ຜູ້ເຄາະຮ້າຍເຂື່ອນແຕກຍັງຖ້າ ຄ່າຊັບສິນ

ໄຊຍາ
2019.04.10
f-sanamxay ເມືອງສະໜາມໄຊ ແຂວງອັດຕະປື
RFA/PN

ເມື່ອ 3 ເດືອນກ່ອນ ສຳນັກຂ່າວ ວິິທຍຸເອເຊັຽເສຣີ ໄດ້ໂທສັມພາດ ປະຊາຊົນທ່ານນຶ່ງ ທີ່ຮຽກຮ້ອງ ໃຫ້ທາງການລາວ ຊ່ອຍເຫລືອຈ່າຍ ຄ່າຊົດເຊີຍຊັບສິນໃຫ້ໂດຍໄວ. ໃນເບື້ອງຕົ້ນປະຊາຊົນ ຂໍໃຫ້ຊົດເຊີຍ ເຣື່ອງຍານພາຫະນະກ່ອນ ເຊັ່ນ: ຣົດ, ຮວມທັງ ມີຣົດຂັບຂີ່ ໃນຄອບຄົວ, ຣົດຂົນສົ່ງ ແລະ ຣົດໄຖນາ ເປັນຕົ້ນ ຈາກນັ້ນ ກໍແມ່ນດິນ ເພື່ອການຜລິດ ແລະ ທີ່ຢູ່ຖາວອນ.

ແຕ່ຜ່ານມາຍັງ ບໍ່ທັນມີຄຳຕອບ ຢ່າງແຈ່ມ​ແຈ້ງ ຈາກທາງການ ວ່າ ຈະໄດ້ຮັບຄ່າຊົດເຊີຍ ຊັບສິນເມື່ອໃດ ເຖິງແມ່ນວ່າ ຕອນນີ້ ທາງພາກຣັຖ ກໍມີນະໂຍບາຍ ຊ່ອຍໃນເບື້ອງຕົ້ນ ເຊັ່ນ: ເຮືອນຢູ່ຊົ່ວຄາວ, ອາຫານການກິນ, ການຮັກສາ ສຸຂພາບ, ຈັດສັນທີ່ດິນ ໃຫ້ທໍາການຜລິດ ແຕ່ປະຊາຊົນ ສ່ວນຫລາຍ ຍັງຕ້ອງການ ກັບໄປໃຊ້ຊີວິດ ແບບດັ່ງເດີມ ຄືການເຮັດນາ, ເຮັດໄຮ່, ເຮັດສວນ ແລະ ຫາປາ ເປັນຕົ້ນ.

ການຊ່ອຍເຫລືອ ໃນຮູບແບບຕ່າງໆ ຂອງທາງພາກຣັຖ ກໍມີແຜນການ ແຕ່ລະຂັ້ນຕອນ ແຕ່ກໍດຳເນີນໄປ ຢ່າງຊັກຊ້າ. ເຖິງຢ່າງ​ໃດກໍຕາມ, ທາງການ ກໍໃຫ້ ການຢັ້ງຢືນວ່າ ຕອນນີ້ ເກັບຂໍ້ມູນຜົລເສັຽທັງໝົດ ສົ່ງໃຫ້ຂັ້ນເທິງແລ້ວ ແຕ່ຂັ້ນຕອນທໍາອິດ ຈະຊ່ອຍ ເຣື່ອງຂອງ ພາຫະນະກ່ອນ, ດັ່ງທ່ານ​ບຸນໂຮມ ພົມມະສານ, ເຈົ້າເມືອງສະໜາມໄຊ, ກ່າວຕໍ່ ອາ​ຣ໌ ແອັ​ຟ ເອ (RFA) ວ່າ:

"ຕໍ່ໄປນີ້ ພວກເຮົາຈະໄດ້ເວົ້າ ເຣື່ອງຕໍ່ລອງ ຄ່າເສັຽຫາຍ ຄ່າພາຫະນະ ແບບທີ່ວ່າ ໄດ້ມອບບັນຊີ ພາຫະນະ ທີ່ຮັບຮອງ ນຳກັນໄວ້ ຢ່າງສົມບູນ ແລ້ວເອົາໂຕຢ່າງ ຢູ່ບ້ານໃໝ່ ແລ້ວບ້ານໃໝ່ ຈຶ່ງຕໍ່ໄປບ້ານອື່ນໆ ຕາມຣຳດັບ ລະຈຶ່ງເວົ້າຊັບສິນເຣື່ອງອື່ນໆ ຊິເປັນໄຮ່ນາ ຮົ້ວສວນງົວຄວາຍ ຫລືວ່າ ເຮືອນຊານບ້ານຊ່ອງ ຊິແກ້ໄຂກັນ ເປັນແຕ່ລະໄລຍະ ຊິຕໍ່ລອງ ເຈຣະຈາກັນ ໄປເປັນຂັ້ນ."

ປັດຈຸບັນ ທາງການ ຍັງບໍ່ທັນໄດ້ປະກາດ ອອກມາວ່າ ສາເຫດເຂື່ອນເຊປຽນ-ເຊນໍ້ານ້ອຍ ແຕກຍ້ອນຫຍັງ ເຖິງແມ່ນວ່າ ທາງການລາວ ຈະຮ່ວມ ກັບຊ່ຽວຊານ ເອກກະຣາດ ທີ່ມາດຳເນີນ ການກວດກາ ເຂື່ອນ ຕັ້ງແຕ່ທ້າຍປີກາຍ ແຕ່ກໍ່ຍັງບໍ່ທັນມີຄຳຕອບ ຢ່າງເປັນທາງການ ມີພຽງແຕ່ ທ່ານ ບຸນທອງ ຈິດມະນີ, ຮອງນາຍົກຣັຖມົນຕຣີລາວ ແລະ ທັງເປັນປະທານ ຄນະຮັບຜິດຊອບ ສືບສວນສອບສວນ ສາເຫຕ ຂອງຄູກັນນ້ຳ ເຂື່ອນເຊປຽນ-ເຊນ້ຳນ້ອຍແຕກພັງ, ກ່າວຕໍ່ກອງປະຊຸມ ວຽກງານ ສິ່ງແວດລ້ອມ ໃນນະຄອນຫຼວງວຽງຈັນ ທີ່ເຜີຍແຜ່ ຜ່ານສື່ມວນຊົນ ທ້ອງຖິ່ນ ເມື່ອ​ຕົ້ນ​ເດືອນ​ມີ​ນາ ວ່າ:

"ດຽວນີິ້ ພວກເຮົາ ມາເວົ້າເຂື່ອນເຊປຽນ-ເຊນໍ້ານ້ອຍ ນີ້ສັນເຂື່ອນດີ໊ (D) ທີ່ມັນແຕກພັງ ເວົ້າແລ້ວບໍ່ທົ່ວກັນມັນເວົ້າເຣື່ອງ ສິ່ງແວດລ້ອມ ທັມມະຊາດ ຊັ້ນມາດຽວນີ້ ມາເວົ້າເຣື່ອງແຕກພັງ ຂອງຄູກັນນໍ້າເດີ ເຂື່ອນເຊປຽນເຊນໍ້ານ້ອຍ ໄດ້ເວົ້າກັນບໍ່ຕົກບໍ່ແຕກກັນ ຝ່າຍບໍຣິສັດ ກັບຝ່າຍຊ່ຽວຊານ ເອກກະຣາດ ເວົ້າກັນ ຕ່າງຝ່າຍກໍ່ຕ່າງມີທິສດີ ຕ່າງຝ່າຍກໍມີເຫດມີຜົລ ແຕ່ວ່າ ສລຸບແລ້ວ ກາແມ່ນບັນຫາ ການວິຈັຍ ການກວດກາ ທີ່ດິນ ສະພາບແວດລ້ອມ ຂອງທີ່ດິນ ໃນເວລານັ້ນໆ."

ຕໍ່ກໍຣະນີດັ່ງກ່າວ ສາສດາຈານ ອ໋ຽນ ແບ​ຣ​ດ໌ (Ian Baird), ຈາກ ມະຫາວິທຍາລັຍ ວິ​ສ​ຄອນ​ຊິນ (Wisconsin) ຜູ້ຊ່ຽວຊານເຂື່ອນ, ໄດ້ໃຫ້ເຫດຜົລວ່າ ເຂື່ອນ ເຊປຽນ-ເຊນໍ້ານ້ອຍແຕກ ຕໍ່ ອາ​ຣ໌ ແອັ​ຟ ເອ  ວ່າ:

"ຮອງນາຍົກຣັຖມົນຕຣີ ກໍໄດ້ຣາຍງານແລ້ວ ອີງຕາມການກວດກາ ຂອງຊ່ຽວຊານຕ່າງປະເທດ ທີ່ຈ້າງມາ ເພື່ອກວດກາເຂື່ອນ ວ່າມັນເປັນ ແນວໃດ ຫຼັງຈາກ ທີ່ເຂື່ອນມັນແຕກແລ້ວ ເຂົາເຈົ້າ ເຫັນຊັດເຈັນວ່າ ມັນ ເປັນບັນຫາການອອກແບບວ່າ ການເກັບ ຂໍ້ມູນເບື້ອງຕົ້ນ ບໍ່ມາຕຖານ ແລະ ໂຕນີ້ກາເຮັດໃຫ້ມັນສ່ຽງ ຜູ້ທີ່ຢູ່ໃນ ບໍຣິເວນ ຂອງເຂື່ອນ ຈັ່ງຊັ້ນແລ້ວ ຂ້ອຍຄິດວ່າ ບໍ່ແມ່ນ ພັຍທັມມະຊາດ ແນ່ນອນ ກ່ອນໜ້ານີ້ ເຂົາເຈົ້າ ກໍປ່ຽນອອກແບບເຂື່ອນ ມັນຕໍ່າລົງ ປະມານ 6.5 ແມັດ ໂດຍສະເລັ່ຽ ຈັ່ງຊັ້ນແລ້ວ ຖ້າເກີດຝົນຕົກຫລາຍ ນໍ້າມັນຂຶ້ນ ນໍ້າມັນຂຶ້ນບໍ່ໄດ້ຄືແຕ່ເກົ່າ ຫັ້ນນ່າເພາະວ່າມັນ ເຮັດໃຫ້ເຂື່ອນຕໍ່າລົງຢູ່ແລ້ວ ຄຶດວ່າ ຮອງນາຍົກຣັຖມົນຕຣີ ຂອງລາວກາເຂົ້າໃຈຄືກັນ."

ປັດຈຸບັນ ປະຊາຊົນເມືອງສະໜາມໄຊ ມີຊີວິດການເປັນຢູ່ ທີ່ລຳບາກຫລາຍ ເຖິງວ່າ ເຂື່ອນແຕກມາໄດ້ 9 ເດືອນແລ້ວ ແຕ່ຍັງຫາ ຜູ້ຮັບຜິດຊອບ ບໍ່ໄດ້ ຖ້າເປັນແນວນີ້ ມັນຈະມີ ຜົລກະທົບ ຕໍ່ການຊົດເຊີຍໃຫ້ກັບ ປະຊາຊົນ. ໂດຍປະຊາຊົນ ຕ້ອງການໃຫ້ ຊົດເຊີຍ ສີ່ງທີ່ຈຳ ເປັນກ່ອນ ດັ່ງປະຊາຊົນ ໃຫ້ສັມພາດຕໍ່ ອາ​ຣ໌ ແອັ​ຟ ເອ ວ່າ:

"ໂອ່ອັນນີ້ ກາຍັງຢູ່ດ້ານນິຕິກັມ ດ້ານຂໍ້ມູນ ເຮົາກາໄດ້ປ້ອນຂໍ້ມູນ ໃຫ້ເພີ່ນໝົດແລ້ວ ເພີ່ນຍັງສລຸບສັງລວມຂໍ້ມູນຢູ່ ສົ່ງໃຫ້ທາງພາກຣັຖ ເຮົາກາສົ່ງໃຫ້ ອັນນັ້ນຢູ່ໃຫ້ບໍຣິສັດ ປະກັນພັຍ ເພີ່ນວ່າແນວນັ້ນ ກາຍັງບໍ່ທັນໄດ້ ຄືບໜ້າວ່າ ຈະຈ່າຍ ຄ່າຊົດເຊີຍແບບໃດ ຍັງບໍ່ທັນຮູ້ເທື່ຶຶອ."

ທ່ານໄດ້ກ່າວຕື່ມວ່າ :

"ສ່ວນການຊົດເຊີຍ ຈະໄດ້ຮັບເມື່ອໃດຍັງບໍ່ທັນຮູ້ເທື່ອ ເພາະພັກຣັຖ ເພີ່ນກາຍັງບໍ່ທັນໄດ້ ຕອບບໍຣິສັດ ທີ່ສົ່ງຂໍ້ມູນໃຫ້ ກາມິດງຽບໄປເລີຍ. ນາງປານີ ຢາທໍຕູ້ ມາຢາມຂ້າພະເຈົ້າ ກໍ່ໄດ້ຖາມເອງວ່າ ຄ່າຊົດເຊີຍ ຂອງພໍ່ແມ່ປະຊາຊົນ ຂໍ້ມູນມັນໄດ້ເຕັມທີ່ແລ້ວ ບໍຣິສັດ ປະກັນພັຍ ຈະຈ່າຍຊົດເຊີຍວັນທີໃດ ເພີ່ນກາຍັງບໍ່ທັນຮັບຮອງ."

ການຊົດເຊີຍຊັບສິນ ໃຫ້ກັບປະຊາຊົນ ແມ່ນຂຶ້ນກັບ ການຕັດສິນ ວ່າຝ່າຍໃດຜິດ ເຖີງແມ່ນວ່າ ຜົລກວດກາ ຈະອອກມາເປັນ ຍ້ອນທັມມະຊາດ ຫລື ເຕັກນິກ ການກໍ່ສ້າງ ບໍ່ໄດ້ມາຕຖານກໍຕາມ ແນວໃດບໍຣິສັດ ເຈົ້າຂອງ ເຂື່ອນກໍຕອ້ງໄດ້ ຮັບຜິດຊອບ. ແຕ່ຕອນນີ້ ປະຊາຊົນ ຍັງຄອງຄອຍຖ້າ ຄ່າຊົດເຊີຍຊັບສິນ ແບບຄວາມຫວັງ ເລື່ອນລອຍ ບໍ່ຮູ້ວ່າ ຈະໄດ້ຮັບເມື່ອໃດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.