ອະນາຄົດຂອງຢາພື້ນເມືອງ ຢູ່ລາວ


2014.01.09
f-forest ເຂດ​ປ່າ​ສງວນ​ແຫ່ງ​ຊາດ ​ດົງ​ຫົວ​ສາວ ມ.​ບາ​ຈຽງ​ຈະ​ເຣີນ​ສຸກ ຂ.​ຈຳ​ປາ​ສັກ ຖືກ​ບຸກ​ລຸກໂດຍ​ບໍ​ລິ​ສັດ ວຽດ​ບຸກ​ເກ ປູກ​ຢາງ​ພາ​ຣາໃສ່
RFA

 

ໃນອະດີດ ຢາພື້ນເມືອງກໍມີບົດບາດສຳຄັນຕໍ່ການດຳຣົງຊີວິດຂອງຄົນລາວຫລາຍ ເພາະວ່າໃນເວລານັ້ນ ຕາໜ່າງການບໍຣິການ ທາງດ້ານ ສາທາຣະນະສຸກຍັງບໍ່ທັນ ມີການຂຍາຍຕົວ  ແລະ ໃນແຕ່ລະບ້ານ ຈະມີໝໍຢາພື້ນເມືອງ ປະຈໍາບ້ານ ທີ່ໃຫ້ການປິ່ນປົວ ແກ່ຊາວບ້ານທີ່ ເຈັບເປັນ ບໍ່ວ່າຈະເປັນ ຜູ້ທີ່ມີຖານະ ທຸກຍາກ ຫລືຜູ້ທີ່ຮັ່ງມີ ກໍຕາມ.

ໃນເວລານັ້ນ ຢາພື້ນເມືອງເປັນປັດໃຈຫລັກ ສຳລັບປະຊາຊົນລາວ ບັນດາເຜົ່າ ໃນການປິ່ນປົວຕົນເອງ ໃນເວລາເຈັບເປັນ ແຕ່ປັດຈຸບັນນີ້ ຢືນພື້ນເມືອງລາວ ກຳລັງຖືກໄພຂົ່ມຂູ່ ແລະມີຄວາມສ່ຽງທີ່ຈະສູນພັນແລ້ວມັນຈະສົ່ງຜົນກະທົບແນວໃດ ຕໍ່ອະນາຄົດຂອງປະຊາຊົນລາວ ບັນດາເຜົ່າ?

ນຶ່ງໃນສາເຫດຫລັກ ທີ່ເຮັດໃຫ້ຢາພື້ນເມືອງລົດໜ້ອຍຖອຍລົງ ນັ້ນກໍຄື ເນື້ອທີ່ປາໄມ້ ທີ່ກໍາລັງຖືກນາບຂູ່ ຈາກການຂະຫຍາຍເນື້ອທີ່ປູກໄມ້ ອຸດສາຫະກັມ. ດັ່ງລຸງຄໍາ ອາຍຸ 60 ກວ່າປີຊຶ່ງ ເປັນໝໍຢາພື້ນເມືອງ ຢູ່ບ້ານໜອງຕ່ວງ ເມືອງປາກຊ່ອງ ແຂວງຈໍາປາສັກ ກ່າວວ່າ:

"ອັນນ່າ ຢາພື້ນເມືອງຢູ່ແຖວປ່າບ້ານຫັ້ນນ່າ ມີຫລາຍຢູ່ບໍ ປັດຈຸບັນນີ້ ບໍ່ມີຫັ້ນແລະ ບໍຣິສັດດຸດໝົດ ຂັ້ນວ່າບໍຣິສັດບໍ່ດຸດມີຫລາຍຫັ້ນລະຄົບ ຊຸດ ຫັ້ນລະ ກະຍ້ອນບໍຣິສັດດຸດປ່າ ໝົດຫັ້ນ ບໍ່ມີບ່ອນຊິເຮັດຊິສ້າງ ກະໝົດໄປຫັ້ນລະ".

ແລະນອກຈາກນີ້ ນັກຊ່ຽວຊານທີ່ເຄີຍເຮັດວຽກ ເຣື້ອງການອະນຸຮັກ ພັນຢາພື້ນເມືອງກໍໃຫ້ຄຳຄິດເຫັນຄ້າຍໆ ຄືກັບລຸງຄຳ. ທ່ານກ່າວວ່າ:

"ທີ່ຜ່ານມາກະຕົວຢ່າງ ຢູ່ອັດຕະປື ຫັ້ນລະເນາະ ຕົວຢ່າງຢູ່ອັດຕະປື ມັນກະມີເຂດອະນຸຮັກ ຢູ່ບ້ານນາເຊືອກ ຫັ້ນຕົວຢ່າງ ເມືອງພູວົງ ຫັ້ນໄປເປັນປ່າ ອັນໜ້າ ຢາງພາຣາໝົດ ລະເດ້ ກະແປວ່າ ມັນກໍໝົດໄປເລີຍ ກະບໍ່ໄດ້ເວົ້າກັນເຣື້ອງອະນຸຮັກຫຍັງ ໝາຍຄວາມວ່າມັນ ກະໃນຕົວລະ ແຕ່ວ່າ ມັນກໍເປັນສ່ວນນ້ອຍນຶ່ງ ຂອງແຂວງອັດຕະປື ສຳລັບແຂວງອື່ນ ກໍບໍ່ຮູ້ວ່າ ມັນຈະມີຄືກັນບໍ່ ກະຄາດຄະເນວ່າ ມັນກະຄືຊິເປັນ ຄືກັນຫັ້ນລະ ເພາະວ່າ ໂຄງການຕົວນັ້ນ ມັນກໍເປັນຕົວຊີ້ບອກ ເຮົາໄດ້ວ່າ ແຂວງອື່ນຊິມີການ ສຳປະທານແບບຊັ້ນ ຊິເປັນຄືກັນ ຫັ້ນລະ".

ມາເຖິງປັດຈຸບັນກໍໄດ້ມີການໃຫ້ສໍາປະທານ ປູກຕົ້ນໄມ້ອຸດສາຫະກັມໃນເນື້ອທີ່ປະມານ 1.6 ລ້ານເຮັກຕາ ອີງຕາມຂໍ້ມູນຈາກກະຊວງຊັພຍາ ກອນທັມມະຊາດ ແລະສິ່ງແວດລ້ອມ ທັງນີ້ ເພື່ອໃຫ້ເປັນໄປຕາມນະໂຍບາຍການຫັນທີ່ດິນເປັນທຶນຂອງຣັຖບານ ແຕ່ວ່າບາງໂຄງການມີ ການບຸກເບີກເນື້ອທີ່ປ່າດົງບຸກລຸກປ່າສງວນດົງດີ ປ່າສງວນແຫ່ງຊາດ ແລະທັງມີການບຸກເບີກເນື້ອທີ່ເກີນກໍານົດທີ່ຣັຖບານກຳນົດໃຫ້.

ນອກຈາກນີ້ ມີການຕັດໄມ້ ເພື່ອສົ່ງອອກຂາຍ ໄປປະເທດຫວຽດນາມແລະໄທ ການລັກລອບຕັດໄມ້ເຖື່ອນ ເກີດຂຶ້ນຢ່າງແພ່ຫລາຍ ຊຶ່ງໃນ ທ້າຍເດືອນທັນວາ 2013 ເຈົ້າໜ້າທີ່ພາສີ ແຂວງຈຳປາສັກກໍສາມາດຈັບ ແລະຢຶດໄມ້ຜິດກົດໝາຍໄດ້ຈຳນວນ 145 ແມັດກ້ອນ ອີງຕາມ ການລາຍງານຂອງໜັງສືພິມເສຖກິດສັງຄົມ. ສິ່ງດັ່ງກ່າວກໍເປັນສາເຫດນຶ່ງ ທີ່ເຮັດໃຫ້ ເນື້ອທີ່ປ່າໄມ້ຫລຸດລົງ.

ອີງຕາມຂໍ້ມູນ ກະຊວງກະສິກັມແລະປ່າໄມ້ ກໍພົບວ່າເນື້ອທີ່ປົກຫຸ້ມຂອງປ່າໄມ້ ໃນທົ່ວປະເທດໃນຊຸມປີ 1940 ມີປະມານ 70 ສ່ວນຮ້ອຍ ແຕ່ມາຮອດປັດຈຸບັນ ເນື້ອທີ່ປົກຫຸ້ມ ເຫລືອພຽງ 40 ສ່ວນຮ້ອຍ ຊຶ່ງຢາພື້ນເມືອງທັງໝົດມີແຫລ່ງກໍາເຫນີດຢູ່ໃນປ່າ ແລະກໍແນ່ນອນວ່າ ຈໍານວນປ່າໄມ້ຫລຸດລົງ ກໍໝາຍເຖິງຕົ້ນພັນໄມ້ທີ່ເປັນສາຍພັນ ທີ່ເປັນແຫລ່ງສມຸນໄພ ຢາພື້ນເມືອງລາວກໍຫລຸດລົງ ເຊັ່ນດຽວກັນ.

ທັງສອງປັດໃຈ ບໍ່ວ່າຈະເປັນໂຄງການສໍາປະທານທີ່ດິນ ແລະການຕັດໄມ້ທັງຜິດກົດໝາຍແລະຖືກກົດໝາຍ ກໍເປັນສາເຫດເຮັດໃຫ້ແຫ່ງພືດ ພັນ ຂອງຢາພື້ນເມືອງຂອງລາວມີແນວໂນ້ມວ່າ ຈະສູນພັນໄປໃນທີ່ສຸດ ເຖິງວ່າທີ່ຜ່ານມາ ໜ່ວຍງານ ກະຊວງສາທາຣະນະສຸກ ໄດ້ມີການ ພື້ນຟູອະນຸຣັກຮັກສາແນວ ພັນຢາພື້ນເມືອງກໍຕາມ.

ນອກຈາກນີ້ ກໍຍັງມີການສ້າງຕັ້ງສະຖາບັນ ຢາພີື້ນເມືອງຂຶ້ນ ໃນປີ 1976 ເປັນຕົ້ນມາ ແລະໄດ້ມີການຂຶ້ນບັນຊີພັນໄມ້ ທີ່ເປັນຢາພື້ນເມືອງ ປະມານ 1,600 ຊນິດ ອີງຕາມຂໍ້ມູນຈາກວາຣະສານ ວິທຍາສາດສັງຄົມ ສະບັບທີ 5 ໃນປີ 2011 ແລະນອກຈາກນັ້ນ ກໍຍັງມີສູນ ອະນຸ ຮັກ ພັນຢາພື້ນເມືອງ ແລະມີໂຮງງານຜລິດຢາພື້ນເມືອງ ເກີດຂຶ້ນຫລາຍແຫ່ງໃນທົ່ວປະເທດ.

ເຖິງວ່າຈະມີສູນອະນຸຮັກພັນຢາພື້ນເມືອງລາວ ແລະມີໂຮງງານຜລິດຢາພື້ນເມືອງເກີດຂຶ້ນຫລາຍແຫ່ງ ໃນປະເທດກໍຕາມແຕ່ມັນກໍຍັງບໍ່ສາມາດ ອະນຸຮັກໄວ້ຢ່າງຕໍ່ເນື່ອງ ນັກອະນຸຮັກຢາພື້ນເມືອງກໍໃຫ້ທັສນະວ່າ ສາຍພັນຢາພື້ນເມືອງ ຢູ່ໃນບັນຊີດັ່ງກ່າວ ຫລາຍຊນິດໄດ້ສູນພັນໄປແລ້ວ.

ຍ້ອນການເຫັນສັພຄຸນຂອງພັນຢາພື້ນເມືອງ ອົງການອະນາໄມໂລກ ກໍໄດ້ຮັບຮອງເອົາການນໍາໃຊ້ ຢາພື້ນເມືອງເຂົ້າໃນການຮັກສາຄົນເຈັບ ຊຶ່ງ ເປັນຂະແໜງການແພດທາງເລືອກ.

ອີງຕາມຕໍາລາຢາພື້ນເມືອງ ການໄປເກັບເອົາຢາພື້ນເມືອງຕ້ອງອີງໃສ່ຣະດູການ ເວລາທີ່ຈະໄປເກັບ ເພື່ອໃຫ້ຢາ ທີ່ໄປເອົາມາມີຄວາມເຂັ້ມຂົ້ນ ແລະໄດ້ສັພຄຸນຕາມທີ່ຕ້ອງການ ຫລັງຈາກເອົາມາແລ້ວ ກໍຕ້ອງເອົາໄປຕາກແດດໃຫ້ແຫ້ງ ຫລືອົບໄວ້ ເພື່ອບໍ່ໃຫ້ມັນເກີດມີເຊື້ອລາໄດ້ ສິ່ງເຫຼົ່າ ນີ້ ກໍຕ້ອງໃຊ້ເວລາຫລາຍມື້ພໍສົມຄວນ ກ່ອນທີ່ຈະສກັດມາເປັນຢາໄດ້ ແລະສ່ວນໃຫຍ່ ຄົນເຮົາຈະເຫັນກໍຄືວ່າ ການໃຊ້ຢາພື້ນເມືອງ ໃນການ ຮັກສານັ້ນ ຄືຝົນທາ, ຝົນໃສ່ນໍ້າແລ້ວດື່ມ ຫລື ຕົ້ມໃສ່ໝໍ້ແລ້ວ ເອົາມາດື່ມ.

ຕົວຢ່າງ : ກະຊາຍດໍາ ເປັນຢາບໍາລຸງຮ່າງກາຍ ແກສອນດອກບົວເປັນຢາບໍາຣຸງຫົວໃຈ ເປືອກຫາງ ເປັນຢາແກ້ເຈັບທ້ອງ ຫົວຫວ້ານພຍາງູ ເປັນຢາ ແກ້ພິດສໍາລັບຜູ້ທີ່ຖືກສັດ ມີພິດກັບຕອດເປັນຕົ້ນ ແລະຍັງມີອີກຫລາຍພັນຊນິດ ອີງຕາມປຶ້ມສັງລວມຢາພື້ນເມືອງຂອງຜແນກ ອະນຸ ຮັກແນວພັນຢາພື້ນເມືອງ.

ເຖິງວ່າ ການແພດສະໄໝໃໝ່ ຈະມີການພັທນາໄປຫລາຍຕາມສະໄໝໂລກາພິວັດກໍຕາມ ແຕ່ສໍາລັບປະເທດລາວ ແລ້ວຕາໜ່າງສາທາຣະນະ ສຸຂຍັງບໍ່ສາມາດກວມເອົາທົ່ວປະເທດໄດ້ທັງໝົດເທື່ຶອ ແລະກໍຍັງບໍ່ສາມາດຮັບປະກັນ ໄດ້ວ່າຈະໃຫ້ບໍຣິການ ແກ່ປະຊາຊົນຢູ່ເຂດ ຊົນນະບົດ ໄດ້ຢ່າງທົ່ວເຖິງ ເພາະສະນັ້ນ ຢາພື້ນເມືອງ ກໍຍັງເປັນສິ່ງທີ່ຈໍາເປັນ ສໍາລັບຊາວຊົນນະບົດຢູ່.

ປັດຈຸບັນ ພືດສະໝູນໄພທີ່ເປັນຢາພື້ນເມືອງກໍາລັງຖືກນາບຂູ່ ແລະໃນເວລາດຽວກັນ ປະຊາຊົນລາວບັນດາເຜົ່າທີ່ໃຊ້ຢາພື້ນເມືອງໃນຊີວິດປະ ຈໍາວັນ ກໍກຳລັງຖືກນາບຂູ່ຈາກບັນຫາການຕັດໄມ້ທໍາລາຍປ່າ ແລະການຫັນດິນເປັນທຶນ ຈາກໂຄງການຕ່າງໆ.

ໃນອະດີດ ທີ່ເຄີຍເປັນປ່າທີ່ເຕັມໄປດ້ວຍພືດພັນ ທີ່ເປັນຢາພື້ນເມືອງ ອັນຫລາກຫລາຍ ມາຮອດປັດຈຸບັນ ກໍໄດ້ຖືກທຳລາຍ ບຸກເບີກໃຫ້ເປັນ ເນື້ອ ທີ່ປູກຕົ້ນໄມ້ອຸດສາຫະກັມ ເປັນຕົ້ນສວນຢາງພາຣາ ສວນຢູຄໍລິບຕັສ ແລະອື່ນໆ ເມື່ອປ່າທີ່ອຸດົມ ສົມບູນຖືກທຳລາຍສູນຫາຍໄປ ມັນກໍ ຍາກທີ່ຈະສາມາດຟື້ນຟູ ໃຫ້ກັບຄືນມາໄດ້ ຊຶ່ງສິ່ງດັ່ງກ່າວ ມັນຍິ່ງເປັນການຕອກຢໍ້າວ່າ ແຕ່ລະສາຍພັນຢາພື້ນເມືອງລາວ ນັບມື້ນັບຈະສູນ ຫາຍໄປ ໃນອະນາຄົດ.

ຊຶ່ງກໍບໍ່ຕ່າງຫຍັງກັບຊະຕາກັມ ຂອງຊົນເຜົ່າລາວ ຕາມເຂດຊົນນະບົດ ທີ່ເສັຽດິນດອນຕ່ອນຫຍ້າຂອງຕົນ ໃຫ້ກັບໂຄງການ ສໍາປະທານຕ່າງໆ ແລ້ວ ເຂົາເຈົ້າກໍຕ້ອງຖືກບັງຄັບ ໃຫ້ຍ້າຍຖິ່ນຖານມາຫາ ວຽກເຮັດໃນຕົວເມືອງ ແລະໃນເມື່ອບໍ່ມີ ທີ່ດິນທຳກິນ-ປູກຝັງລ້ຽງສັດ ເພື່ອລ້ຽງຊີພ ແລ້ວ ອະນາຄົດຂອງປະຊາຊົນລາວ ບັນດາຊົນເຜົ່າ ກໍຄົງຈະບໍ່ຕ່າງຫຍັງກັບອະນາຄົດ ຂອງແນວພັນຢາພື້ນເມືອງລາວ. ຊຶ່ງໝາຍຄວາມວ່າ ອະນາຄົດສາຍພັນຢາພື້ນເມືອງລາວ ເປັນສັນໃດ ອະນາຄົດຂອງປະຊາຊົນບັນດາເຜົ່າກໍຈະສັນນັ້ນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.