ກົດໝາຍວ່າດ້ວຍນໍ້າບໍ່ຖືກ ຮັບຮອງ


2014.01.05
F-water ກະຊວງຊັພຍາກອນ ທັມມະຊາດ ແລະ ສິ່ງແວດລ້ອມ
RFA/LX

 

ກອງປະຊຸມສະພາແຫ່ງຊາດຂອງລາວ ທີ່ຫາກໍປິດລົງເມື່ອທ້າຽເດືອນທັນວາຜ່ານມານີ້ປະກົດວ່າ ມີ 1 ກົດໝາຽນຶ່ງ ທີ່ກອງປະຊຸມບໍ່ຮັບຜ່ານຄື: ກົດໝາຽວ່າດ້ວຽນໍ້າແລະຊັພຍາກອນແຫຼ່ງນໍ້າສະບັບປັບປຸງ ຫຼື ກົດໝາຍນໍ້າ ດັ່ງທີ່ຮູ້ຈັກກັນດີວ່າສັງຄົມ ໄດ້ວິພາກວິຈານພໍສົມຄວນ.

ທ່ານ ນູລິນ ສິນບັນດິດ ຣັຖມົນຕຣີກະຊວງຊັພຍາກອນທັມມະຊາດແລະສິ່ງແວດລ້ອມສປປລາວເປັນຜູ້ນໍາສະເໜີ. ທ່ານໄດ້ກ່າວເຖິງຈຸດອ່ອນ ບາງດ້ານຂອງກົດໝາຽດັ່ງກ່າວ ແລະ ຄວາມຈໍາເປັນໃນການປັບປຸງ ເພື່ອໃຫ້ສອດຄ່ອງກັບຍຸກສະໄໝ, ໄດ້ປັບປຸງ 29 ມາຕຣາ ແລະ 59 ມາຕຣາເພີ້ມເຂົ້າໃໝ່, ພາຽຫຼັງທີ່ກົດໝາຽນີ້ໄດ້ຖືກປະກາດ ໃຊ້ມາຕັ້ງແຕ່ປີ 1996. ທ່ານ ນູລິນ ໄດ້ອະທິບາຽເຖິງຂໍ້ບົກຜ່ອງບາງຈຸດ ຂອງກົດ ໝາຍ ຕອນໜຶ່ງວ່າ:

“ເນື້ອໃນຂອງກົດໝາຽນໍ້າແລະຊັພຍາກອນແຫຼ່ງນໍ້າສະບັບປະຈຸບັນ ຍັງບໍ່ທັນໄດ້ກໍານົດຈະແຈ້ງໃນບາງດ້ານກ່ຽວກັບ ການຄຸ້ມຄອງຊັພຍາກອນ ນໍ້າ. ເປັນຕົ້ນແມ່ນຣະບົບການຄຸ້ມຄອງຂໍ້ມູນຂ່າວສານ ການອະນຸຍາດ ນໍາໃຊ້ນໍ້າ ການປ່ອຽນໍ້າເປື້ອນ ການປົກປັກຮັກສາ ແລະ ການກໍານົດ ເຂດປົກປັກຮັກສາຊັພຍາກອນນໍ້າ".

ເວົ້າເຖິງການແກ້ໄຂຂໍ້ຂັດແຍ່ງ ແລະມາຕການລົງໂທສ ທ່ານກໍວ່າຍັງມີລັກສນະເບົາບາງ ແລະຍາກຕໍ່ການບັງຄັບໃຊ້ກົດໝາຽ ໃນການຈັດຕັ້ງ ປະຕິບັດຕົວຈິງ. ສະມາຊິກສະພາວ່າກົດໝາຽສະບັບນີ້ຍັງມີລັກສນະ ກວ້າງເກີນໄປ, ບໍ່ຮັດກຸມເທົ່າທີ່ຄວນ, ໃຫ້ນໍາໄປປັບປຸງໃໝ່.

ໃນຂນະດຽວກັນ ກຸ່ມນັກວິຊາການ ດ້ານສິ່ງແວດລ້ອມໃນລາວຫຼາຽທ່ານກໍໃຫ້ທັສນະວ່າ: ການທີ່ກົດໝາຽບໍ່ຖືກຮັບຜ່ານໃນຄັ້ງນີ້ອາດເປັນຍ້ອນ ຫຼາຽພາກສ່ວນບໍ່ລົງຮອຽກັນ. ເນື່ອງຈາກວ່າຖ້າກົດໝາຽນີ້ມີຄວາມ ຮັດກຸມຫຼາຽຂຶ້ນ ມີຣະບຽບການທີ່ຈະແຈ້ງເຄັ່ງຄັດຂຶ້ນ ມັນຈະມີຜົນກະທົບຕໍ່ ຣະບົບ ເສຖກິສຂອງລາວ ເນື່ອງຈາກວ່າ ບັນດາໂຄງການລົງທຶນຕ່າງໆ ຂອງຣັຖບານລາວສ່ວນໃຫ່ຽແມ່ນມີລັກສນະເອື່ອຍອີງນໍາໃຊ້ ແມ່ນໍ້າ, ລໍານໍ້າ ແລະໜອງນໍ້າທັມຊາດ, ໂດຽສະເພາະແມ່ນໂຄງການສ້າງເຂື່ອນຕ່າງໆ ທີ່ມີຫຼາຍສິບໂຄງການ ກໍາລັງລໍຖ້າຢູ່ນີ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.