ມີການຮຽກຮ້ອງ ໃຫ້ຢຸດສ້າງເຂື່ອນ ໃສ່ແມ່ນ້ຳຂອງ ເພີ່ມຕື່ມ
ພາກປະຊາສັງຄົມ ລາວ-ໄທຍ ຢາກເຫັນແມ່ນໍ້າຂອງ ມີຄວາມຍືນຍົງ ຮຽກຮ້ອງ ໃຫ້ຢຸດການກໍ່ສ້າງເຂື່ອນ ໄຟຟ້າ ໃສ່ແມ່ນໍ້າຂອງເພີ່ມຕື່ມ ຊຶ່ງຈະສົ່ງຜົລກະທົບກັບ ວິຖີຊີວິຕຂອງຊາວບ້ານ ລວມເຖິງ ສະພາບແວດລ້ວມ ແລະສັງຄົມ.
-
ໄຊຍາ
2022-08-16 -
-
-
Your browser doesn’t support HTML5 audio
ພາກປະຊາສັງຄົມທັງໃນລາວ ແລະ ໄທຍ ຢາກເຫັນອະນາຄົຕແມ່ນໍ້າຂອງ ມີຄວາມຍືນຍົງ ແລະ ຮຽກຮ້ອງໃຫ້ ຢຸດເຊົາການກໍ່ສ້າງເຂື່ອນ ໄຟຟ້າໃສ່ແມ່ນໍ້າຂອງເພີ່ມຕື່ມ ເພື່ອເປັນການປົກປັກຮັກສາ ລະບົບນິເວດ ວັທນາທັມ ແລະ ວິຖີຊີວິຕຂອງຄົນໃນພື້ນ ທີ່ລຸ່ມແມ່ນໍ້າຂອງ ໂດຍໃຫ້ຄຳນຶງເຖິງຜົລກະທົບ ທີ່ເກີດຂຶ້ນໃນປັດຈຸບັນ.
ໂຕຢ່າງທີ່ເຫັນໄດ້ຢ່າງຈະແຈ້ງຄື ການຂຶ້ນ-ລົງ ຂອງລະດັບນໍ້າ ຂອງທີ່ຜິຕປົກກະຕິ ຊຶ່ງສົ່ງຜົລກະທົບລະບົບນິເວດ ໃນແມ່ນໍ້າຂອງໂດຍຕຣົງ ແລ້ວຍັງກະທົບຕໍ່ຊາວປະມົງ ທີ່ຫາປາຢູ່ແມ່ນໍ້າຂອງນຳດ້ວຍ.
ດັ່ງຊາວລາວ ມີອາຊີພຫາປາແມ່ນໍ້າຂອງ ໃນນະຄອນຫຼວງວຽງຈັນ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 16 ສິງຫາ ນີ້ວ່າ:
“ເຂື່ອນຫັ້ນແຫຼະ. ດຽວນີ້ນ່າທາງເໜືອນີ້ ຢາກມີຜົລກະທົບເກືອບວ່າ 100% ພຸ້ນແຫຼະ ອ້າຍວ່າ. ເພາະວ່າດຽວນີ້ ບາງເທື່ອນໍ້າເໜືອ ມັນຫຼາຍ. ມັນບໍ່ປົກກະຕິ ມັນກາເລີຍກາຍເປັນວ່າ ມັນປັບສະພາບບໍ່ທັນເບາະ ຄືຈັ່ງໃດ. ອ້າຍກາບໍ່ເຂົ້າໃຈເວົ້າພື້ນປາ.”
ຊາວບ້ານທີ່ອາສັຍ ຢູ່ແຄມແມ່ນໍ້າຂອງ ຕ້ອງປະເຊີນກັບສະພາບນໍ້າ ຂຶ້ນ-ລົງ ມາຢ່າງຕໍ່ເນື່ອງ ຊຶ່ງເຮັດໃຫ້ທີ່ດິນແຄມແມ່ນໍ້າຂອງ ຖືກເຊາະເຈື່ອນ ຊາວໄດ້ຮັບຜົລເສັຽຫາຍ ຢ່າງໜັກໜ່ວງ. ບາງຄອບຄົວສູນເສັຽເນື້ອທີ່ ທຳການຜລິຕໄປຫຼາຍຕອນແລ້ວ ຈົນຮອດດຽວນີ້ກໍຍັງບໍ່ມີພາກສ່ວນໃດ ລົງມາແກ້ໄຂບັນຫາ.
ຊາວບ້ານກໍເຫັນວ່າ ໂຄງການກໍ່ສ້າງເຂື່ອນ ຫຼວງພຣະບາງ ເພາະເຫັນວ່າໂຄງການດັ່ງກ່າວ ຈະສົ່ງຜົລກະທົບ ຕໍ່ແຫຼ່ງທ່ອງທ່ຽວ ທາງທັມມະຊາຕ ແລະແຫຼ່ງທ່ອງທ່ຽວມໍຣະດົກໂລກ ແລະທີ່ສຳຄັນ ຊາວບ້ານຍັງຕ້ອງການເຫັນ ແມ່ນໍ້າຂອງ ເປັນແຫຼ່ງສະບຽງອາຫານ, ເປັນເສັ້ນທາງສັນຈອນ ໄປ-ມາ ແລະການທ່ອງທ່ຽວ ອັນເປັນເອກລັກ ທາງທັມມະຊາຕ ຂອງເມືອງມໍຣະດົກໂລກ ຫຼວງພຣະບາງ.
ດັ່ງຊາວລາວ ຢູ່ເມືອງງາ ແຂວງອຸດົມໄຊ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 16 ສິງຫາ ນີ້ວ່າ:
“ທາງບ້ານມັນຄິດໜັກ. ມັນດິນສິທຳກິນນີ້ແຫຼະເນາະ. ມັນກາກືນນໍ້າໝົດ ມັນຫຼາຍບ່ອນໃດ ກະທົບກັບປະຊາຊົນຫຼວງພຣະບາງນີ້ ມັນຈະມີເຂື່ອນນຶ່ງແລ້ວ ມັນຈະຖ້ວມແຫຼ່ງທ່ອງທ່ຽວ ຖໍ້າຕິ່ງເນາະ ຄັນຖ້າວ່າມັນກະທົບຫຼາຍນີ້ ເມືອງມໍຣະດົກໂລກນີ້ ໝົດເມືອງໄດ໋ ຖ້າມັນເກີດ.”
ການກໍ່ສ້າງເຂື່ອນໃດໆກໍຕາມ ບໍ່ວ່າຈະເປັນເຂື່ອນຂນາດນ້ອຍ ຫຼື ເຂື່ອນຂນາດໃຫຍ່ ແລະ ຍິ່ງເປັນເຂື່ອນຂນາດໃຫຍ່ ທີ່ສ້າງກັ້ນແມ່ນໍ້າຂອງ ຣັຖບານລາວຈຳເປັນ ທີ່ຈະສຶກສາຜົລກະທົບ ຕໍ່ສິ່ງແວດລ້ອມ ແລະສັງຄົມຢ່າງຮອບດ້ານ ເພື່ອຮັບປະກັນວ່າ ເມື່ອສ້າງໄປແລ້ວ ຈະບໍ່ເກີດຜົລກະທົບ ຕໍ່ລະບົບນິເວດແມ່ນໍ້າຂອງ, ສິ່ງແວດລ້ອມ, ສັງຄົມ ແລະ ອື່ນໆ ຕາມມາໂດຍບໍ່ຫວັງ ເອົາຜົລປໂຍດຈາກເງິນ ລົງທຶນ. ດັ່ງຊາວລາວ ຢູ່ເມືອງໄຊຍະບູຣີ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 16 ສິງຫານີ້ວ່າ:
“ການພັທນາຂອງລາວ ເຂົາກາຄວາມຢາກ ເຂົາກາມີສູງແລ້ວ ບໍ່ໄດ້ມັນກາຢາກຍາກ ແລ້ວມັນລົງທຶນໄປແລ້ວເດ ຮັບປະກັນຜົລກະທົບແນວໃດເນາະ ຕໍ່ສັງຄົມຕໍ່ທັມຊາຕຕໍ່ສິ່ງແວດລ້ອມ.”
ໃນຂະນະທີ່ພາກປະຊາສັງຄົມໄທຍ ກໍໄດ້ຈັດງານເສວະນາ ເພື່ອໂອ້ລົມເຖິງຊະຕາກັມ ແມ່ນໍ້າຂອງ ໂດຍອີງໃສ່ບົດຮຽນ ຈາກເຂື່ອນໄຊຍະບູຣີ ເຖິງເຂື່ອນປາກແບງ, ເຂື່ອນຫຼວງພຣະບາງ ແລະ ເຂື່ອນປາກລາຍເນື່ອງຈາກ ແມ່ນໍ້າຂອງຖືເປັນແຫຼ່ງນໍ້າ ທີ່ສຳຄັນທີ່ສຸດ ຂອງປະຊາຊົນ ໃນພາກພື້ນລຸ່ມແມ່ນໍ້າຂອງ ເພາະເປັນແຫຼ່ງທີ່ຢູ່າອາສັຍ ຂອງສັດນໍ້າ, ສັດປ່າ ແລະ ແຫຼ່ງທຳມາຫາກິນ ຂອງປະຊາຊົນຈຳນວນຫຼາຍລ້ານຄົນ ມານັບພັນປີຮວມເຖິງ ການຂົນສົ່ງສິນຄ້າຕ່າງໆ ນໍາດ້ວຍ.
ປະມານ 10 ປີມານີ້ ໄດ້ມີການສ້າງເຂື່ອນ ໃສ່ແມ່ນໍ້າຂອງຫຼາຍແຫ່ງ ທັງໃນຈີນ ແລະໃນລາວ ກໍຍິ່ງສົ່ງຜົລກະທົບ ຕໍ່ສະພາບແວດລ້ອມ, ລະບົບນິເວດ ແລະ ວິຖີຊີວິຕ ຂອງປະຊາຊົນ ມາຢ່າງໜັກໜ່ວງຫາກຣັຖບານລາວ ແລະໄທຍບໍ່ເອົາໃຈໃສ່ບັນຫາ ແມ່ນໍ້າຂອງ ແລະຢັ້ງຢືນວ່າ ຈະສ້າງເຂື່ອນເພີ່ມຕື່ມ ຜົລກະທົບແມ່ນໍ້າຂອງ ກໍຈະຍິ່ງໜັກໜ່ວງຂຶ້ນໄປອີກ.
ໃນງານເສວະນາ ຊະຕາກັມແມ່ນໍ້າຂອງ ໂດຍອີງໃສ່ບົດຮຽນ ຈາກເຂື່ອນໄຊຍະບູຣີ ເຖິງເຂື່ອນປາກແບງ ເຂື່ອນຫຼວງພຣະບາງ ແລະ ເຂື່ອນປາກລາຍ ໃນມື້ວັນທີ 15 ສິງຫາ. ຍາງນາງ ສ. ຣັດຕະນະມະນີ ພົນກ້າ ມູນລະນິທິສູນຂໍ້ມູນຊຸມຊົນ ແລະຫົວໜ້າທີມກົດໝາຽ ເຄື່ອຂ່າຍ ປະຊາຊົນໄທຍ 8 ແຂວງລຸ່ມແມ່ນໍ້າຂອງ ປະເທດໄທຍກ່າວວ່າ:
“ອະນາຄົດຂອງແມ່ນໍ້າຂອງ ປະຊາຊົນລຸ່ມແມ່ນໍ້າຂອງ ໜ້າຈະໜັກໜ່ວງທີ່ສຸດ ເພາະວ່າມີເຂື່ອນຕາມມາອີກຫຼາຍເຂື່ອນ ແລ້ວເຂື່ອນເລົ່ານັ້ນ ກໍຢູ່ຕິດກັບຊາຍແດນ ໄທຍ-ລາວ ທັງໝົດ.”
ໃນຄວາມເຫັນ ຂອງນັກວິຊາການໄທຍ ກໍຄືບໍຣິສັດຜູ້ລົງທຶນ ແລະ ຣັຖບານ ຂອງແຕ່ລະປະເທດ ກໍຄວນຈະເປີດຮັບຟັງ ຄວາມຄິດຄວາມເຫັນ ຈາກພາກປະຊາສັງຄົມນຳດ້ວຍ ສ່ວນຜູ້ພັທນາໂຄງການ ກໍຄວນຈະຣາຍງານ ເຣື່ອງການປະເມີນ ຜົລກະທົບຕໍ່ສິ່ງແວດລ້ອມ, ສັງຄົມ ເພື່ອຄວາມໂປ່ງໃສ ແລະຍຸຕິທັມກັບທຸກຝ່າຍ ເມື່ອເກີດຜົລກະທົບຂຶ້ນຕາມມາ ຜູ້ມີສ່ວນໄດ້, ສ່ວນເສັຽ ໃນໂຄງການເລົ່ານັ້ນ ກໍຕ້ອງອອກມາຮັບຜິດຊອບ.
ທ່ານ ວິທູນ ເພີ່ມພົງສາຈະເຣີນ ເຄືອຂ່າຍພລັງງານ ແລະ ນິເວດວິທຍາ ແມ່ນໍ້າຂອງ ຫຼື Mee Net ປະເທດໄທຍ ກ່າວໃນງານເສວະນາ ຊະຕາກັມແມ່ນໍ້າຂອງ ໃນມື້ວັນທີ 15 ສິງຫານີ້ວ່າ:
“ເຮົາໜ້າຈະຮຽກຮ້ອງວ່າ ຂໍໃຫ້ໂປ່ງໃສ. ໃຫ້ມີການຮັບຟັງຄວາມຄິດເຫັນ ກ່ອນທີ່ການໄຟຟ້າ ຝ່າຍຜລິຕແຫ່ງປະເທດໄທຍ ຈະເຊັນສັນຍາຊື້-ຂາຍໄຟຟ້າ, ແຕ່ໃນຄວາມເປັນຈິງແລ້ວ ເທົ່າທີ່ຮັບຮູ້ຈາກແຫຼ່ງຂ່າວພາຍໃນ ເວລາເຂົາເຈຣະຈາກັນ ເຂົາຈະເຈຣະຈາກັນ ແຕ່ເຣື່ອງຂອງລາຄາ ແລ້ວກາເຣື່ອງຂອງເງື່ອນໄຂ ທີ່ກ່ຽວພັນກັບການຄ້າ.”
ຜົລກະທົບທີ່ເກີດໃນແມ່ນໍ້າຂອງ ອັນເນື່ອງມາຈາກ ການສ້າງເຂື່ອນໄຟຟ້າ ຖືເປັນຫາຍຍະນະ ທີ່ຮ້າຍແຮງຫຼາຍ ເພາະໄດ້ສົ່ງຜົລກະທົບ ຕໍ່ສິ່ງແວດລ້ອມ, ວັທນະທັມ, ການທ່ອງທ່ຽວ ແລະ ວິຖີຊີວິຕ ຂອງປະຊາຊົນ ໃນລຸ່ມແມ່ນໍ້າຂອງ ໂດຍທີ່ບໍ່ສາມາດຫຼີກລ້ຽງໄດ້ ແລະຍັງເປັນຄຳຖາມໃຫຍ່ວ່າ ທຸກຝ່າຍຈະຮ່ວມມືກັນ ແລະຮັບຜິດຊອບ ຕໍ່ຜົລກະທົບທີ່ເກີດຂຶ້ນ ໃນປັດຈຸບັນ ແບບໃດເພື່ອເຮັດໃຫ້ອະນາຄົຕ ຂອງແມ່ນໍ້າຂອງ ມີຄວາມຍືນຍົງ ແລະຄົງຢູ່ຕລອດໄປ.
ສາສຕຣາຈານ ສູຣິິໄຊ ຫວັນແກ້ວ ຜູ້ອຳນວນການ ສູນສຶກສາສັນຕິພາບ ແລະຄວາມຂັດແຍ່ງ ຈຸລາລົງກອນ ມຫາວິທຍາລັຍ ປະເທດໄທຍ ກ່າວໃນງານເສວະນາ ຊະຕາກັມແມ່ນໍ້າຂອງ ໃນມື້ວັນທີ 15 ສິງຫານີ້ວ່າ:
“ທີ່ສຳຄັນຫຼາຍຄື ເຮົາຕ້ອງຮັບຜິດຊອບຮ່ວມກັນ ຕໍ່ອະນາຄົດແນວໃດດີ ຈະອ້າງອະທິປະຕັຍ ປະເທດຕ່າງໆ ກາອ້າງໄປ ແຕ່ກາຕ້ອງຮັບຜິດຊອບ ຕໍ່ແມ່ນໍ້າຂອງ ແລ້ວກາຊີວິຕຂອງຄົນຮຸ່ນຕໍ່ໄປ ແລ້ວກໍອະນາຄົຕ ຂອງແມ່ນໍ້າຂອງ. ເຮົາຄົງຕ້ອງຖາມກັນວ່າ ເຮົາຮັບຜິດຊອບ ຮ່ວມກັນໄດ້ຫຼືບໍ່.”
ບັນຫາການຂຶ້ນ-ລົງຂອງ ລະດັບນໍ້າຂອງ ທີ່ບໍ່ປົກກະຕິແມ່ນສົ່ງຜົລກະທົບ ໂດຍຕຣົງ ຕໍ່ສະພາບທີ່ດິນແຄມນໍ້າຂອງ ເກີດມີຮອຍແຕກ ແລະເຊາະເຈື່ອນ ເຮັດໃຫ້ທີ່ດິນ ແລະສິ່ງປຸກສ້າງ ຂອງຊາວບ້ານ ທີ່ອາສັຍຢູ່ຕາມ ແຄມແມ່ນໍ້າຂອງ ໄດ້ຮັບຜົລກະທົບ ແລະມີແນວໂນ້ມ ຈະທະວີຄວາມຮຸນແຮງຂຶ້ນ ໄປເລື້ອຍໆ. ນອກຈາກນີ້ ແມ່ນໍ້າຂອງຍັງຕ້ອງ ປະເຊີນກັບນໍ້າຂາດຝຸ່ນຕົມ ຂນາດນ້ອຍ ຈົນແມ່ນໍ້າຂອງກາຍເປັນສີຄາມໃສ.
ປັດຈຸບັນ ເຂື່ອນໄຟຟ້າແມ່ນໍ້າຂອງ ທີ່ສ້າງສຳເຣັດແລ້ວນັ້ນ ມີຢູ່ 2 ເຂື່ອນ ກໍຄືເຂື່ອນໄຊຍະບູຣີ ແລະ ເຂື່ອນດອນສະໂຮງ ແລະ ເຂື່ອນທີ່ກຳລັງຕຣຽມພ້ອມ ຈະກໍ່ສ້າງແມ່ນປະກອບມີ ເຂື່ອນປາກລາຍ, ເຂື່ອນປາກແບງ, ເຂື່ອນຫຼວງພຣະບາງ ສ່ວນເຂື່ອນຊະນະຄາມ ຢູ່ລະຫວ່າງຂະບວນການ ປຶກສາຫາລືຂອງອົງການ ແມ່ນໍ້າຂອງສາກົນ ຫຼື MRC ແລະ ເຂື່ອນພູງອຍ ທີ່ຢູ່ລະຫວ່າງການສຶກສາ ຜົລກະທົບສິ່ງແວດລ້ອມ ແລະສັງຄົມ.
ຂະນະທີ່ ຫຼາຍອົງການຈັດຕັ້ງ ທັງໃນລາວ ແລະຕ່າງປະເທດ ກໍພະຍາຍາມຮຽກຮ້ອງ ໃຫ້ຣັຖບານລາວ ຢຸດເຊົາ ການສ້າງເຂື່ອນໃສ່ແມ່ນໍ້າຂອງ ແລະລຳນໍ້າສາຂາ ເພາະເຂື່ອນໄຟຟ້າ ຄືສາເຫດຫຼັກ ທີ່ເຮັດໃຫ້ຜົລກະທົບ ຕໍ່ສິ່ງແວດລ້ອມ, ສັງຄົມ ແລະຍັງໄປລະເມີດ ສິທທິ ຂອງຊາວບ້ານນໍາດ້ວຍ.