ວຽດນາມກັງວົນເຣື້ອງເຂື່ອນ ດອນສະໂຮງ

ມະນີຈັນ
2014.07.02
f-default ຜູ້ຊ່ຽວຊານວຽດນາມກັງວົນເຣື້ອງ ເຂື່ອນ ດອນສະໂຮງ
RFA

 

ຜູ້ຊ່ຽວຊານ ວຽດນາມ ມີຄວາມ ກັງວົນ ກ່ຽວກັບ ເຈດຈໍານົງ ຂອງ ຣັຖບານ ລາວ ທີ່ ເຂື່ອນ ດອນສະໂຮງ ໃສ່ ແມ່ນໍ້າຂອງ. ຕາມຣາຍ ງານ ຂ່າວ ທາງການ ວຽດນາມ ໃນ ວັນທີ 30 ມີຖຸນາ 2014.

ດຣ Pham Bich San ຮອງ ເລຂາທິການ ສະມາຄົມ ວິທຍາສາດ ແລະ ເທັກໂນໂລຊີ ວຽດນາມ VUSTA ເວົ້າວ່າ ການສ້າງ ເຂື່ອນ ໃສ່ ແມ່ນໍ້າຂອງ ຈະສົ່ງ ຜົລກະທົບ ຕໍ່ ສະພາບ ແວດລ້ອມ ຕໍ່ ຣະບົບ ນິເວດ ໃນເຂດໃຕ້ ເຂື່ອນ ລົງມາ ແລະ ຈະເປັນພັຍ ຂົ່ມຂູ່ ຢ່າງໃຫຍ່ຫລວງ ໃສ່ເຂດ ປາກແບ່ງ ແມ່ນໍ້າຂອງ. ດຣ. ຊານ ໄດ້ອ້າງເຖິງ ການຄົ້ນ ຄວ້າ ທີ່ວ່າ ແມ່ນໍ້າຂອງ ເປັນນຶ່ງໃນ 5 ອ່າງແມ່ນໍ້າ ທີ່ ໃຫຍ່ທີ່ສຸດ ໃນໂລກ ທີ່ ປະເຊີນ ກັບການໄຫລ ຂອງນໍ້າ ທີ່ ມີ ບໍຣິມາດ ຫລຸດລົງ ຫລາຍ ທີ່ສຸດ. ການໄຫລຂອງ ນໍ້າ ສະເລັ່ຽ ໃນ ແຕ່ລະປີ ໃນ ເຂດລຸ່ມ ໄດ້ ຫລຸດລົງ 10 ເປີເຊັນ ໃນຊ່ວງ 30 ປີ ຜ່ານມາ.

ແມ່ນໍ້າຂອງ ຊ່ວງທີ່ໄຫລ ຜ່ານ ເຂດ ນະຄອນ ຫລວງ ວຽງຈັນ ໄດ້ ຫລຸດລົງ ໃນຊ່ວງ 10 ປີ ຜ່ານມາ ຊຶ່ງຜູ້ຄົນ ສາມາດ ຍ່າງຂ້າມໄດ້ ໃນ ຣະດູແລ້ງ. ຢູ່ປາກແບ່ງ ແມ່ນໍ້າ ຂອງ ໃນ ວຽດນາມ ນໍ້າເຄັມໄດ້ ໄຫລຖັ່ງ ເຂົ້າເຂດ Tan Chau ແຂວງ An Giang ຊຶ່ງບໍ່ເຄີຍ ເກີດຂຶ້ນ ມາກ່ອນ.

ນັກວິທຍາສາດ ດຣ. ໂຫອຸຍລຽມ ໄດ້ເຕືອນ ເມື່ອ 2-3 ປີ ກ່ອນວ່າ ຫາກ ເຂື່ອນ ໄຊຍະບູຣີ ຖືກສ້າງຂຶ້ນ ຈະນໍາໄປ ສູ່ການສ້າງ ອີກ 11 ເຂື່ອນ ແມ່ນໍ້າຂອງ. ແລະ ກໍຈະ ເປັນການ ທໍາລາຍ ແມ່ນໍ້າຂອງ ສົ່ງຜົລ ກະທົບ ກະເທືອນ ໃສ່ ປະຊາຊົນ 60 ລ້ານ ຄົນ ຕາມແຄມ ແມ່ນໍ້າຂອງ ໂດຍສະເພາະ ຊາວວຽດນາມ ທີ່ ຢູ່ໃນເຂດ ປາກແບ່ງ ແມ່ນໍ້າຂອງ ນັ້ນ.

ຮອງ ປະທານ ຄະນະ ກັມການ ວິທຍາສາດ ແລະ ເທັກໂນໂລຊີ ສະພາ ແຫ່ງຊາດ ວຽດນາມ ເລໂບລິນ ກໍກັງວົນ ກ່ຽວກັບ ການ ຕັດສິນໃຈ ຂອງລາວ ທີ່ ຈະ ສ້າງ ເຂື່ອນ ດອນສະໂຮງ ຊຶ່ງ ຈະສົ່ງ ຜົລກະທົບ ຕໍ່ຣະບົບ ອຸທົກສາດ ຈະເຮັດໃຫ້ ນໍ້າເຄັມໄຫລ ເຂົ້າເຂດ ປາກແບ່ງ ແມ່ນໍ້າ ຂອງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.