ເດັກນ້ອຍລາວເຂດພູດອຍຂາດ ການຮຽນ
2013.11.20
ເດັກນ້ອຍຊົນເຜົ່າລາວຕາມເຂດພູດອຍ ມີໂອກາດທີ່ຈະໄດ້ເຂົ້າໂຮງຮຽນ ມີໜ້ອຍທີ່ສຸດ ຖ້າທຽບໃສ່ເດັກນ້ອຍ ໃນຕົວເມືອງ ຍ້ອນວ່າ ຜແນກ ສຶກສາຍັງບໍ່ສາມາດເຮັດໃຫ້ພວກເຂົາເຈົ້າ ໄດ້ຮຽນໜັງສືຈົບຊັ້ນ ປໍ 5 ຕາມຫລັກສູດການສຶກສາ ໃນຂະນະທີ່ຜູ້ປົກຄອງ ກໍບໍ່ຊຸກຍູ້ໃຫ້ລູກຫຼານ ຂອງຕົນຮຽນໃຫ້ຈົບຊັ້ນນັ້ນ ຫລືວ່າເປັນຕາມຮີດຄອງຂອງຊົນເຜົ່າ ທີ່ນິຍົມໃຫ້ລູກສ້າງຄອບຄົວໄວ ເຮັດໃຫ້ພວກເຂົາເຈົ້າ ບໍ່ມີໂອກາດຮຽນ ໃນ ຂັ້ນມັທຍົມ. ຕາມຄໍາເວົ້າຂອງເຈົ້າໜ້າທີ່ ກະຊວງສຶກສາທິການ ແລະກິລາທ່ານນຶ່ງ:
"ເຂົາຢູ່ຮອດ ປໍ1-ປໍ2 ບາດ ປໍ3-ປໍ4 ເຂົາອອກ ອັນນຶ່ງມັນເປັນນໍາຮີດຄອງວັທນະທັມຂະເຈົ້າຜູ້ຍິງ 13-14ປີມັນເວົ້າເຣື່ອງການສ້າງຄອບຄົວ ກ່ອນ ຕົວນີ້ແຫລະມັນເປັນບັນຫາສຶກສາ ຢູ່ເຂດຊົນເຜົ່າ ການສຶກສາ ກໍພຍາຍາມເວົ້າ ແລະແນະນໍາກອງປະຊຸມປະຈໍາປີ ກໍເຊີນເອົາອໍານາດ ການປົກຄອງບ້ານເຂົ້າຮ່ວມ ເລຂາພັກ ກຸ່ມບ້ານກໍໄດ້ເວົ້າກັນສ່ວນນຶ່ງ ອໍານາດການປົກຄອງກໍບໍ່ທັນນັ້ນ ບໍ່ເຂັ້ມແຂງ ສອງມາ ຜູ້ປົກຄອງ ກໍ ບໍ່ກະຕືລືລົ້ນ ສ່ວນຫລາຍແລະ ປ່ອຍຕາມໃຈລູກ."
ທ່ານວ່າເດັກນ້ອຍທຸກຄົນຄວນຈະໄດ້ຮຽນໜັງສື ຢ່າງໜ້ອຍໃຫ້ຈົບຊັ້ນ ປໍ5 ເພື່ອໃຫ້ພວກເຂົາເຈົ້າອ່ານອອກຂຽນໄດ້ ແລະມີໂອກາດເຮັດວຽກ ຫຼາຍຂຶ້ນ ປັດຈຸບັນຢູ່ລາວເດັກນ້ອຍທີ່ເຂົ້າຮຽນໃນຣະດັບຊັ້ນປະຖົມ ມີປະມານ 70% ສໍາລັບຢູ່ເຂດພູດອຍເຂດຊົນເຜົ່າມີພຽງ 50% ແລະຜູ້ ຊາຍໄດ້ຮຽນ ຫລາຍກວ່າແມ່ຍິງ ຍ້ອນປະເພນີຂອງບາງເຜົ່າ ທີ່ບໍ່ໃຫ້ເດັກນ້ອຍ ແມ່ຍິງຮຽນໜັງສື ຂະນະທີ່ເດັກນ້ອຍຜູ້ຊາຍ ຈໍານວນຫລາຍ ກໍອອກໂຮງຮຽນ ເພື່ອເຮັດວຽກຊ່ອຍພໍ່ແມ່.
ທ່ານເວົ້າຕື່ມວ່າ ນອກຈາກສິ່ງທີ່ວ່າມານັ້ນແລ້ວ ບັນຫາໂຮງຮຽນກໍສໍາຄັນ ໂຮງຮຽນຫລາຍແຫ່ງໃນເຂດຮ່າງໄກ ມັກຈະບໍ່ເປັນໂຮງຮຽນປະຖົມ ສົມບູນ ນັກຮຽນຕ້ອງໄດ້ໄປຮຽນຢູ່ບ້ານອື່ນ ທີ່ຫ່າງໄກອັນເປັນສາເຫດ ທີ່ເຮັດໃຫ້ນັກຮຽນບໍ່ໄດ້ຮຽນຫລາຍເທົ່າທີ່ຄວນ.