ເມືອງໂຂງເຂັ້ມງວດວິທີ ຫາປາ

0:00 / 0:00

ປັດຈຸບັນ ທາງການເມືອງໂຂງ ແຂວງຈໍາປາສັກ ເພີ່ມການກວດກາ ຕາມແນວຊາຍແດນ ລາວ-ກັມພູຊາ ຫລາຍຂຶ້ນ ເພື່ອປ້ອງກັນ ບໍ່ໃຫ້ຄົນ ກັມພູຊາ ລັກເຂົ້າມາ ຖິ້ມຣະເບີດ ເອົາປາ ຊຶ່ງ ທີ່ຜ່ານມາ ໄດ້ເຄີຍມີ ຫລາຍເທື່ອແລ້ວ ແຕ່ບໍ່ສາມາດ ຈັບຕົວຜູ້ ກະທໍາຜິດໄດ້. ຕາມຄໍາເວົ້າ ຂອງເຈົ້າໜ້າທີ່ ເມືອງໂຂງ ໃນວັນທີ 14 ມີຖຸນາ ນີ້:

"ດຽວນີ້ທາງພັກທາງຣັຖ ເພິ່ນກະສະກັດກັ້ນ ແຮງແຫລະ ຕໍາຣວດບ້ານ ກອງຫລອນ ບ້ານແຫລະ ລົງຍາມ. ພວກຫາປາ ມັນພວກບໍ່ຢ້ານ ກົດໝາຍຂເມນ ບໍ່ຢ້ານ ກົດໝາຍລາວ ມັນໃຊ້ຣະເບີດ ມາຖີ້ມໃສ່ ວັງສງວນພີ້ແຫລະ".

ທ່ານກ່າວຕື່ມວ່າ ທຸກມື້ນີ້ ເຈົ້າໜ້າທີ່ຕໍາຣວດ ແລະ ກອງຫລອນບ້ານ ໄດ້ລາຕເວນ ຕາມຊາຍແດນ ລາວ-ກັມພູຊາ ທັງກາງເວັນ ແລະ ກາງຄືນ ເຮັດໃຫ້ກຸ່ມຄົນ ກັມພູຊາ ທີ່ເຄີຍມາ ຖີ້ມຣະເບີດ ເອົາປານັ້ນ ບໍ່ກ້າລ່ວງລໍ້າເຂົ້າມາ ເປັນເວລາເດືອນປາຍແລ້ວ ເພາະຢ້ານຖືກຈັບ. ແຕ່ກ່ອນ ທາງການເມືອງນີ້ບໍ່ໄດ້ເຂັ້ມງວດ ກວດກາຫລາຍ, ພວກເຂົາ ຈຶ່ງສວຍ ໂອກາດ ເຂົ້າມາເລື້ອຍໆ.

ນອກຈາກເຂົ້າມາຖິ້ມຣະເບີດ ເອົາປາແລ້ວ ທີ່ຜ່ານມາຍັງມີຄົນກັມພູຊາ ບາງກຸ່ມກໍເຄີຍລັກເຂົ້າມາໃຊ້ໄຟຟ້າ ຊັອດປາຢູ່ເມືອງໂຂງ ເຮັດໃຫ້ ປະຊາຊົນໄດ້ຮັບຜົລກະທົບ ທາງດ້ານປາຕາຍ. ແລະການໃຊ້ໄຟຟ້າຊັອຕປານັ້ນ ເຮັດໃຫ້ເກີດຄວາມສ່ຽງແລະເປັນພັຍ ເຖິງຂັ້ນເສັຽຊີວິດໄດ້.

ທ່ານເວົ້າຕື່ມ ເຖິງສະພາບການ ຊາຍແດນລາວ-ກັມພູຊາ ທີ່ເຄີຍເຄັ່ງຕຶງເມື່ອຊ່ວງຕົ້ນປີນີ້ ວ່າໄດ້ກັບມາງຽບສງົບແລ້ວ. ປະຊາຊົນ ທັງ 2 ເບື້ອງ ສາມາດເດີນທາງໄປຢ້ຽມຢາມກັນ ໄດ້ຕາມປົກຕິ ສ່ວນໃຫຍ່ຈະເຂົ້າມາໃນລັກສະນະ ຄ້າຂາຍສິນຄ້າ ແບບມາຕອນເຊົ້າ ກັບເມືອ ຕອນແລງ.