ຄົນງານລາວ ເສັຽຊີວິດ ຢູ່ໄທຍ ຍ້້ອນອຸບັດຕິເຫດ

ົໄຊຍາ
2019.04.01
ຣົດຕູ້ໂດຍສານ ຂົນສົ່ງແຮງງານ ລາວ ເກີດອຸບັດຕິເຫດ ໃນເດືອນ ມິນາ 2019, ທີ່ແຂວງ ການຈະນະບູຣີ ແລະ ອຸບົນຣາຊທານີ ປະເທດໄທ ມີຜູ້ເສັຽຊີວິດ ແລະ ໄດ້ຮັບາດເຈັບຫຼາຍຄົນ.
ຮູບພາບຈາກ : ນັກຂ່າວພົລເມືອງ

ວັນທີ 23 ມີນາ ຜ່ານມາ ເກີດອຸບັດຕິເຫດ ຣົດບັນທຸກ 18 ລໍ້ ຕຳຣົດຕູ້ໂດຍສານ ທີ່ແຂວງການຈະນະບູຣີ ປະເທດໄທຍ  ໃນຣົດໂດຍສານ ຄັນເກີດອຸບັດຕິເຫດ ມີແຮງານລາວ ແລະ ວຽດນາມ ເຖິງ 15 ຄົນ.  ອຸບັດຕິເຫດເທື່ອນີ້ ຮຸນແຮງ ເຮັດໃຫ້ມີຜູ້ເສັຽຊີວິດ 10 ຄົນ, ນຶ່ງໃນນັ້ນ ໄດ້ມີ 2 ເອື້ອຍນ້ອງ ຈາກ ບ້ານສອງຄອນ, ເມືອງບາຈຽງ, ແຂວງຈຳປາສັກ ທີ່ໄດ້ເດີນທາງ ໄປຢາມພີ່ນ້ອງ ຕ້ອງມາເສັຽຊີວິດ. ຕໍ່ການ ສູນເສັຍຄັ້ງນີ້ ຜູ້ທີ່ເປັນ ແມ່ປ້າ ຂອງ 2 ເອືີ້ອຍນ້ອງ ທີ່ເສັຽຊີວິດ ໄດ້ເລົ່າເຫດການ ຕໍ່ ອາ​ຣ​ແອັ​ຟ​ເອ (RFA) ວ່າ:

(ສຽງ​ສັມ​ພາດ)

ອີງຕາມການຣາຍງານ ຂອງສື່ມວນຊົນໄທຍ ສຳລັບລາຍຊື່ຜູ້ເສັຽຊີວິດ ແລະ ລອດຊີວິດ ສະເພາະຄົນລາວ ມີ: 2 ເອື້ອຍນ້ອງ ນາງນ້ອຍ ໄຊຍະສິງ ອາຍຸ 23 ປີ  ແລະ ນາງ ແພງຕາ ອາຍຸ 25 ປີ, ທັງສອງ ຢູ່ບ້ານສອງຄອນ ເມືອງບາຈຽງ ແຂວງຈຳປາສັກ,  ນາງ ວຽງວິໄລ ໂພທິນັນ ອາຍຸ 53 ປີ  ແລະ ທ້າວ ບົວລາ ພິມມະເສນ ອາຍຸ 21 ປີ ຢູ່ບ້ານ ໂພນໄຊ ເມືອງຫີນບູນ ແຂວງ ຄຳມ່ວນ, ທ້າວ ແອນ້ອຍ ຄຳໄພວັນ ອາຍຸ 19 ປີ ຢູ່ແຂວງສາລະວັນ. ສ່ວນຜູ້ທີ່ໄດ້ຮັບບາດເຈັບ ມີນາງຜີງ ອາຍຸ 20 ປີ, ນາງແກ້ວ ອິນແປງ ອາຍຸ 21 ປີ ແລະ ນາງ ດວງມາລາ.ໃນຂນະທີ່ ສົບຂອງຜູ້ເສັຽຊີວິດທັງ 5 ສົບ ໄດ້ສົ່ງກັບຄືນ ສູ່ຄອບຄົວແລ້ວ ໃນນັ້ນ ມີແຂວງຄຳມ່ວນ, ສາລະວັນ ແລະ ຈຳປາສັກ. ໂດຍການປະສານຂອງກົມຄຸ້ມຄອງແຮງງານ ທີ່ມີຫ້ອງການຕັ້ງຢູ່ໄທຍ, ດັ່ງໜ່ວຍກູ້ພັຍ ແຂວງຈຳປາສັກ ໄດ້ຢື່ນ​ຢັນຕໍ່ ອາ​ຣ໌​ແອັ​ຟ​ເອ (RFA )ວ່າ:

“ແມ່ນໆ ພວກເຮົາ ໄດ້ໄປສົ່ງລາວ ທີ່ເມືອງບາງຈຽງ ລາວເປັນຄົນບາຈຽງ ເຮົາໄປຮັບເອົາຢູ່ດ່ານຊ່ອງເມັກນີ້.”

ນອກຈາກນີ້ ຍັງມີຄົນງານວຽດນາມ ທີ່ຢູ່ໃນຣົດຄັນ ດັ່ງກ່າວ ເສັຽຊີວິດຄາທີ່ ອີກ 5 ຄົນ. ຕໍ່ເຫດການ ທີ່ເກີດຂຶ້ນ, ທ້າວ ບຸນມີ ຜູ້ຂັບຣົດຕູ້ ນຶ່ງໃນຜູ້ລອດຊີວິດ ທີ່ເປັນຄົນໄທຍ ໄດ້ໃຫ້ການວ່າ:

ຕົນຂັບຣົດ ມາຈາກບາງກອກ ເພື່ອພາແຮງງານຕ່າງດ້າວ ທີ່ເປັນຊາວລາວ ແລະ ຊາວວຽດນາມ ມາຕໍ່ວີ່ຊ໋າ ບໍຣິເວນດ່ານຖາວອນ ບ້ານພຸ ນໍ້າຮ້ອນ ແຂວງ ການຈະນະບູລີ ພາຍຫລັງ ທີ່ຕໍ່ວີ່ຊ໋າ ສຳເຣັດແລ້ວ. ຈາກນັ້ນ ກໍໄດ້ເດີນທາງກັບ ໂດຍໃຊ້ເສັ້ນທາງຖນົນ ຄອງຊົລປະທານ ເມື່ອມາເຖິງທາງແຍກ ຣົດບັນທຸກແລ່ນມາ ດ້ວຍຄວາມໄວ ຕຳເອົາ ຣົດຕູ້ໂດຍສານ ຢ່າງຮຸນແຮງ ເຮັດໃຫ້ ຣົດທັງສອງຄັນ ເສັຽຫຼັກ ຕົກລົງໄປ ໃນຄອງຊົລປະທານ. ຈາກນັ້ນ ຣົດຈົມລົງພື້ນນໍ້າ ຢ່າງວ່ອງໄວ ຄົນຂັບຣົດຕູ້ ແລະ ຄົນຂັບຣົດພ້ວງ ແລະ ຜູ້ໂດຍສານທີ່ເປັນຄົນລາວ 3 ຄົນ ລອດອອກບ່ອນ ກະຈົກໜ້າຣົດແຕກອອກມາ ສ່ວນທີ່ເຫຼືອ ເສັຽຊີວິດຄາຣົດ. ໂດຍມີໜ່ວຍກູ້ພັຍ ທ້ອງຖິ່ນ ເຂົ້າມາຊ່ອຍເຫຼືອ ງົມເອົາສົບ ຂຶ້ນມາ.

ໃນເຣື່ອງ ຂອງຄ່າທົດແທນ ທ່ານ ສຸດທິພົລ ທະວີຊັບການ, ເລຂາທິການຄນະກັມມະການ ກຳກັບ ແລະ ສົ່ງເສີມ ການປະກອບທຸຣະກິຈ ປະກັນພັຍ, ເປີດເຜີຍວ່າ ຈາກກໍຣະນີ ຣົດບັນທຸກ 18 ລໍ້ ຕຳຣົດຕູ້ນັ້ນ ໄດ້ມີການປະສານ ກັບບໍຣິສັດປະກັນພັຍ ເພື່ອແຈ້ງສິດທິ ການຮັກສາ ພະຍາບານ ກັບໂຮງໝໍ ເຂດບ້ານທ່າມ່ວງ ເປັນທີ່ຮຽບຮ້ອຍແລ້ວ. ໂດຍຜູ້ບາດເຈັບ 5 ຄົນ ມີອາການບາດເຈັບເລັກໜ້ອຍ ສາມາດເດີນທາງ ກັບບ້ານໄດ້. ສ່ວນການຈ່າຍຄ່າ​ເສັຽ​ຫາຍ ໃຫ້ແກ່ຄອບຄົວ ຂອງຜູ້ເສັຽຊີວິດ ທັງ 10 ຄົນນັ້ນ ທາງຄນະກັມມະການກຳກັບ ແລະ ການສົ່ງເສີມ ໄດ້ປະສານໄປຍັງ ໜ່ວຍງານທີ່ກ່ຽວຂ້ອງ ທັງເຈົ້າໜ້າທີ່ຕຳຣວດ ແລະ ຝ່າຍປົກຄອງ ກ່ຽວກັບ ການອອກເອກສານຕ່າງໆ ຂອງຜູເສັຽຊີວິດ ເຊີ່ງເປັນຄົນງານຕ່າງດ້າວ ເພື່ອອຳນວຍຄວາມສະດວກ ໃນການຊ່ອຍປະສານ ກັບບໍຣິສັດປະກັນພັຍ ຣວມເຖິງເລັ່ງລັດ ເຣື່ອງການຈ່າຍ ຄ່າເສັຽ​ຫາຍ ໃຫ້ມີຄວາມວ່ອງໄວ ແລະ ເປັນທັມ ໂດຍຮ່ວມມືກັນ ກັບສະມາຄົມປະກັນຊີວິດໄທຍ.

ພ້ອມດຽວ​ກັນນີ້, ເມື່ອວັນທີ 27 ມີນາ ຜ່ານມາບໍຣິສັດ ຊີ​ເອັ​ສ​ພີ (CSP) ເຊິ່ງເປັນບໍຣິສັດຣົດໂດຍສານ ນໍາແຮງງານໄປຕໍ່ ວີ່ຊ໋ານັ້ນ ໄດ້ສເນີຈ່າຍເງິນ ໃນເບື້ອງຕົ້ນ ສຳລັບຜູ້ເສັຽຊີວິດ ເພື່ອໄປຈັດງານສົບ ຕາມພິທີທາງສາສນາກ່ອນ 100,000 ບາດ, ສ່ວນຄ່າຫົວ ຕ້ອງເປັນໄປຕາມກົດໝາຍ ປະກັນພັຍ ຂອງປະເທດໄທຍ. ສ່ວນຜູ້ລອດຊີວິດ ທາງບໍຣິສັດ ຊີ​ເອັ​ສ​ຟີ (CSP) ຈ່າຍໃຫ້ຄົນລະ 30,000 ບາດກ່ອນ ຫລັງຈາກ ຈັດພິທີສົບ ທາງສາສນາ ແລ້ວຈະ ຈ່າຍໃຫ້ອີກ 100,000 ບາດ. ທາງດ້ານການດຳເນີນຄະດີ ຍັງຢູ່ໃນການສືບສວນ ຂອງເຈົ້າໜ້າທີ່ຕຳຣວດ ໃນພື້ນທີ່ ທີ່ເກີດເຫດ ແລະ ທາງ ສະຖານທູດລາວ ຈະຕິດຕາມຄະດີ ຢ່າງໃກ້ຊິດ ໂດຍຕິດຕາມປະສານງານ ກັບຫົວໜ້າຕຳຣວດ ກວດຄົນເຂົ້າເມືອງ ຈັງແຂວງ ການຈະນະບູຣີ ປະເທດໄທຍ ພ້ອມກັນນັ້ນ ກໍຍັງໃຫ້ຄຳແນະນຳຂັ້ນຕອນ ທາງດ້ານກົດໝາຍ ແກ່ຍາດຕິພີ່ນ້ອງຜູ້ຕາຍ ເພື່ອໃຫ້ຄູ່ກໍຣະນີ ຊົດເຊີຍຄ່າຫົວ ແລະ ທາງສະຖານທູດລາວ ຈະອຳນວຍຄວາມສະດວກ ທາງດ້ານເອກສານ ທີ່ກ່ຽວຂ້ອງອີກດ້ວຍ.

ອີກເຫດ ການອຸບັດຕິເຫດ ທີ່ເກີດຂຶ້ນ ໃນໄລຍະເວລາໃກ້ກັນ ເມື່ອວັນທີ 28 ມີນາ ກໍໄດ້ເກີດເຫດອຸບັດຕິເຫດ ຣົດຕູ້ຕຳເສົາໄຟຟ້າທີ່ ແຂວງອຸບົນຣາຊທານີ ຫຼັງຈາກ ເຈົ້າໜ້າທີ່ເຂົ້າກວດສອບພົບວ່າ ມີຜູ້ບາດເຈັບ ເປັນຄົນລາວ 9 ຄົນ, ຄົນໄທຍ 2 ຄົນ ທັງໝົດບາດເຈັບສາຫັດ. ຄົນເຈັບໄດ້ຖືກ ນໍາສົ່ງໂຮງໝໍ ທີ່ຢູ່ເຂດໃກ້ຄຽງ, ອີງຕາມເຈົ້າໜ້າທີ່ ຣາຍງານ ຣົດຕູ້ຄັນນີ້ ໄດ້ຮັບຄົນລາວ ມາແຕ່ບາງກອກ ເພື່ອມາສົ່ງທີ່ ອຸບົນຣາຊທານີ ມາເຖິງຈຸດເກີດເຫດ ຄົນຂັບຫຼັບໃນ, ຈຶ່ງເຮັດໃຫ້ເກີດອຸບັດເຫດດັ່ງກ່າວ.

ເຫດການ ອຸບັດຕິເຫດ ທີ່ເກີດຂຶ້ນ ແລ້ວມີຄົນງານລາວເສັຽຊີວິດ ຈຳນວນຫຼາຍນັ້ນ ເມື່ອເດືອນມີນາ ປີ 2013 ໄດ້ເກີດອຸບັດຕິເຫດ ຣົດຂົນສົ່ງ ຄົນງານລາວ ປີ້ນ ທີ່ແຂວງບູລີລໍາ ປະເທດໄທຍ ຄົນງານລາວເສັຽຊີວິດ ເຖີງ 19 ຄົນ, ສ່ວນຫຼາຍ ແມ່ນມາຈາກແຂວງສາລະວັນ. ພາຍຫຼັງ ທີ່ເກີດເຫດ ໜ່ວຍງານປະກັນພັຍ ຂອງໄທຍ ກໍໄດ້ຈ່າຍຄ່າເສັຽ ໃຫ້ຜູ້ເສັຽຊີວິດ ຄົນລະ 400,000 ບາດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.