ໂຮງງານຫຼອມເຫຼັກສ້າງມົລພິດ
2014.06.10

ຊາວເມືອງ ທ່າພະບາດ ແຂວງ ບໍຣິຄໍາໄຊ ຂອງລາວ ເປີດເຜີຍວ່າ ປັດຈຸບັນ ໂຮງງານ ຫລອມເຫລັກ ຂອງຈີນ ຊຶ່ງຕັ້ງຢູ່ ແຄມ ຖນົນ ເລກທີ 13 ຍັງ ປ່ອຍຄວັນດໍາ ທີ່ເປັນ ມົລພິດ ອອກມາ ຢູ່ຕລອດ ຈົນມາເຖິງ ມື້ນີ້ ຍ້ອນວ່າ ອາຈໃຊ້ ຖ່ານຫີນ ເປັນ ພະລັງງານ ຫລອມ ເຫລັກ. ເຖິງແມ່ນ ຊາວບ້ານ ຈະໄດ້ຮ້ອງຂໍ ໃຫ້ລົດ ປ່ອຍ ຄວັນດໍາ ນັ້ນອອກມາ ແລະ ມີ ເຈົ້າໜ້າທີ່ ຜແນກ ຊັພຍາກອນ ແລະ ສິ່ງ ແວດລ້ອມ ຕັກເຕືອນ ໃຫ້ແກ້ໄຂ ແລ້ວ ກໍຕາມ. ດັ່ງນັ້ນ ຈຶ່ງຢາກ ຂໍໃຫ້ ທາງການ ທີ່ ກ່ຽວຂ້ອງ ຊ່ວຍເລັ່ງ ແກ້ໄຂ:
"ເພາະວ່າມັນ ສົມມຸດວ່າ ຂະເຈົ້າຮີດ ເຫລັກ ຂະເຈົ້າ ກໍປ່ອຍຂຶ້ນ ປະມານ 6 ແມັດ 7ແມັດ ນີ້ແຫລະ ເພາະຂະເຈົ້າ ກໍປ່ອຍ ຈົນວ່າ ຮີດເຊົາ ຫັ້ນແຫລະ ໝົດມື້ ລະເວິ້ຍ ແຕ່ວ່າ ດ້ານອື່ນ ກະບໍ່ປ່ອຍ ດອກ ຂະເຈົ້າ ໃນ ຣະຍະ ນຶ່ງ ແບບວ່າ ຟ້າລົມ ຝົນຕົກ ຂະເຈົ້າ ກໍປິດເດ ເພາະວ່າ ມັນກ່ຽວກັບ ໄຟ ຝົນຖືກໄຟຟ້າ ມັນກໍຢາກ ຊັອດ ຢາກຣະເບີດ ໄປ ຂະເຈົ້າ ກໍເຊົາ".
ທ່ານເວົ້າ ຕໍ່ໄປວ່າ ສໍາລັບ ການປ່ອຍ ນໍ້າມັນ ແລະ ນໍ້າເສັຍ ລົງໃສ່ນາ ຊາວບ້ານນັ້ນ ປັດຈຸບັນ ທາງ ບໍຣິສັດ ໄດ້ແກ້ໄຂໄປ ແລ້ວ ຍັງແຕ່ ບັນຫາ ມົລພິດ ໃນອາກາດ ຍ້ອນທາງ ໂຮງງານ ປ່ອຍຄວັນດໍາ ອອກມາ ທຸກມື້ ນອກຈາກມື້ໃດ ຝົນຕົກ ເທົ່ານັ້ນ.
ທ່ານກ່າວ ຕື່ມອີກວ່າ ເຖິງແມ່ນວ່າ ທາງ ໂຮງງານ ຈະໄດ້ຕໍ່ ທໍ່ ຄວັນໃໝ່ ສູງ ເຖິງ 7-8 ແມັດ ເພື່ອໃຫ້ຄວັນ ປິວຂຶ້ນສູງ ແຕ່ໃນຊ່ວງ ກ້າວເຂົ້າສູ່ ຣະດູຝົນນີ້ ມີລົມແຮງ ພັດຄວັນພິດ ມາໃສ່ບ້ານ ເຮືອນ ຂອງ ປະຊາຊົນ ທີ່ຢູ່ໃນເຂດ ໃກ້ຄຽງ ໂຮງງານ ນັ້ນຢູ່. ດັ່ງນັ້ນ ຊາວບ້ານຈຶ່ງຂໍໃຫ້ ເຈົ້າໜ້າທີ່ ມາກວດກາ ແລະ ແນະນໍາ ໃຫ້ ບໍຣິສັດ ດັ່ງກ່າວ ປັບປຸງ ໂຮງງານ ໃຫ້ໄດ້ ມາຕຖານ ເພື່ອກໍາຈັດ ມົລພິດ ນັ້ນ.