ລໍາດັບເຫດການພາຍຫຼັງ ນໍ້າຖ້ວມ
2018.07.27
ເຫດການນໍ້າຖ້ວມ ເມືອງສະຫນາມໄຊ ແຂວງອັດຕະປື ເຣີ້ມຂຶ້ນແຕ່ກາງຄືນ ຂອງວັນ 23 ກໍຣະກະດາ 2018 ເວລາປະມານ 10 ໂມງ ກາງຄືນ ຊຶ່ງມີຝົນຕົກຢ່າງໜັກ ເວົ້າລວມແມ່ນຢູ່ໃນຂົງເຂດພາກໃຕ້ ຈົນເຮັດໃຫ້ລໍານໍ້າຕ່າງໆເພີ່ມຂື້ນ ໃນຣະດັບສູງ ໄຫຼສູ່ອ່າງເກັບນໍ້າ ສຳຮອງ ຢູ່ໜ້າເຂື່ອນ ໄຟຟ້າເຊປຽນ-ເຊນໍ້ານ້ອຍ ທີ່ກຳລັງກໍ່ສ້າງ ກໍ່ເກີດມີບັນຫາຊຸດໂຕ ຫລື ທະລຸລົງ ເຮັດໃຫ້ນໍ້າທະລຸໄຫລເຂົ້າຖ້ວມ ບ້ານເຮືອນ ຂອງປະຊາຊົນ ເຖິງ 13 ບ້ານ ທີ່ຕັ້ງລຽບຢູ່ຕາມ ນໍ້າເຊກອງ-ນໍ້າເຊປຽນ ທີ່ມີປະຊາກອນອາສັຍຢູ່ 2,836 ຄົວເຮືອນ ພົລເມືອງ 13 ພັນປາຍຄົນ ຖືກຜົນກະທົບໜັກກວ່າໝູ່ ແມ່ນ 6 ບ້ານ.
ນໍ້າຂຶ້ນສູ່ລະດັບສູງ ກະແສນໍ້າໄຫລມາແຮງ ໄດ້ພັດເຮືອນຊານປະຊາຊົນເປ່ເພເສັຍຫາຍ ຢ່າງຫລວງຫລາຍ ຊຶ່ງບໍ່ສາມາດປະເມີນໄດ້ວ່າ ເສັຍຫາຍຫລາຍຊໍ່າໃດ ພ້ອມດຽວກັນນັ້ນກໍພັດເອົາປະຊາຊົນ ແຕກສະລຸພຸພາຍໄຫລໄປຕາມ ກະແສນໍ້າຄ້າງຢູ່ ຫລັງຄາເຮືອນກໍ່ມີ ຄ້າງຢູ່ ຕົ້ນໄມ້ກໍມີ ຫລືເສົາໄຟຟ້າ ຕາມໃຜທັນຢູ່ບ່ອນໃດ ຖືວ່າເປັນຈຳນວນຫລວງຫລາຍ ພໍສົມຄວນທັງໝົດໜີເກືອບບໍ່ທັນ ເຊິ່ງພາໃຫ້ເກີດມີ ຜົລເສັຍຫາຍ ທາງດ້ານຊັບສີນ ແລະ ພາຫະນະຕ່າງ ໆ ປະຊາຊົນໄປແຕ່ໂຕເພື່ອເອົາໂຕລອດ ຈາກເຫດການດັ່ງກ່າວຫັ້ນ.
ສ່ວນປະຊາຊົນທີ່ຫຼົບພັຍຢູ່ເທິງຫຼັງຄາເຮືອນ, ຢູ່ເທິງຕົ້ນໄມ້ໃຫຍ່ ທີ່ລໍຖ້າການຊ່ວຍເຫຼືອນັ້ນ, ມາຮອດຕອນແລງຂອງວັນທີ 24 ກໍຣະກະດາ 2018 ເຖິງເວລາ 19 ໂມງ ໄດ້ກອບກູ້ເອົາໝົດແລ້ວ ແລະ ນຳພາເຂົາເຈົ້າມາພັກເຊົາ ຢູ່ຫ້ອງການປົກຄອງເມືອງ, ໂຮງຮຽນໃນເທສບານ ເມືອງ ແລະທີ່ສູງປອດພັຍໝົດແລ້ວ. ໝ່ວຍກູ້ພັຍໄດ້ດຳເນີນການກວດກາລົງທະບຽນ ແລະ ກວດສຸຂພາບ, ຈັດສັນທີ່ຢູ່ອາສັຍຊົ່ວຄາວ, ຊ່ວຍບັນເທົາທຸກ ດ້ວຍເຄື່ອງນຸ່ງຫົ່ມ ອາຫານ, ຢາປົວພຍາດ ໃນລະດັບຕົ້ນ ລໍຖ້ານໍ້າລົງ ຈິ່ງຈະ ສຶບຕໍ່ຊ່ວຍປະຊາຊົນຕໍ່ໄປ.
ຕໍ່ກັບກໍຣະນີ ການເກັບກູ້ເອົາຜູ້ຍັງມີຊິວິດຢູ່ ຕລອດສອງວັນຜ່ານ ທ່ານ ອຸ່ນຫລ້າ ໄຊຍະສິດ ຮອງເຈົ້າແຂວງ ອັດຕະປື ທັງເປັນຮອງປະທານ ຄນະກັມມມະການຄຸ້ມຄອງ ພັຍພິບັດ ກ່າວວ່າ:
"ຕລອດຄືນຂອງວັນທີ 23 ກໍຣະກະດາ ມາຮອດປະຈຸບັນໄດ້ຖືກມອບໝາຍກັບທີມງານ ກໍ່ໄດ້ມີການເຄື່ອນໄຫວ ເກັບກູ້ທ້ອນໂຮມເອົາ ຜູ້ທີ່ຍັງມີຊີວິດຢູ່ ໃນສອງວັນຜ່ານມາ ຈົນມາຮອດຕອນຄໍ່າ ຂອງວັນທີ 25 ກໍຣະກະດາ ຖືວ່າພວກເຮົາກໍ່ໄດ້ມີຕົວເລກ ທີ່ໄດ້ທ້ອນໂຮມໄວ້ ທີ່ຈຸດເທສບານ ຂອງ ເມືອງສະໜາມໄຊ ໄດ້ທັງໝົດ 738 ຄອບຄົວ ລວມ 3318 ຄົນ ເຊີ່ງໄດ້ສລຸບ ໃນວັນທີ 25 ກໍຣະກະດາ ແລະ ໄດ້ຈັດສັນໃຫ້ຢູ່ຕາມ ສະຖານທີ່ໂຮງຮຽນ ຕາມສຳນັກງານອົງການຂອງເມືອງ ນີ້ເພື່ອເປັນການ ບັນເທົາ."
ທ່ານ ກ່າວຕື່ມວ່າ ຍັງມີປະຊາຊົນຈຳນວນນຶ່ງຍັງຕົກຄ້າງໃນເຂດເນີນສູງ ທີ່ໄປອາສັຍຢູ່ຊົ່ວຄາວ ໃນເຂດຮ່າງໄກສອກຫລີກ ເສັ້ນທາງໄປຫາ ຈຸດດັ່ງກ່າວ ຖືກຕັດຂາດຢູ່ 3 ຈຸດ ເຊັ່ນບ້ານທໍມາຢອດມີ 1 ພັນປາຍຄົນ, ບ້ານບົກມີ 600 ປາຍຄົນ ແລະ ບ້ານຫີນດົງ ມີ 300 ປາຍຄົນ ແຕ່ເຈົ້າໜ້າທີ່ໄດ້ເຂົ້າໄປ ເຖິງຈຸດນັ້ນແລ້ວ ປະຈຸບັນກໍ່ໄດ້ເອົາທີມແພດ ໄປບໍາບັດ ໄປຊ່ວຍຮັກສາສຸຂພາບ ແລະ ເອົາອາຫານການກິນໄປສົ່ງ ໂດຍທາງເຄື່ອງບິນ ແລະ ເຄື່ອງນຸ່ງຫົ່ມ ຈຳນວນນຶ່ງໄປຊ່ອຍບັນເທົາ ໃນເບື້ອງຕົ້ນ.
ປະຈຸບັນ ອີງຕາມຕົວເລກຣາຍງານຢ່າງເປັນທາງການ ໃນວັນທີ 25 ກໍຣະກະດາ ມີຜູ້ສູນຫາຍ 131 ຄົນ ເກັບກູ້ຊາກສົບຜູ້ເສັຍຊີວິດ ໄດ້ 2 ສົບສ່ວນອີກ 2 ສົບຍັງເອົາມາບໍ່ໄດ້.
ມາຮອດວັນທີ 26 ກໍຣະກະດາ ໄດ້ຮັບແຈ້ງຂ່າວຈາກທ້ອງຖິ່ນ ໃນຈຳນວນ 6 ບ້ານ ນ້ຳໄດ້ບົກລົງແລ້ວ ແລະ ນໍ້າໄດ້ໄຫລລົງໄປໃສ່ຕາດ ເຊປຽນ ໄປຖ້ວມເອົາບ້ານຢູ່ລຸ່ມຕື່ມອີກ ປະຈຸບັນປະຊາຊົນ ກໍໄດ້ຍ້າຍໄປຢູ່ເຂດເນີນສຸງ ລວມແລ້ວມີ 600 ປາຍຄົນ.
ການເກັບກູ້ຄົນ ຫລື ການຊອກຫາຊາກສົບຜູ້ເສັຍຊີວິດ ແລະ ການສຳຣວດ ພາຍຫລັງນໍ້າບົກລົງ ນີ້ກໍ່ເປັນອຸປສັກ ໃນການເຂົ້າເຖິງເຂດ ພັຍພິບັດ. ດັ່ງ ທ່ານ ຮອງເຈົ້າແຂວງກ່າວວ່າ:
"ດຽວນີ້ພວກເຮົາຍັງສືບຕໍ່ ພວກເຮົາຍັງເຂົ້າໄປບໍ່ເຖິງ ໄດ້ຮັບຂ່າວຈາກແຫລ່ງຂ່າວວ່າ ພວກເຂົາຍັງຢູ່ທີ່ນັ້ນ ທີ່ພວກເຮົາຈະໄດ້ເຂົ້າໄປຕື່ມ ແລະ ສະພາບນໍ້າເຊປຽນ ຢູ່ຕອນເທິງນີ້່ ຖືວ່ານໍ້າໄດ້ບົກລົງຫລາຍ ແລະນີ້ກໍ່ເປັນອຸປສັກ ໃນການເກັບກູ້ຄົນ ຄົ້ນຫາ ຊາກສົບຜູ້ທີ່ເສັຍຊີວິດບໍ່ ສີ່ງທີ່ວ່າພວກເຮົາຈະໄດ້ເອົາໃຈໃສ່ ອັນນີ້ຖືວ່າເປັນບັນຫາ ທ້າທາຍ ຕໍ່ທີມງານ ຮັບຜິດຊອບຂອງພວກເຮົາ."
ທ່ານກ່າວຕື່ມວ່າ ສຳລັບແຜນການທີ່ຄນະຮັບຜິດຊອບ ຍັງຈະສືບຕໍ່ແມ່ນ ການແຈກຢາຍເຄື່ອງນຸ່ງຫົ່ມ ໃຫ້ແກ່ປະຊາຊົນ ທີ່ໄດ້ທ້ອນໂຮມ ມາຢູ່ຈຸດ ເມືອງສະໜາມໄຊ, ເອົາທີມແພດກວດສຸຂພາບ ປະຊາຊົນ ແລະ ກຽມສ້າງຣະບົບຫ້ອງນໍ້າ.
ສ່ວນຢູ່ພາກສະໜາມແມ່ນໄດ້ ມີຫລາຍພາກສ່ວນ ເຂົ້າມາຮ່ວມຕື່ມ ເຊັ່ນໜ່ວຍກູ້ພັຍ ຈາກນະຄອນຫລວງວຽງຈັນ ແລະ ແຂວງໃກ້ຄຽງ ນອກນັ້ນຍັງມີ ທີມໜ່ວຍກູ້ພັຍ ຈາກໄທ, ຈີນ, ເກົາຫລີໃຕ້, ຍິ່ປຸ່ນ, ວຽດນາມ ໄດ້ມາສົມທົບ ສ່ວນແຜນຕົ້ນຕໍ່ ຍັງຈະຄົ້ນຫາຊາກຊົບ ແລະ ຜູ້ຍັງມີຊີວິດ ໃນເຂດດັ່ງກ່າວ.
ສ່ວນບັນຫາທີ່ສັງຄົມໃຫ້ຄວາມສົນໃຈຕລອດ ສາມວັນຜ່ານມານັ້ນ ເຈົ້າຂອງ ບໍໍຣິສັດ ເຂື່ອນໄຟຟ້າ ເຊປຽນ-ເຊນໍ້ານ້ອຍ ໄດ້ອອກມາ ຮັບຜິດຊອບ ຕໍ່ກໍຣະນີດັ່ງກ່າວ ບໍ່ ທ່ານ ວິທະຍາ ພົມມະຈັນ ຫົວໜ້າຜແນກ ພລັງງານ ລະບໍ່ແຮ່ ແຂວງ ກ່າວວ່າ:
"ທາງ ບໍຣິສັດ CNPC ໄດ້ປະສານມາຍັງແຂວງ ຈະໄດ້ຮ່ວມມືກັບແຂວງ ລົງກູ້ພັຍ ລົງສຳຣວດ ແລະ ສະໜອງສິ່ງຕ່າງໆ ທີ່ຈຳເປັນ ໃນການກູ້ພັຍ ແລະ ທົດແທນປະຊາຊົນ ທີ່ໄດ້ຮັບຜົນກະທົບຫັ້ນ ຊຶ່ງປະຈຸບັນນີ້ ທາງແຂວງໄດ້ປືກສາ ກັບບໍຣິສັດ ຈະໄດ້ເຣີ້ມ ປົວແປງ ກໍ່ສ້າງເສັ້ນທາງ ເຂົ້າມາໃນຕົວເມືອງ ອັນທີສອງ ແມ່ນສ້າງຫ້ອງນໍ້າ ສ້າງທີ່ພັກອາສັຍ ຂອງຈຳນວນຊຸມຊົນ ທີ່ອົພຍົບຈາກພັຍພິບັດ ມາຢູ່ກາງເມືອງພວກເຮົານີ້ ກໍ່ແມ່ນໄດ້ປືກສາກັນຮຽບຮ້ອຍ ກໍ່ຈະໄດດຳເນີນການສ້າງຫ້ອງນໍ້າ ສະທາຣະນຸປະໂພກ ນີ້ ສ່ວນແຜນໃນຕໍ່ໜ້າ ຈະໄດ້ຮ່ວມກັບບໍຣິສັດ ສຳຣວດສຶກສາ ເພື່ອການຄຸ້ມຄອງຕ່າງໆ ໃຫ້ສາມາດແກ້ໄຂບັນຫາໄດ້."
ໃນກໍຣະນີດັ່ງກ່າວ ທ່ານ ຄຳມະນີ ອີນທິລາດ ຣັຖມົນຕຣີ ກະຊວງພລັງງານ ແລະບໍ່ແຮ່ ໄດ້ຖະແຫຼງຂ່າວ ທີ່ນະຄອນຫຼວງວຽງຈັນ ໃນວັນອັງຄານ 25 ກໍຣະກະດາ ທີ່ຜ່ານມາ ວ່າກ່ຽວກັບເຣື່ອງ ການທົດແທ່ນຄ່າເສັຍຫາຍນັ້ນ ຂ້າພະເຈົ້າຢາກຢືນຢັນວ່າ ໂດຍຢືດຖື ຕາມຂໍ້ຕົກລົງ ຂອງການສຳປະທານ ເຫດການທີ່ເກີດຂຶ້ນທັງໝົດ ທີ່ກ່ຽວຂ້ອງກັບການກໍ່ສ້າງເຂື່ອນ ຜູ້ພັທນາໂຄງການຕ້ອງໄດ້ແບກຮັບ 100%.
ສ່ວນເຈົ້າໜ້າທີ່ອາວຸໂສ ຈາກບໍຣິສັດ ເຊປຽນ-ເຊນ້ຳນ້ອຍ ກ່າວວ່າ ບໍຣິສັດພ້ອມທີ່ຈະຮັບຜິດຊອບ ຕໍ່ເຫດການທີ່ເກີດຂຶ້ນ ອີງຕາມຂໍ້ຕົກລົງ ການສຳປະທານ ແລະກົດໝາຍທີ່ກ່ຽວຂ້ອງ. ບໍຣິສັດພວກເຮົາຈະຮັບຜິດຊອບ ຕໍ່ເຫດການທີ່ເກີດຂຶ້ນຕາມກົດໝາຍ ແນວໃດກໍຕາມ ຂ້າພະເຈົ້າບໍ່ສາມາດ ໃຫ້ລາຍລະອຽດກ່ຽວກັບ ການທົດແທນຄ່າເສັຽຫາຍໄດ້ ແລະບໍຣິສັດໄດ້ຢືນຢັນ ເຣື່ອງນີ້ ກັບການນຳລະດັບສູງ ຈາກສູນກາງ ແລະທ້ອງຖິ່ນ ແລະຣັຖບານເກົາຫລີໃຕ້ ແລ້ວ ເຫດການນໍ້າຖ້ວມ ເມືອງສະໜາມໄຊ ແຂວງ ອັດຕະປື ຄາດວ່າ ຍັງຕ້ອງໃຊ້ເວລາ ໃນການແກ້ໄຂໃຫ້ເຂົ້າສູ່ ພາວະປົກກະຕິອີກດົນ.
ປະຈຸບັນ ປະຊາຊົນຜູ້ໄດ້ຮັບຜົລກະທົບ ຍັງຕ້ອງການ ຄວາມຊ່ອຍເຫລືອ ບໍ່ວ່າຈະເປັນ ອາຫານການກິນ ນໍ້າດື່ມ ເຄື່ອງນຸ່ງຮົ່ມ ຢາ ແລະ ສິ່ງຂອງທີ່ຈຳເປັນ ເພື່ອບັນເທົາທຸກ. ເພື່ອໃຫ້ທ່ານ ໄດ້ຮັບຊາບເຫດການຄືບໜ້າ ທີມງານຂ່າວ ວິທຍຸ ເອເຊັຍ ເສຣີ ໄດ້ຕິດຕາມ ສະຖານະການ ຕລອດເວລາ ເພື່ອຣາຍງານຂ່າວໃຫ້ທ່ານໄດ້ຮັບຊາບ ຢ່າງທັນການ.