ໄມ້ເຖື່ອນຍຶດໄດ້ ຖືກລັກຂາຍຕໍ່


2013.03.26
f-logs ການຕັດໄມ້ ຂົນສົ່ງໄມ້ ຕາມຊາຍແດນ ຈະຖືກຕາມ ຣະບຽບ ຫລື ນອກກົດໝາຍ ກໍທໍາລາຍ ທັມມະຊາດ ສິ່ງແວດລ້ອມ ຄືກັນ
Mek/fb

ຣັດ ເສັຍຜົນປໂຍດ ສ່ວນນຶ່ງ ເປັນຍ້ອນ ເຈົ້າໜ້າທີ່ ປ່າໄມ້ລາວ ສົມຮູ້ ຮ່ວມຄິດ ກັບພໍ່ຄ້າ ລັກໄມ້ ທີ່ຍຶດມາໄດ້ ຈາກ ພວກຄ້າ ໄມ້ເຖື່ອນ.

ເຈົ້າໜ້າທີ່ ຂັ້ນສູງ ກະຊວງ ການເງິນ ຂອງລາວ ຢືນຢັນວ່າ ໃນແຕ່ລະປີ ຣັຖບານ ສູນເສັຍ ຣາຍຮັບ ຈາກການ ເກັບພາສີ, ອາກອນ ແລະ ຄ່າທໍານຽມ ຕ່າງໆ ຈາກການ ອະນຸມັດ ສໍາປະທານ ໄມ້ ເປັນມູນຄ່າ ຫຼາຽຮ້ອຍຕື້ ກີບ ຍ້ອນການ ສໍ້ຣາດ ບັງຫລວງ ຂອງ ພະນັກງານ ຣັດ ທີ່ຮັບຜິດຊອບ ວຽກງານ ພາສີ ແລະ ປ່າໄມ້. ຣັຖບານລາວ ສູນເສັຍ ຜົນປະໂຫຍດ ຈາກການທີ່ ເຈົ້າໜ້າທີ່ ປ່າໄມ້ ສົມຮູ້ຮ່ວມຄິດ ກັບພໍ່ຄ້າ ລັກເອົາໄມ້ ທີ່ທາງການ ຍຶດໄດ້ ຈາກພວກຄ້າ ໄມ້ເຖື່ອນ:

"ຈໍານວນໄມ້ ທີ່ ຖືກຫວງຫ້າມ ທີ່ມີຣາຄາສູງ ທີ່ສຸດ ທີ່ຣັດ ຍຶດມານັ້ນ ຮູ້ສຶກວ່າ ບໍ່ທັນໄດ້ ຮັບການແກ້ໄຂ ໃນການຂາຍອອກ ແລະ ຖືກ ຢາຍໄວ້ ກອງໄວ້ ຕາກແດດ ຕາກຝົນມາ ເປັນເວລາ 2 ປີ ແລ້ວ ແລະ ໄມ້ຈໍານວນນຶ່ງ ກໍແມ່ນ ຂຸໂດກ ໄມ້ຈໍານວນນຶ່ງ ກໍ ແຕກແຫງ ກາຍເປັນໄມ້ ເສັຍຄຸນ ຕົກເກດ ຊໍ້າບໍ່ໜໍາ ຖືກຄົນບໍ່ດີ ຈໍານວນນຶ່ງ ມາລັກຊໍ້າສອງ ເທື່ອທີນຶ່ງ ແມ່ນລັກແລ້ວ ຣັດຢືດມາ ກອງໄວ້ແລ້ວ ກໍຍັງມີຄົນ ມາລັ ກອີກ".

ທ່ານວ່າ ກໍຣະນີ ດັ່ງກ່າວ ເກີດຂຶ້ນ ເປັນປະຈໍາ, ປະຊາຊົນ ຮູ້ເຫັນ ຈົນເປັນເຣື່ອງ ປົກກະຕິ ໄປແລ້ວ ໃນທຸກມື້ນີ້, ພະນັກງານ ຣັດ ແລະ ເຄືອຍາດ ຂອງ ຜູ້ມີອໍານາດ ໃນລາວ ຕ່າງກໍມີ ກໍາລັງຄຸ້ມກັນ ຂະບວນຣົດ ບັນທຸກໄມ້ ເຖື່ອນ ຂອງຕົນ. ຮ້າຍໄປກວ່ານັ້ນ ແມ່ນໃຊ້ ກໍາລັງ ເຈົ້າໜ້າທີ່ ລັກເອົາໄມ້ ທີ່ທາງການ ຍຶດໄດ້ ນັ້ນຕື່ມອີກ.

ໃນຣະຍະ 3 ປີ ທີ່ຜ່ານມາ ທາງການລາວ ສາມາດຍຶດໄມ້ ຈາກພວກ ລັກ ຕັດໄມ້ ແລະ ຄ້າໄມ້ເຖື່ອນ ໄດ້ຫລາຍກວ່າ 7 ແສນແມັດກ້ອນ ຊຶ່ງອົງການ ຟື້ນຟູ ສະພາບ ແວດລ້ອມ ແລະ ທັມມະຊາດ ໃນເຂດລຸ່ມ ແມ່ນໍ້າຂອງ ປະເມີນວ່າ ມີໄມ້ ເຖື່ອນ ຫລາຍກວ່າ 3 ແສນ ແມັດກ້ອນ ທີ່ຖືກລັກຂົນ ອອກຈາກ ປະເທດລາວ ໄປ ວຽດນາມ, ຈີນ ແລະ ໄທ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.