ດັຊນີມົລພິດທາງອາກາດ ໃນປະເທດລາວ, ເມື່ອວັນທີ 2 ມິນາ 2021 ນີ້ ເກີດຝຸ່ນລະອອງຂນາດນ້ອຍ PM2.5 ເກີນລະດັບ ມາຕຖານຢູ່ຫລາຍເຂດ ໃນພາກເໜືອຂອງລາວ ແລະ ຢູ່ນະຄອນຫລວງວຽງຈັນ ແລະມີແນວໂນ້ມຮຸນແຮງຂຶ້ນ, ປະຊາຊົນຮຽກຮ້ອງ ໃຫ້ຣັຖບາລລາວ ເລັ່ງແກ້ໄຂບັນຫາ ດັ່ງກ່າວ, ດັ່ງປະຊາຊົນຜູ້ນຶ່ງ ຢູ່ແຂວງຫລວງນໍ້າທາ ກ່າວຕໍ່ວິທຍຸ ເອເຊັຍເສຣີ ໃນມື້ວັນທີ 2 ມິນາ ນີ້ວ່າ:
“ຊ່ວງນີ້ນີ໋ ຂີ້ຝຸ່ນນີ້ຫລາຍແທ້ໆ ຍັງບໍ່ທັນຮອດຍາມເທື່ອ ແຕ່ລະມື້ກະຄືກັນນີ້ແຫລະ ແນວບໍ່ມີໃຜສີດນໍ້າ ບໍ່ມີໃຜອະນາມັຍເນາະ ເອົາມາສີດໄດ້ກະດີໄດ໋.”
ທ່ານກ່າວຕື່ມວ່າ ຝຸ່ນລະອອງຂນາດນ້ອຍ ເລີ້ມເກີດຂຶ້ນແຕ່ກາງເດືອນກຸມພາ ຜ່ານມາ ແຕ່ໃນເວລານັ້ນຍັງບໍ່ຮຸນແຮງ ແລະໜາແໜ້ນ ພໍທີ່ຈະກະທົບໃສ່ສຸຂພາບ ຂອງປະຊາຊົນຫຼາຍ ແລະເພື່ອເຮັດໃຫ້ຜົລກະທົບ ນັ້ນຫລຸດຜ່ອນລົງ ທາງການລາວຄວນໃຊ້ຣົດສີດນໍ້າ ຊ່ອຍ ໃຫ້ຝຸ່ນລະອອງຂນາດນ້ອຍນັ້ນຜ່ອນ ຄາຍລົງ.ປະຊາຊົນຢູ່ເມືອງຫົງສາ ແຂວງໄຊຍະບູລີ ທ່ານນຶ່ງກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ດຽວກັນນີ້ວ່າ ດຽວນີ້ເລິ້ມເກີດຝຸ່ນລະອອງ ຂນາດນ້ອຍແລ້ວ ເພາະມີຊາວບ້ານໃນເຂດພູດອຍ ຈໍານວນນຶ່ງ ຈູດໄຮ່ ຈູດປ່າ ເພື່ອກຽມດິນປູກຝັງ ໃນໄລຍະຣະດູຝົນ ທີ່ຈະມາເຖິງນີ້ ແລະຄາດວ່າ ໃນກາງເດືອນນີ້ ຈະເກີດຝຸ່ນລະອອງຂນາດນ້ອຍ ນີ້ຮຸນແຮງ ຂຶ້ນຕື່ມອີກ:
“ສະຫວັດຊ່ວງນີ້ ກະພວກຊາວພູດອຍ ເພິ່ນກະເລີ່ມໄປຈູດ ໄຮ່ແລ້ວເນາະ ມັນກະມີແດ່ຄວັນ ທັມດາບາງມັອງກະໄຟໃໝ້ລາມປ່າ ແລ້ວເດ໋ ຖ້າມີແລ້ວອັນຕະຣາຍແລ໋ວຢູ່ລາວ ດຽວອີກປະມານກາງເດືອນ ນີ້ແຫລະ ສິມີຄວັນໄຟ ແບບວ່າແຫລະ ພາກສ່ວນນຶ່ງ ຍັງເຮັດໄຮ່ ເຮັດສວນພວກຊາວດອຍຫັ້ນ.”
ປະຊາຊົນຢູ່ເມືອງໄຊ ແຂວງອຸດົມໄຊ ກ່າວໃນມື້ວັນທີ 2 ມິນາ ນີ້ວ່າໄລຍະນີ້ ມີຊາວບ້ານເລິ້ມຈູດໄຮ່ ຈູດປ່າກັນແລ້ວ ເຮັດໃຫ້ ສະພາບອາກາດ ເລິ້ມກາຍເປັນສີແດງຂຸ່ນ:
“ເພາະວ່າຊ່ວງນີ້ຂະເຈົ້າເລີ່ມ ຈູດໄຮ່ມັນຈະແມ່ນເປັນ ຟ້າມັນຈະແດງໆ ແຕ່ວ່າມັນກະບໍ່ຫຼາຍ ເຈົ້າ.”
ແລະປະຊາຊົນ ໃນນະຄອນຫລວງວຽງຈັນ ກໍກ່າວໃນມື້ດຽວກັນນີ້ວ່າ ຝຸ່ນລະອອງຂນາດນ້ອຍ ເລິ້ມໜາແໜ້ນຂຶ້ນ ແລະຄາດວ່າ ສະພາບອາກາດ ຢູ່ນະຄອນຫລວງວຽງຈັນ ຈະຮຸນແຮງຂຶ້ນນັບມື້ ຍ້ອນມີການຕັດໄມ້ ທໍາລາຍປ່າ ເພື່ອເຮັດໂຄງການຂນາດໃຫຍ່, ຂຍາຍເມືອງ, ຈູດປ່າ ເຮັດໃຫ້ມີໝອກຄວັນໄປທົ່ວ:
“ເພາະວ່າສະພາບການ ມີການປ່ຽນແປງແລ້ວ ສູ່ມື້ນີ້ຄືວ່າແຫລະ ມັນມີການນິວັດໄປເນາະ ມັນບໍ່ຄືເກົ່າແລ້ວຍ້ອນທັມຊາດນີ້ແຫລະ ເຮົາບໍ່ປົກປັກຮັກສາ ແລ້ວກະເປັນເຣື່ອງໃໝ່ ໄປແລ້ວ ມັນເປັນໝອກ ຜ່ານມານັ້ນໂອະ.”
ກ່ຽວກັບເຣື່ອງນີ້ ເຈົ້າໜ້າທີ່ຄວບຄຸມມົລພິດ ກະຊວງຊັພຍາກອນທັມຊາດ ແລະສິ່ງແວດລ້ອມ ທ່ານນຶ່ງກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 2 ມິນາ ນີ້ວ່າ ປະເທດລາວ ມີເຄື່ອງມື ວັດແທກຄຸນນະພາບ ແລະມົລພິດ ທາງອາກາດພຽງແຕ່ຢູ່ 2 ບ່ອນ ຄືໃນ ນະຄອນຫລວງວຽງຈັນ ແລະຢູ່ເມືອງຫົງສາ ແຂວງໄຊຍະບູລີ ທີ່ສາມາດວັດແທກໄດ້ ຕລອດເວລາ, ສ່ວນຢູ່ ແຂວງອື່ນໆບໍ່ທັນມີ ເຮັດໃຫ້ບໍ່ສາມາດ ວັດແທກຄຸນນະພາບ ແລະມົລພິດທາງອາກາດ ໄດ້ຕລອດ 24 ຊົ່ວໂມງ.
ໃນໄລຍະນີ້ ຄຸນນະພາບ ແລະມົລພິດ ທາງອາກາດຢູ່ປະເທດລາວ ຢູ່ໃນຣະດັບ 150-170 AQI ຄືຢູ່ໃນຣະດັບ ທີ່ສາມາດສົ່ງ ຜົລກະທົບ ຕໍ່ສຸຂພາບຂອງຜູ້ຄົນ ທີ່ມີພູມຕ້ານທານໜ້ອຍ ແລະເປັນໂຣກທາງເດີນຫາຍໃຈ, ຫອບຫືດ, ສ່ວນຄົນທົ່ວໄປ ຍັງບໍ່ ເປັນອັນຕະລາຍ ຕໍ່ສຸຂພາບພໍເທົ່າໃດ.
ເຈົ້າໜ້າທີ່ທ່ານດຽວກັນນີ້ ເວົ້າວ່າ ສາເຫດທີ່ພາໃຫ້ເກີດຝຸ່ນລະອອງ ຂນາດນ້ອຍ PM2.5 ໃນລາວນີ້ ສ່ວນຫລາຍແມ່ນຖືກພັດ ມາຈາກປະເທດອ້ອມຂ້າງ ໃນໄລຍະປ່ຽນຜ່ານຣະດູ ການ, ສ່ວນວ່າຝຸ່ນຄວັນຈາກການຈູດເຜົາປ່າໄມ້ ແລະຈາກໂຮງຈັກໂຮງງານ ອຸດສາຫະກັມ ໃນລາວ ທຽບໃສ່ປະເທດອ້ອມຂ້າງ ຍັງຖືວ່າໜ້ອຍຢູ່ ແລະບໍ່ເຖິງຂັ້ນທີ່ຈະສົ່ງ ຜົລກະທົບ ໄປໃນບໍຣິເວນກວ້າງ ດັ່ງທີ່ທ່ານກ່າວວ່າ:
“ມັນມີແຕ່ຢູ່ໃນນະຄອນຫລວງນີ້ ເຈົ້າ ກັບຢູ່ຫົງສໍ່ານັ້ນ ຂໍ້ມູລສ່ວນໃຫຍ່ ເຮົາກໍແມ່ນອີງໃສ່ ຟາກເບື້ອງປະເທດໃກ້ຄຽງທີ່ວ່າເພິ່ນ ມີການສໍາຣວດ ແຕ່ວ່າສ່ວນໃຫຍ່ ຈະເນັ້ນໃສ່ແຕ່ ນະຄອນຫລວງ. ແຕ່ສ່ວນໃຫຍ່ມົລພິດ ທາງອາກາດຢູ່ລາວເຮົາມັນກະບໍ່ມີ ຫຼາຍດອກແຕ່ວ່າມັນຈະເປັນ ຈາກປະເທດອື່ນໆເຂົ້າມາປະເທດເຮົາ ຄືປະເທດລາວ ມັນຍັງບໍ່ມີເຣື່ອງ ໂຮງງານອຸດສາຫະກັມ ອີ່ຫຍັງຕ່າງໆ ທີ່ວ່າມັນພົ້ນເດັ່ນ.”
ທ່ານກ່າວຕື່ມວ່າ ເປັນປະຈໍາທຸກປີ ທີ່ຝຸ່ນລະອອງຂນາດນ້ອຍ PM2.5 ຈະຮຸນແຮງ ແລະໜາແໜ້ນໃນໄລຍະ ແຕ່ເດືອນມິນາ ໄປເຖິງເດືອນເມສາ ຊຶ່ງເປັນໄລຍະທີ່ ອາກາດຮ້ອນເອົ້າ ທີ່ສຸດ ແລະຊາວບ້ານຈູດເຝົາໄຮ່ສວນ ຊຶ່ງໃນປີ 2020 ເກີດຝຸ່ນລະອອງ ຂນາດນ້ອຍ PM2.5 ສູງເຖິງ 400 ປາຍ AQI ຢູ່ແຂວງຊຽງຂວາງ, ຫລວງພຣະບາງ ແລະແຂວງວຽງຈັນ. ເມື່ອເຫັນວ່າສະພາບ ຝຸ່ນລະອອງ ຂນາດນ້ອຍນີ້ຮຸນແຮງ ກໍມີແຕ່ແຈ້ງເຕືອນ ປະຊາຊົນ ໃຫ້ໃຊ້ຜ້າອັດປາກ ອັດດັງ ເທົ່ານັ້ນ.
ອີງຕາມຂ່າວເວັບໄຊ The World Air Quality Project ທີ່ລາຍງານກ່ຽວກັບ ຝຸ່ນລະອອງຂນາດນ້ອຍ PM2.5 ແລ້ວແມ່ນວ່າ ໃນມື້ວັນທີ 2 ມິນາ 2021 ນີ້ ຢູ່ນະຄອນຫຼວງວຽງຈັນ ມີ PM2.5 ໜາແນ້ນກວ່າ ຢູ່ແຂວງອື່ນໆຂອງລາວ ຫລາຍທີ່ສຸດ ຄື ສະເລັ່ຽ ຢູ່ໃນຣະດັບ 160-179 AQI, ຮອງລົງມາກໍແມ່ນ ແຂວງຫລວງພຣະບາງ- 152 AQI, ແຂວງໄຊຍະບູລີ ແລະແຂວງຫລວງນໍ້າທາ 150 AQI.