ການພັທນາທີ່ໃຊ້ຊັພໃນດິນ ສິນ ໃນນໍ້າ


2014.02.05
F-forest ປ່າໄມ້ຢູ່ ສປປ ລາວ ຖືກບຸກລຸກ ທໍາລາຍ ມາໂດຍຕລອດ
RFA

 

ປະເທດລາວ ອຸດົມ ສົມບູນ ໄປດ້ວຍ ຊັພຍາກອນ ທັມມະຊາດ ເຊັ່ນປ່າໄມ້ ຕົ້ນໄມ້ ບໍ່ແຮ່ ທີ່ດິນ ບ່ອນທຳມາ ຫາກິນ ແລະ ແມ້ນ້ຳ ລຳທານ; ແຕ່ເນື່ອງ ຈາກວ່າ ຣັຖບານ ລາວ ໄດ້ໃຊ້ ຊັພຍາກອນ ທັມມະຊາດ ເຫລົ່ານັ້ນ ຫລາຍ ພໍສົມຄວນ ເພື່ອສ້າງສາ ພັທນາ ໃນຣະຍະ 30 ກວ່າ ປີ ຜ່ານມາ ຊັພຍາກອນ ທັມມະຊາດ ໂດຍສະເພາະ ປ່າໄມ້ ຕົ້ນໄມ້ ແຮ່ທາດ ແລະ ທີ່ດິນ ບ່ອນ ທຳມາ ຫາກິນ ຈຶ່ງນັບ ມື້ນັບ ຫລຸດໜ້ອຍ ຖອຍລົງ; ຫລາຍຢ່າງ ເກືອບໝົດ ແລ້ວ.

ບັດນີ້ ພວກເຮົາມາ ສຶກສາເບິ່ງ ແຕ່ລະຢ່າງ ຢ່າງທີນຶ່ງ ປ່າໄມ້ ແລະຕົ້ນໄມ້: ເມື່ອປີ 1970 ປະເທດລາວ ຍັງມີ ປ່າໄມ້ ແລະ ຕົ້ນໄມ້ ຫລາຍ; ປ່າໄມ້ ປົກຄຸມ ພື້ນທີ່ ຂອງປະເທດ ທັງໝົດ ເຖິງ 70 ສ່ວນຮ້ອຍ; ນັບແຕ່ນັ້ນມາ ປ່າໄມ້ ແລະ ຕົ້ນໄມ້ ກໍຫລຸດໜ້ອຍ ລົງຢ່າງ ໄວວາ ປັດຈຸບັນ ຍັງເຫລືອ ບໍ່ເຖິງ 30 ສ່ວນຮ້ອຍ. ອົງການ ປ່າໄມ້ ໃນເຂດ ລຸ່ມ ແມ່ນ້ຳຂອງ ຣາຍງານ ເມື່ອບໍ່ດົນ ຜ່ານມາວ່າ ປ່າໄມ້ ທີ່ຕຶບໜາ ແທ້ໆ ຢູ່ລາວ ຍັງເຫຼືອ ບໍ່ເຖິງ 10 ສ່ວນຮ້ອຍ.

ອົງການ ຮັກສາ ສິ່ງແວດລ້ອມ ຄາດຄະເນວ່າ ຖ້າຍັງມີ ການຕັດໄມ້ ທຳຣາຍປ່າ ໃນອັດຕຣາ ປັດຈຸບັນ ສືບຕໍ່ໄປ ປ່າໄມ້ ຢູ່ລາວ ຈະໝົດໄປ ພາຍໃນ ບໍ່ເຖິງ 20 ປີ ຂ້າງໜ້າ. ເວົ້າສະເພາະ ຕົ້ນໄມ້ ເປັນຕົ້ນ ຕົ້ນໄມ້ ໃຫຍ່ໆງາມໆ ແລະ ໄມ້ແຂງ ນັ້ນ ດັບສູນ ແລ້ວ ບໍ່ມີແລ້ວ.

ເມື່ອສອງສາມ ປີກ່ອນ ພວກຄ້າໄມ້ ເຖື່ອນ ຢູ່ແຂວງ ຄຳມ່ວນ ເລົ່າສູ່ຟັງວ່າ ພວກເຂົາ ຈ້າງຊາວບ້ານ ຫລື ຄົນວຽດນາມ ຂຶ້ນໄປຕັດ ໄມ້ແຂງ ໃຫຍ່ໆງາມ ເຊັ່ນ ໄມ້ຂະຍຸງ ໄມ້ແຄນ ແລະ ໄມ້ແຕ້ ຢູ່ເທິງພູ ໄກຈາກ ທາງຫລາຍ ສິບ ກິໂລ ແມັດ; ແຕ່ປັດຈຸບັນ ແມ້ແຕ່ ຢູ່ເທິງພູໄກໆ ກໍບໍ່ມີ ຕົ້ນໄມ້ແລ້ວ.

ໃນດ້ານ ບໍ່ແຮ່ ກໍເຊັ່ນດຽວກັນ ບໍຣິສັດ ລ້ານຊ້າງ ມິນເນໂຣ ຊຶ່ງເປັນ ບໍຣິສັດ ລູກ ຂອງ ບໍຣິສັດ Minmetal ຂອງຈີນ ທີ່ຮັບເໝົາ ຂຸດຄົ້ນ ບໍ່ຄຳ ເຊໂປນ ກໍປະກາດ ເມື່ອບໍ່ເທົ່າໃດ ອາທິດ ທີ່ຜ່ານມາວ່າ ທາງ ບໍຣິສັດ ໄດ້ຢຸດ ການຂຸດຄຳ ແລ້ວ ຍ້ອນຄຳ ໝົດແລ້ວ ຍັງແຕ່ທອງ.

ເມື່ອອາທິດ ທີ່ແລ້ວ ທາງ ບໍຣິສັດ ລ້ານຊ້າງ ມິນເນໂຣ ກໍເອົາ ຄົນງານອອກ ເຖິງສີ່ຮ້ອຍ ກວ່າຄົນ. ບໍ່ຄຳເຊໂປນ ແຂວງ ສວັນນະເຂດ ເລິ້ມຜລິດຄຳ ແຕ່ປີ 2002 ເປັນຕົ້ນມາ ໃນເບື້ອງຕົ້ນ ກໍຜລິດໄດ້ ປະມານ 1 ແສນອອນຊ໌ ຕໍ່ປີ; ຜລິດຄຳໄດ້ ສູງສຸດ ເມື່ອປີ 2006; ນັບແຕ່ປີ ນັ້ນ ເປັນຕົ້ນມາ ຜລິດຄຳ ໄດ້ໜ້ອຍລົງ ຈົນໃນທີ່ສຸດ ກໍໝົດໄປ ເມື່ອທ້າຍປີ ທີ່ຜ່ານມາ.

ຈົນເຖິງປັດຈຸບັນ ມີບໍຣິສັດໃຫຍ່ໆ ຂຸດຄົ້ນບໍ່ແຮ່ ຢູ່ລາວ ມີຢູ່ສອງ ບໍຣິສັດ ຄື ບໍຣິສັດ ລ້ານຊ້າງ ມິນເນໂຣ ແລະ ບໍຣິສັດ ແພນອັອສ ຂອງ ອັອສເຕຣເລັຍ ທີ່ ກຳລັງ ຂຸດຄົ້ນ ບໍ່ຄຳ ສອງສາມ ແຫ່ງ ທີ່ ບໍຣິເວນ ພູເບັ້ຍ. ປັດຈຸບັນ ບໍຣິສັດ ແພນອັອສ ໄດ້ຂຸດຄົ້ນ ບໍ່ພູຄຳ ມາໄດ້ ສີ່ຫ້າປີແລ້ວ; ໂດຍທົ່ວໄປ ບໍ່ຄຳ ບໍ່ນຶ່ງ ຈະມີອາຍຸ ພຽງແຕ່ ປະມານ 10 ປີ; ສະນັ້ນ ບໍ່ພູຄຳ ອີກບໍ່ດົນ ຄຳກໍຈະໝົດ ເຊັ່ນກັນ.

ນອກຈາກ ບໍ່ຄໍາ ແລະ ທອງແລ້ວ ຣັຖບານລາວ ຍັງຈະໃຫ້ ຕ່າງປະເທດ ຂຸດຄົ້ນບໍ່ ຖ່ານຫີນ ຢູ່ແຂວງ ຊຽງຂວາງ ນຳອີກ ດັ່ງເຈົ້າໜ້າທີ່ ລາວ ທ່ານນຶ່ງ ເວົ້າວ່າ:

“ຈະໃຫ້ຂຸດ ຖ່ານຫິນ ເພິ້ມຢູ່ທາງ ຊຽງຂວາງ ເພາະມັນມີ ບໍ່ຖ່ານຫິນ ຢູ່ທີ່ນັ້ນ; ພວກເຮົາ ຍັງຈະໄດ້ ເອົາໃຈໃສ່ ຕື່ມອີກ ເພື່ອເຮັດ ແນວໃດ ແກ້ໄຂ ບັນຫາ ໃຫ້ໂຮງງານ ຜລິດຄຳ ຜລິດໄດ້ ຕາມຄາດໝາຍ ເພາະ ວ່າໂຕນີ້ ເປັນແຫລ່ງ ຣາຍຮັບໃຫຍ່ ຂອງ ພວກເຮົາ ອັນນຶ່ງ.”

ຊັພຍາກອນ ທັມມະຊາດ ອີກຢ່າງນຶ່ງ ທີ່ກຳລັງ ຫລຸດໜ້ອຍ ຖອຍລົງ ກໍແມ່ນພື້ນທີ່ ບ່ອນທຳມາ ຫາກິນ ຂອງ ປະຊາຊົນ. ປະເທດລາວ ນັບມື້ນັບ ມີພົລເມືອງ ເພິ້ມຂື້ນ ອີກບໍ່ດົນ ກໍຈະເຖິງ ເຈັດລ້ານຄົນ; ແຕ່ພື້ນທີ່ ບ່ອນຢູ່ອາສັຍ ແລະ ບ່ອນເຮັດນາ ຊ້ຳພັດ ນັບມື້ນັບ ແຄບ. ສາເຫດໃຫຍ່ ຍ້ອນການ ສ້າງເຂື່ອນ ໄຟຟ້າ ການໃຫ້ ສັມປະທານ ທີ່ດິນ ແຕ່ ນັກລົງທຶນ ຕ່າງປະເທດ ແລະ ການສ້າງສາ ພັທນາ.

ບັດນີ້ ພວກເຮົາມາ ສຶກສາເບິ່ງ ແຕ່ລະ ສາເຫດ ຄື: ນຶ່ງ ການສ້າງ ເຂື່ອນໄຟຟ້າ. ລາວ ເປັນປະເທດ ທີ່ມີພູຜາ ຫລາຍ ໂດຍສະເພາະ ຢູ່ພາກເໜືອ ແປວ່າ ບໍ່ມີທົ່ງພຽງ ຫລາຍເພື່ອ ເຮັດນາ. ຍ້ອນແບບນັ້ນ ຊາວນາ ຢູ່ຫລາຍເຂດ ຫລາຍແຂວງ ຈຶ່ງອາສັຍ ເຮັດນາໃສ່ ຮ່ອມພູ ແລະ ຕາມແຄມນ້ຳ; ແຕ່ເມື່ອ ສ້າງເຂື່ອນ ແລ້ວ ນ້ຳຈະຖ້ວມ ທົ່ງພຽງ ເຫລົ່ານັ້ນ; ຕົວຢ່າງ ເຂື່ອນນ້ຳເທີນ2 ຖ້ວມພື້ນທີ່ ເຖິງ 450 ກິໂລແມັດ ຕາຕາລາງ. ປັດຈຸບັນ ໃນທົ່ວ ປະເທດລາວ ມີເຂື່ອນ ເກືອບ 20 ແຫ່ງແລ້ວ ແລະ ແນ່ນອນວ່າ ທົ່ງນາ ທົ່ງຮາບ ພື້ນທີ່ ທີ່ພໍ ເຮັດນາໄດ້ ຕ້ອງຖືກ ນ້ຳຖ້ວມໄປ ຫລາຍຮ້ອຍ ກິໂລແມັດ ຕາຕາລາງ.

ສາເຫດ ທີ່ສອງ ທີ່ເຮັດໃຫ້ ພື້ນທີ່ດິນ ຫລຸດລົງ ຢູ່ລາວ ກໍແມ່ນ ການໃຫ້ ສັມປະທານ ທີ່ດິນ ແກ່ ນັກລົງທຶນ ຕ່າງປະເທດ ເພື່ອປູກພຶດ ອຸດສາຫະກັມ ເຊັ່ນ ຢາງພາຣາ. ຈົນເຖິງ ປັດຈຸບັນ ຣັຖບານ ລາວ ໄດ້ໃຫ້ ສັມປະທານ ທີ່ດິນ ໄປຫລາຍແສນ ເຮັກຕາຣ໌ ແລ້ວ; ສະເພາະ ບໍຣິສັດ ຢາງວຽດນາມ ກໍໄດ້ ສັມປະທານ ໄປແລ້ວ ປະມານ ສາມແສນ ເຮັກຕາຣ໌. ບໍຣິສັດ ຈາກຈີນ ກໍເຊັ່ນດຽວກັນ ໄດ້ ສັມປະທານ ຢູ່ພາກເໜືອ ຂອງລາວ ຫລາຍເທົ່າໆ ກັບ ບໍຣິສັດ ວຽດນາມ. ຜ່ານມາ ຣັຖບານ ລາວ ໄດ້ໃຫ້ ສັມປະທານ ທີ່ດິນ ຫລາຍເກີນໄປ ຈົນ ປະຊາຊົນ ລາວ ວິຕົກ ກັງວົນ ຢ້ານລູກຫລານ ຂອງ ພວກເຂົາເຈົ້າ ຈະ ບໍ່ມີບ່ອນ ທຳມາ ຫາກິນ ໃນອະນາຄົດ. ດັ່ງຊາວລາວ ຄົນນຶ່ງ ຈົ່ມວ່າ:

“ການສັມປະທານ 50 ປີ ລະນໍ໋ ລູກ ໃຫຍ່ຂື້ນມາ ຈະເອົາທີ່ດິນ ທີ່ໃດທຳກິນ ອັນໃດ ກໍເປັນຂອງ ໂອຊີ ໝົດແລ້ວ.”

ບໍ່ເທົ່ານັ້ນ ການສ້າງສາ ພັທນາ ເຊັ່ນການສ້າງ ຖນົນຫົນທາງ ບ້ານ ແລະເມືອງ ກໍເປັນສາເຫດ ໃຫຍ່ນຶ່ງ ທີ່ເຮັດໃຫ້ ພື້ນທີ່ ບ່ອນທຳມາ ຫາກິນ ຫລຸດໜ້ອຍ ຖອຍລົງ; ຕົວຢ່າງ ການສ້າງ ເຂດເສຖກິດ ສະເພາະ ບຶງທາດ ຫລວງ ກໍເຮັດໃຫ້ ທົ່ງນາ ແຖບນັ້ນ ຫລຸດລົງເຖິງ 3-4 ຮ້ອຍ ເຮັກຕາຣ໌ ຊຶ່ງຕາມ ປົກກະຕິ ແລ້ວ ເຂດ ບຶງທາດຫລວງ ເປັນທົ່ງນາ ອູ່ເຂົ້າ ອູ່ນໍ້າ ຂອງ ປະຊາຊົນ ນະຄອນຫລວງ ວຽງຈັນ ມາເປັນ ເວລາ ຫລາຍເຊັ່ນຄົນ.

ແມ່ນ້ຳລຳທານ ກໍເປັນ ຊັພຍາກອນ ທັມມະຊາດ ອັນລ້ຳຄ່າ ຂອງ ລາວເຊັ່ນກັນ. ລາວມີ ແມ່ນ້ຳລຳທານ ຫລາຍ ທີ່ອຸດົມ ສົມບູນ ໄປດ້ວຍນ້ຳ ແລະປາ. ແຕ່ໃນ ຣະຍະນີ້ ລຳນ້ຳ ຫລາຍແຫ່ງ ບົກແຫ້ງ ເກີນໄປ ໃນຍາມແລ້ງ ຍ້ອນດິນ ຟ້າອາກາດ ປ່ຽນແປງ; ປະຊາຊົນ ຂາດນ້ຳ ເພື່ອ ເຮັດການ ເຮັດການ ກະເສດ ແລະ ຂາດອາຫານ ການກິນ ປາປູແລະອື່ນໆ. ຊ້ຳບໍ່ໜຳ ຣັຖບານ ຍັງສ້າງ ເຂື່ອນໃສ່ ແມ່ນ້ຳລຳທານ ຫລາຍແຫ່ງ ປັດຈຸບັນ ໄດ້ສ້າງແລ້ວ ແລະ ກຳລັງ ສ້າງ ຫລາຍສິບ ເຂື່ອນ ສອງເຂື່ອນໃສ່ ແມ່ນ້ຳຂອງ ຄືເຂື່ອນ ໄຊຍະບຸຣີ ແລະ ເຂື່ອນດອນສະໂຮງ; ບາງລຳນ້ຳ ຈະມີຫລາຍ ເຖິງ 6 ເຂື່ອນ ເຊັ່ນນ້ຳອູ ໃນພາກເໜືອ. ການສ້າງເຂື່ອນ ຈະທຳຣາຍ ສິ່ງ ແວດລ້ອມ ແລະຝຸງປາ ຊຶ່ງເປັນ ອາຫານ ລ້ຽງຊີບ ທີ່ຈຳເປັນ ສຳຣັບ ຄົນລາວ. ຕົວຢ່າງ ອົງການ ຮັກສາ ສິ່ງແວດລ້ອມ ຄິດຢ້ານວ່າ ເຂື່ອນ ດອນສະໂຮງ ຢູ່ພາກໃຕ້ ຂອງລາວ ຈະຕັນທາງ ຂື້ນລົງ ຂອງປາ ແລະ ໃນທີ່ສຸດປາ ກໍຈະດັບ ສູນໄປ.

ສລຸບແລ້ວ ຊັພຍາກອນ ທັມມະຊາດ ຂອງລາວ ກຳລັງ ຫລຸດໜ້ອຍ ຖອຍລົງ ຍ້ອນຣັຖບານ ອາສັຍ ແຕ່ ຊັພຍາກອນ ເຫລົ່ານີ້ ເພື່ອສ້າງສາ ພັທນາ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.