ປ່າໄມ້ໃນລາວຍັງປອດໄພ

ສິດນີ
2014.05.22
F-Forest ຕົວຢ່າງຂອງ ພື້ນທີ່ປ່າໄມ້ ໃນສປປລາວ ທີ່ຖືກ ສັມປະທານ ໃຫ້ແກ່ບໍຣິສັດ ລົງທຶນຈາກ ຕ່າງປະເທດ ບາງຄັ້ງດິນທີ່ ໃຫ້ສັມປະທານ ກໍທັບຊ້ອນໃສ່ ພື້ນທີ່ປ່າສງວນ
RFA

 

ທ່ານ ທອງ ແອດ ໄພວັນ ຮອງ ອະທິບໍດີ ກົມ ປ່າໄມ້ ກະຊວງ ກະສິກັມ ແລະ ປ່າໄມ້ ສປປລາວ ກ່າວຕໍ່ ຫນັງສືພິມ ວຽງຈັນ ທາມ ໃນ ວັນທີ 21 ພຶສພາ ປີ 2014 ວ່າ ກຸ່ມຕັດໄມ້ ທ່ອນ ບໍ່ໄດ້ຕັດ ໃນ ທຸກແຫ່ງ ໃນລາວ ດັ່ງ ທີ່ຫລາຍ ຄົນຄິດ. ທ່ານວ່າ ການທີ່ ຫລາຍຄົນ ເຫັນຣົຖ ແກ່ໄມ້ ນັ້ນ ອາດຈະເປັນ ໄມ້ ທີ່ຕັດໄວ້ ເປັນເວລາ ຫລາຍປີ ແລ້ວ ເພາະ ປີນີ້ ທາງການ ຫ້າມຕັດໄມ້. ຍົກເວັ້ນ ແຕ່ວ່າ ພື້ນທີ່ ດັ່ງກ່າວ ຖືກໃຫ້ ສຳປະທານ ໃນການ ສ້າງເຂື່ອນ ຫລື ປູກພືດ ເສຖກິດ ຂອງ ບໍຣິສັດ ເອກຊົນ ຫລື ນັກລົງທຶນ ຕ່າງຊາດ.

ອິງຕາມ ການເປີດເຜີຍ ຂອງ ກະຊວງ ກະສິກັມ ແລະ ປ່າໄມ້ ນັ້ນ ມີປ່າໄມ້ ຫລາຍແຫ່ງ ໃນລາວ ຊຸດໂຊມ ຫລື ຖືກຕັດ ຍ້ອນວ່າ ທາງການ ຂຍາຍ ເນື້ອທີ່ ເພື່ອ ການປູກຝັງ ຜລິດອາຫານ ລ້ຽງ ປະຊາຊົນ. ຫລືບໍ່ ກໍ່ ແມ່ນ ການສຳຣວດ ແລະ ຂຸດແຮ່ທາດ ແລະ ການສ້າງ ຖນົນ ຫົນທາງ ໂຄງຮ່າງ ພື້ນຖານ ໃນການ ພັທນາ.

ທ່ານວ່າ ເພື່ອຢາກໃຫ້ ມີຄວາມ ສົມດຸນ ທາງການ ລາວ ໄດ້ຮຽກຮ້ອງ ໃຫ້ ທຸກ ພາກສ່ວນ ຂອງ ຣັຖບານ ດັ່ງ ພະນັກງານ ຣັຖ ທະຫານ ຕຳຫຣວດ ແລະ ປະຊາຊົນ ໃນ ແຂວງ ຕ່າງໆ ຮ່ວມກັນ ປູກຕົ້ນໄມ້ ເພີ້ມຕື່ມ ໃນ ແຕ່ລະປີ ຕາມແຄມ ຖນົນ ຕາມປ່າ ແລະ ຕາມຫມູ່ບ້ານ ຕ່າງໆ. ຖ້າ ແຜນການ ດັ່ງກ່າວ ຫາກເປັນໄປ ໂດຍດີ ພາຍໃນ ປີ 2020 ປະເທດ ລາວ ຈະປົກຫຸ້ມ ໄປດ້ວຍ ປ່າໄມ້ ເຖິງ 70 ສ່ວນຮ້ອຍ ແຕ່ ນັກວິເຄາະ ເວົ້າວ່າ ປ່າໄມ້ ໃນລາວ ເກືອບຫມົດ ແລ້ວ ໃນ ປັດຈຸບັນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.