເສື້ອຊູຊີບກໍ່ມີບໍ່ພຽງພໍ.
ສ່ວນກົມອຸຕຸນິຍົມວິທຍາ ແລະອຸທົກກະສາດ ຣາຍງານວ່າ ຣະວ່າງ ວັນທີ 23 ຫາ 29 ກໍຣະກະດາ ປີ 2018 ນີ້ ປະເທດລາວ ຍັງມີຝົນຕົກ ທົ່ວປະເທດ ແລະ ບາງພື້ນທີ່ ຈະມີຝົນຕົກໜັກ ໂດຍສະເພາະພື້ນທີ່ ທາງພາກກາງ ແລະພາກໃຕ້ ໃຫ້ປະຊາຊົນ ຣະວັງນໍ້າປ່າໄຫລຊຸ ແລະ ດິນເຈື່ອນ.