ເຂື່ອນເຊຂະຫມານ3 ກະທົບສິ່ງແວດລ້ອມ
2013.03.28

ທາງການລາວ ຈະເລັ່ງ ແກ້ໄຂ ຜົລກະທົບ ຕໍ່ ສິ່ງແວດລ້ອມ ທີ່ເກີດຈາກ ໂຄງການ ເຂື່ອນ ເຊຂະຫມານ3.
ເຈົ້າຫນ້າທີ່ ກະຊວງ ພລັງງານ ແລະ ບໍ່ແຮ່ ແຂວງ ເຊກອງ ທ່ານນຶ່ງ ຮັບວ່າ ໂຄງການ ກໍ່ສ້າງ ເຂຶ່ອນ ໄຟຟ້າ ເຊຂະຫມານ3 ທີ່ ແຂວງເຊກອງ ຈະສົ່ງຜົລ ກະທົບຕໍ່ ສິ່ງແວດລ້ອມ ແລະ ປະຊາຊົນ ຜູ້ທີ່ອາສັຍ ຢູ່ລຸ່ມ ເຂຶ່ອນ ໃນແຂວງ ອັດຕະປື ຊຶ່ງ ບັນຫາ ດ່ັງກ່າວ ທາງການລາວ ຈະປະສານງານ ກັບ ເຈົ້າຫນ້າທີ່ ທ້ອງຖິ່ນ ໃນການ ແກ້ໄຂ ໂດຍໄວ. ດັ່ງທ່ານກ່າວ ໃນຕອນນຶ່ງວ່າ:
"ເຊຂະຫມານ3 ເຣື້ອງ ຜົລກະທົບ ສິ່ງແວດລ້ອມ ຖືວ່າຕົວນີ້ ຮູ້ລະອຽດ ບໍ່ປານໃດ ແຕ່ຈະປະສານ ກັບ ຜແນກ ເພີ່ມຕື່ມກ່ອນ ແຕ່ເຣື້ອງ ມີມັນກໍມີ ແນ່ນອນ ເຣື້ອງ ການກໍ່ສ້າງ".
ທ່ານກ່າວ ຕໍ່ໄປວ່າ ການກໍ່ສ້າງ ເຂຶ່ອນ ຍ່ອມສົ່ງ ຜົລກະທົບ ຕໍ່ ສິ່ງແວດລ້ອມ ຢ່າງແນ່ນອນ ຢູ່ແລ້ວ, ດ່ັງຂ່າວທີ່ວ່າ ການສ້າງເຂື່ອນ ທີ່ ແຂວງເຊກອງ ສົ່ງ ຜົລກະທົບ ປະຊາຊົນ ລຸ່ມນ້ຳເຊກອງ ແລະ ເຊຂະຫມານ ທີ່ແຂວງ ອັດຕະປື ນັ້ນ ຫລັງຈາກ ກວດກາ ພົບວ່າ ເປັນຄວາມຈິງ ທາງກະຊວງ ກໍຈະ ປະສານງານ ກັບ ຫ້ອງການ ສິ່ງແວດລອ້ມ ໃນການແກ້ໄຂ ບັນຫາ ດັ່ງກ່າວ.
ໂຄງການ ກໍ່ສ້າງເຂຶ່ອນ ເຊຂະຫມານ3 ຂນາດ 250 ເມັກກາວັດ ໂດຍ ບໍຣິສັດ VLP ຂອງວຽດນາມ ໃນເຂດ ເມືອງດັກຈຶງ ແຂວງ ເຊກອງ ຕິດກັບພື້ນທີ່ ແຂວງ ອັດຕະປື ທີ່ມີ ຊາຍແດນ ຕິດກັບວຽດນາມ. ໂຄງການ ດັ່ງກ່າວ ໄດ້ເລີ້ມສ້າງ ມາແຕ່ ເດືອນ ເມສາ 2006 ເບື້ອງຕົ້ນ ຄາດວ່າ ຈະສ້າງສຳເຣັດ ໃນປີ 2010 ແຕ່ເທົ່າເຖິງ ປັດຈຸບັນ ຍັງສ້າງບໍ່ແລ້ວ ຍ້ອນມີບັນຫາ ຫລາຍຢ່າງ ເຊັ່ນເຣື້ອງ ງົບປະມານ. ກະແສ ໄຟຟ້າ ທີ່ຜລິດ ຈາກໂຄງການ ເຂຶ່ອນນີ້ ສ່ວນໃຫຍ່ ຈະ ສົ່ງໄປ ວຽດນາມ.