ຄົນງານລາວເສັຽຊີວິດ ຢູ່ ສວນກ້ວຍຈີນ

ໂຕຢ່າງສວນປູກກ້ວຍ ຂອງນັກລົງທຶນຈີນ ຢູ່ ເມືອງປາກຊັນ ແຂວງບໍຣິຄໍາໄຊ
ໂຕຢ່າງສວນປູກກ້ວຍ ຂອງນັກລົງທຶນຈີນ ຢູ່ ເມືອງປາກຊັນ ແຂວງບໍຣິຄໍາໄຊ (ນັກຂ່າວພົລເມືອງ)

0:00 / 0:00

ເມື່ອວັນທີ 29 ເມສາ ຜ່ານມານີ້ ທ້າວ ຂຽວ ອາຍຸ 18 ປີ ຄົນບ້ານນາຄູນໃຫຍ່ ເມືອງໜອງແຮດ ແຂວງຊຽງຂວາງ ທີ່ເປັນຄົນງານ ໃນສວນກ້ວຍຂອງບໍຣິສັດ ວີ ເອສ ຈໍາກັດ ຂອງຈີນ ຢູ່ບ້ານທ່າເຮືອ ເມືອງບໍລິຄັນ ແຂວງບໍຣິຄໍາໄຊ ຕັ້ງແຕ່ປີກາຍມານັ້ນ ໄດ້ເສັຽ ຊີວິດໃນສວຍກ້ວຍ ດັ່ງກ່າວ ຍ້ອນພຍາດກ່ຽວກັບ ຣະບົບທາງເດີນຫາຍໃຈ ຊຶ່ງຄົນງານທີ່ເຮັດວຽກນໍາກັນ ເຊື່ອວ່າອາດເປັນຍ້ອນ ສານເຄມີ ທີ່ໃຊ້ໃນສວນກ້ວຍສະສົມ ໃນຮ່າງກາຍຫຼາຍເກີນໄປ ແລະ ເປັນເວລາດົນນານ, ດັ່ງທີ່ລາວເວົ້າຕໍ່ ວີທຍຸເອເຊັຍເສຣີ ໃນມື້ວັນທີ 5 ພຶສພາ ນີ້ວ່າ:

“ຄັນສິເວົ້າໄປມາ ກະເປັນພຍາດເປັນບວມ ອັນນີ້ນ່າຫຼາຍເດືອນແລ້ວ ໂອ໋ ທີ່ວ່າເລີ່ມເປັນກະສິໄດ້ຮອດ 5 ເດືອນ 6 ເດືອນແລ້ວເບາະ ແບບວ່າຫາຍໃຈຝືດແນວນັ້ນນ່າ ບໍ່ໄດ້ເອົາຈິງ ເອົາຈັງ ເຂົາກະເລີຍບໍ່ໄດ້ປິ່ນໄປປົວ ເອົາຖືວ່າເປັນໄປດົນລະນໍ໋ ມັນກໍ່ເກີນ.”

ລາວກ່າວຕື່ມວ່າ ໃນໄລຍະທີ່ ທ້າວ ຂຽວ ມີອາການເຈັບເປັນຢູ່ນັ້ນ ທາງນາຍຈ້າງກໍບໍ່ໄດ້ພາໄປໂຮງໝໍ ແລະ ຫລັງຈາກຜູ້ກ່ຽວເສັຽ ຊີວິດແລ້ວ ນາຍຈ້າງກໍບໍ່ໄດ້ໃຫ້ເງິນ ຄ່າຊົດເຊີຍ ແນວໃດ, ມີແຕ່ເສັຽຄ່າສົ່ງສົບຜູ້ກ່ຽວ ໄປຮອດບ້ານເກີດ ທີ່ແຂວງຊຽງຂວາງ ແລະ ຄອບຄົວ ກໍໄດ້ທໍາພິທີຊາປະນະກິດສົບ ຕາມປະເພນີ ທາງສາສນາແລ້ວ.

ວິທຍຸເອເຊັຍເສຣີ ພຍາຍາມຕິດຕໍ່ໄປຫາ ຫ້ອງການປົກຄອງເມືອງໜອງແຮດ ແຂວງຊຽງຂວາງ ເພື່ອຂໍຮູ້ຣາຍລະອຽດ ກ່ຽວກັບ ເຣື່ອງທີ່ວ່ານັ້ນ ແຕ່ບໍ່ມີເຈົ້າໜ້າທີ່ ທ່ານໃດຮັບ ໂທຣະສັບ.

ໃນຂນະດຽວກັນ ໝູ່ຄົນງານໃນສວນກ້ວຍ ອີກຜູ້ນຶ່ງກໍເວົ້າວ່າ ປັດຈຸບັນຢູ່ໃນສວນກ້ວຍ ກໍຍັງມີການໃຊ້ສານເຄມີ ແລະຢາຂ້າແມງໄມ້ ຢູ່ເລື້ອຍໆ ໂດຍທີ່ນາຍຈ້າງບໍ່ມີຜ້າອັດປາກ ອັດດັງ ໃຫ້ຄົນງານໃສ່ ໃນຂນະທີ່ເຮັດວຽກ. ດັ່ງນັ້ນຈຶ່ງເຊື່ອວ່າ ສາເຫດທີ່ເຮັດໃຫ້ ທ້າວ ຂຽວ ເສັຍຊີວິດ ສ່ວນນຶ່ງແມ່ນຍ້ອນໄດ້ຮັບ ຜົລກະທົບຈາກສານເຄມີ ທີ່ສະສົມຢູ່ໃນຮ່າງກາຍ ຫຼາຍເກີນໄປ ດັ່ງທີ່ລາວກ່າວວ່າ:

“ສານເຄມີໃສ່ສີດໃບ ໃຊ້ຢາຂ້າຫຍ້າ ຢາສີດກ້ວຍ ປິດໃບແລ້ວກະຢາລ້າງກ້ວຍຫັ້ນແຫຼະ ກະບໍ່ໄດ້ໃຊ້ຜ້າປິດປາກ ເຂົາເອົາໄປຮອດ ບ້ານແລ້ວ.”

ໃນຂນະດຽວກັນ ຊາວບ້ານທີ່ຢູ່ໃກ້ຄຽງຜູ້ນຶ່ງ ທີ່ໄດ້ຍິນຂ່າວວ່າ ມີຄົນງານເສັຍຊີວິດ ຢູ່ໃນສວນກ້ວຍນັ້ນ ກໍເວົ້າວ່າ ຕົນບໍ່ຮູ້ຄັກແນ່ວ່າ ຜູ້ກ່ຽວເສັຍຊີວິດ ຍ້ອນສາເຫດຫຍັງແທ້ ເນື່ອງຈາກວ່າທາງ ບໍຣິສັດດັ່ງກ່າວ ບໍ່ອະນຸຍາດໃຫ້ຄົນພາຍນອກ ເຂົ້າໄປໃນສວນກ້ວຍ ດັ່ງທີ່ລາວກ່າວວ່າ:

“ຮູ້ແຕ່ເຂົາຂ່າວນີ້ຊື່ໆ ຂະເຈົ້າວ່າຄົນຕາຍຫັ້ນນ່າ ແລ້ວຂະເຈົ້າກະເອົາໄປ ແຕ່ຂ້ອຍກະຫາກບໍ່ຮູ້ລາຍລະອຽດ ເພາະວ່າຂະເຈົ້າບໍ່ໃຫ້ ຄົນໃນອອກ-ຄົນນອກເຂົ້າໄປເລີຍ ຫັ້ນນ່າ.”

ກ່ຽວກັບເຣື່ອງທີ່ວ່ານີ້ ວິທຍຸເອເຊັຍເສຣີ ໄດ້ພຍາຍາມຕິດຕໍ່ຫາຫ້ອງການ ຕໍາຣວດປ້ອງກັນຄວາມສງົບ ເມືອງບໍລິຄັນເພື່ອຂໍຮູ້ ຣາຍລະອຽດກ່ຽວກັບສາເຫດ ການເສັຍຊີວິດ ຂອງ ຄົນງານລາວດັ່ງກ່າວ, ແຕ່ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ບໍ່ສະດວກທີ່ຈະໃຫ້ຄໍາເຫັນ.

ແຕ່ເຖິງຢ່າງໃດກໍຕາມ ເຈົ້າໜ້າທີ່ເມືອງບໍລິຄັນ ທ່ານນຶ່ງ ກໍໄດ້ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 5 ພຶສພາ ນີ້ວ່າ ສາເຫດການ ເສັຍຊີວິດຂອງຄົນງານລາວ ຄົນດັ່ງກ່າວນັ້ນ ໃນເບື້ອງຕົ້ນແມ່ນຖືກຣະບຸວ່າ ເປັນຍ້ອນພຍາດສ່ວນໂຕ ກ່ຽວກັບ ຣະບົບທາງເດີນ ຫາຍໃຈ, ແຕ່ທາງພາກສ່ວນ ເຈົ້າໜ້າທີ່ກໍເຊື່ອວ່າ ສານເຄມີທີ່ໃຊ້ໃນສວນກ້ວຍ ນັ້ນອາດແມ່ນ ສ່ວນນຶ່ງທີ່ເຮັດໃຫ້ຜູ້ກ່ຽວເຈັບປ່ວຍ ແລະ ເສັຍຊີວິດ ຍ້ອນກ່ອນໜ້ານີ້ ກໍເຄີຍມີຄົນງານຫຼາຍຄົນ ໃນສວນກ້ວຍຈີນ ທີ່ວ່ານັ້ນ ມີອາການເຈັບປ່ວຍ ຍ້ອນຖືກສານເຄມີ ດັ່ງທ່ານກ່າວວ່າ:

“ມີການຢັ້ງຢຶນຈາກ ປກສ ໄປກວດກາແລ້ວ ລະຄະນະກຸ່ມບ້ານໄປກວດກາແລ້ວ ເພິ່ນວ່າພຍາດຂອງຜູ້ກ່ຽວເອງ ຢ້ານເປັນພຍາດ ເຄມີສ່ວນຫຼາຍ ເພາະວ່າບັນດາຄອບຄົວທີ່ໄປ ເຝົ້າສວນຫັ້ນ ລະແມ່ນລັ້ກສນະມືເປັນກະດັນ ເປັນພຍາດນ່າຫຼາຍຄົນ.”

ທ່ານເວົ້າວ່າ ເຈົ້າໜ້າທີ່ຢືນຢັນວ່າ ເຈົ້າຂອງສວນກ້ວຍຈີນ ບໍ່ໄດ້ໃຫ້ເງິນຄ່າຊົດເຊີຍ ແກ່ຄົນງານທີ່ເສັຍຊີວິດ ແລະສົບຂອງຜູ້ກ່ຽວ ກໍໄດ້ຖືກສົ່ງໄປແຂວງຊຽງຂວາງ ໂດຍບໍ່ໄດ້ມີການ ສັລສູດຫາສາເຫດ ຂອງການເສັຍຊີວິດ ນັ້ນຢ່າງຄັກແນ່ ແຕ່ຢ່າງໃດ.

ທ່ານກ່າວຕື່ມວ່າ ນອກຈາກນັ້ນແລ້ວ ໃນໄລຍະທີ່ຜ່ານມາ ເຈົ້າຂອງສວນກ້ວຍ ຊຶ່ງເປັນຄົນຈີນ ກໍໄດ້ຕິດຄ່າຈ້າງພວກຄົນງານໃນ ສວນກ້ວຍ ຈົນໄດ້ພາກັນໄປທວງເອົາ, ເຮັດໃຫ້ ນາຍຈ້າງເຊົາຈ້າງ ແລະໄລ່ຄົນງານອອກຈໍານວນນຶ່ງ, ຍັງເຫລືອໄວ້ປະມານ 400 ຄົນ ຈາກທີ່ເຄີຍມີປະມານ 600 ຄົນ ເມື່ອປີ 2020. ແລະວ່າ ທາງພາກສ່ວນທີ່ກ່ຽວຂ້ອງ ກໍາລັງຫາທາງແກ້ໄຂ ເພື່ອປົກປ້ອງ ຜົລປໂຍດ ຂອງຄົນງານລາວ ທີ່ເຮັດວຽກໃນສວນກ້ວຍແຫ່ງນີ້.

ກ່ຽວກັບເຣື່ອງນີ້ ວິທຍຸເອເຊັຽເສຣີ ພຍາຍາມຕິດຕໍ່ໄປຫາບໍຣິສັດ ວີ ເອສ ຈໍາກັດຂອງຈີນ ເພື່ອຂໍຮູ້ຣາຍລະອຽດ ແຕ່ບໍ່ສາມາດຕິດຕໍ່ ໄປຫາເຈົ້າຂອງບໍຣິສັດໄດ້ ແລະ ຂນະດຽວກັນ ກໍໄດ້ຕິດຕໍ່ໄປຫາ ເຈົ້າໜ້າທີ່ຣະດັບສູງທ່ານນຶ່ງ ທີ່ກ່ຽວຂ້ອງກັບການ ອະນຸຍາດໃຫ້ ບໍຣິສັດນີ້ ມາລົງທຶນປູກກ້ວຍ ຢູ່ເມືອງບໍລິຄັນ, ຍານາງເວົ້າວ່າ ຂໍ້ມູນທັງໝົດນັ້ນ ບໍ່ແມ່ນຄວາມຈິງ.

ເວົ້າເຖິງເຣື່ອງການເຈັບປ່ວຍ ຂອງຄົນງານໃນສວນກ້ວຍຈີນ ເຈົ້າໜ້າທີ່ປະຈໍາໂຮງໝໍ ເມືອງບໍລິຄັນ ເວົ້າວ່າ ເຖິງແມ່ນມີຂ່າວເຣື່ອງ ການເຈັບປ່ວຍຂອງຄົນງານ ໃນສວນກ້ວຍຈີນ, ແຕ່ໃນໄລຍະທີ່ຜ່ານມາ ຍັງບໍ່ທັນເຫັນຜູ້ໃດມາກວດ, ແຕ່ກໍບໍ່ຈື່ຄັກ ດັ່ງທີ່ນາງກ່າວວ່າ:

“ຄົນງານສວນກ້ວຍບໍ ຍັງບໍ່ທັນເຫັນມາກວດ ມີແຕ່ວ່າລະອຽດແທ້ແລ້ວ ຈັ່ງຊິຖາມໃຫ້ເບິ່ງເດີ ວ່າມີບໍເດີ ກະບໍ່ຈື່ຄືກັນ.”

ເວົ້າເຣື່ອງການລົງທຶນ ປູກກ້ວຍຂອງຈີນ ຢູ່ລາວ ນັກວິຊາການອາວຸໂສ ດ້ານກະສິກັມໃນລາວ ທ່ານນຶ່ງກ່າວວ່າ ຈາກການເບິ່ງຂໍ້ມູນ ໃນໄລຍະຜ່ານມາພົບວ່າ ບໍຣິສັດຈີນທີ່ມາລົງທຶນ ປູກກ້ວຍຢູ່ແຂວງຕ່າງໆ ມັກຈ້າງຊາວບ້ານທີ່ທຸກຍາກ ເປັນຄົນງານໃຫ້ ແລະ ມັກ ຈ້າງເປັນແບບຄອບຄົວ, ເມື່ອຄົນງານມີບັນຫາເຣື່ອງ ສຸຂພາບແນວໃດກໍຕາມ ທາງບໍຣິສັດກໍຈະບໍ່ມີ ການຄຸ້ມຄອງຫຼືບໍ່ຮັບຜິດຊອບ ແລະ ມັກປະຕິເສດວ່າ ສາເຫດຂອງຄົນງານ ເຈັບປ່ວຍນັ້ນ ບໍ່ໄດ້ເກີດຈາກການໃຊ້ ສານເຄມີ ໃນສວນກ້ວຍຂອງຕົນ ດັ່ງທີ່ທ່ານ ກ່າວວ່າ:

”ຈີນ ນີ້ມາລົງທຶນແນວນີ້ ເພິ່ນເອົາປະຊາຊົນໄປເຮັດ ກໍເອົາຄອບຄົວທີ່ທຸກຍາກໄປນໍ ກໍເປັນອັນຕະລາຍແຫຼະ ບັນຫານີ້ນີ່ ເພາະວ່າ ປະຊາຊົນລາວນີ້ບໍ່ຮູ້ຈັກຫຍັງນໍ ຄັນເຈັບເປັນແລ້ວ ຖິ້ມແນວນີ້ແນວນັ້ນ ຍ້ອນເຈັບເອງວ່າແນວນັ້ນແຫຼະ ເຂົາບໍ່ຮັບວ່າຍ້ອນໄປປູກ ແລ້ວກໍໃຊ້ເຄມີ ແນວນີ້ແນວນັ້ນ ບໍ່ເວົ້າແຫຼະ”

ທ່ານເວົ້າວ່າ ກ່ອນໜ້ານີ້ປະມານ 5 ປີ ກໍເຄີຍມີຄົນແຂວງຫລວງນໍ້າທາ ຜູ້ນຶ່ງທີ່ໄປເປັນຄົນງານ ຢູ່ສວນກ້ວຍຈີນ ທີ່ແຂວງບໍ່ແກ້ວ ໄດ້ເສັຍ ຊີວິດຍ້ອນພຍາດຣະບົບທາງເດີນຫາຍໃຈ ຊຶ່ງກໍເຊື່ອວ່າ ເປັນຍ້ອນໄດ້ຮັບ ສານເຄມີເຂົ້າໃນຮ່າງກາຍດົນ, ແຕ່ເຈົ້າຂອງ ສວນກ້ວຍ ບໍ່ຮັບຜິດຊອບຕໍ່ຄອບຄົວ ຄົນງານທີ່ເສັຍຊີວິດນັ້ນແຕ່ຢ່າງໃດ.

ທ່ານກ່າວຕື່ມວ່າ ຖ້າເປັນໄປໄດ້ ຢາກສເນີໃຫ້ພາກສ່ວນທີ່ກ່ຽວຂ້ອງ ຂອງຣັຖບາລລາວ ຄົ້ນຄວ້າຕື່ມເຣື່ອງການຄຸ້ມຄອງ ຄົນງານລາວ ທີ່ເຮັດວຽກໃນສວນກ້ວຍຈີນ ເພື່ອອອກຂໍ້ ກໍານົດ ໃຫ້ເຈົ້າຂອງສວນກ້ວຍ ແຕ່ລະບໍຣິສັດ ມີເຄື່ອງປ້ອງກັນອັນຕະຣາຍ ຈາກສານເຄມີ ໃຫ້ຄົນງານ ແລະ ທັງອອກຄ່າປິ່ນປົວ ໃຫ້ເວລາເຈັບປ່ວຍ ຍ້ອນສານເຄມີນັ້ນ ດັ່ງທີ່ທ່ານ ກ່າວວ່າ:

”ຢາກໃຫ້ມີຣະບຽບວ່າ ມາລົງທຶນຢູ່ລາວ ຖ້າເຈົ້າເກີດສີດຢາ ຖ້າເກີດເຈົ້າໃຊ້ຢາເຄມີ ເຈົ້າຕ້ອງມີເຄື່ອງປ້ອງກັນແນວນີ້ໃຫ້ ຄັນບໍ່ມີ ເຄື່ອງປ້ອງກັນ ກວດກາໂຮງໝໍຢັ້ງຢືນ ແມ່ນພຍາດ ຕິດມານີ້ ເຈົ້າຮັບຜິດຊອບ ມີຣະບຽບ ມີກົດໝາຍ ແນວນັ້ນ.”

ເວົ້າສະເພາະເຣື່ອງຄົນງານ ໃນສວນກ້ວຍຂອງບໍຣິສັດ ວີ ເອສ ຈໍາກັດ ຂອງຈີນ ຊາວບ້ານຢູ່ເມືອງບໍຣິຄັນ ທ່ານນຶ່ງກ່າວວ່າ ປັດຈຸບັນ ຊາວບ້ານຢູ່ເມືອງນີ້ ບໍ່ມີໃຜໄປເປັນຄົນງານ ແລະວ່າ ກ່ອນໜ້ານີ້ ມີຊາວບ້ານຈໍານວນນຶ່ງໄປເຮັດນໍາ ແຕ່ກໍເຮັດໄດ້ບໍ່ດົນ ກໍອອກໄປຫາ ວຽກບ່ອນອື່ນເຮັດ ຊຶ່ງເປັນໄປໄດ້ ທີ່ພວກເຂົາເຈົ້າ ອາຈຢ້ານອັນຕະຣາຍ ຈາກສານເຄມີ ດັ່ງທີ່ທ່ານກ່າວວ່າ:

“ຢູ່ພີ້ເຂົາມີແນວເຮັດຕ່າງຫາກ ເຂົາເຮັດມັນຕົ້ນນະ ສວນສາລີ ກໍມີກໍ 3 ຄົນ ພວກຊາວໜຸ່ມເຂົາໄປເຮັດ ຢູ່ທ່າເຮືອພຸ້ນນະໄປໆມາໆ ແລ້ວເຂົາປີ້ນແນວໃດ ບໍ່ເຫັນໄປແລ້ວລະ ຢ້ານເຄມີເຮົາກະບໍ່ຮູ້ແຫຼະ.”

ປັດຈຸບັນ ສວນກ້ວຍຂອງບໍຣິສັດ ວີ ເອສ ຈໍາກັດ ຂອງຈີນ ມີເນື້ອທີ່ປະມານ 500 ເຮັກຕາ ທີ່ໄດ້ຮັບສໍາປະທານຈາກ ຣັຖບາລລາວ, ໄດ້ເລິ່ມ ປູກກ້ວຍມາແຕ່ປີ 2019. ຄົນງານສ່ວນໃຫຍ່ ທີ່ເຮັດວຽກ ໃນສວນກ້ວຍແຫ່ງນີ້ ແມ່ນມາຈາກແຂວງຕ່າງໆ ເປັນຕົ້ນ ຫຼວງພຣະບາງ ແລະ ແຂວງຊຽງຂວາງ, ມີບ່ອນພັກຄົນງານ ຢູ່ໃນສວນກ້ວຍນັ້ນ.

ກ່ຽວກັບການໃຊ້ສານເຄມີ ໃນພາກການກະເສດ ໃນລາວ ກ່ອນໜ້ານີ້ຣັຖບາລລາວ ກໍໄດ້ປະກາດໃຊ້ກົດໝາຍວ່າດ້ວຍ ການຄວບຄຸມ ການໃຊ້ສານເຄມີ. ແຕ່ໃນພາກປະຕິບັດຕົວຈິງ ກົດໝາຍທີ່ວ່ານີ້ ກໍຍັງບໍ່ຮັດກຸມເທົ່າທີ່ຄວນ ແລະ ຍັງຂາດກົນໄກຕິດຕາມ ກວດກາ, ການປະເມີນຜົລການໃຊ້ ກົດໝາຍ ໂດຍສະເພາະ ໃນສວນກ້ວຍຈີນ ທີ່ມີຂ່າວວ່າ ໃຊ້ສານເຄມີ ຢູ່ເລື້ອຍໆ.