ໂຮງງານເບັຽລາວຍັງສົ່ງ ກິ່ນເໝັນ

ໄຊຍາ
2018.12.11
ເມື່ອປະມານ 1 ປີປາຍ ຜ່ານມາ ສະພາບຂອງ ຫ້ວຍ-ບຶງ ຢູ່ຣະຫວ່າງ ບ້ານດົງໂພນເລົາ ແລະ ບ້ານດອນຝ້າຍ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ທີ່ເປັນຜົນຜລິດ ທີ່ເກີດຈາກ ບໍຣິສັດເບັຽລາວ
RFA/NY

ປະຊາຊົນບ້ານສາລາຄຳ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ ທີ່ອາສັຍຢູ່ອ້ອມຂ້າງ ໂຮງງານເບັຍລາວ ຍັງປະເຊີນກັບບັນຫາ ກິ່ນເໝັນຢູ່ ເປັນໄລຍະຈາກການຜລິດເບັຍ ຂອງໂຮງງານເບັຍລາວ ໂດຍສະເພາະບ້ານສາລາຄຳໃຕ້ ທີ່ຢູ່ໃກ້ໂຮງງານ ກວ່າບ້ານອື່ນ. ດັ່ງປະຊາຊົນ ບ້ານສາລາຄຳໃຕ້ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ ກ່າວຕໍ່ ວິທຍຸເອເຊັຍເສຣີ ໃນມື້ນີ້ວ່າ:

"ເຈົ້າ ຢູ່ທາງນອກຫັ້ນກໍ໋ ປະຊາຊົນກໍຈົ່ມຢູ່ມັນກໍເວລາຜ່າລົມມາອີ່ຫຍັງມັນກໍ່ເໝັນ ຄ້າຍໆແລງຫັ້ນນະ ກໍ່ຍັງເໝັນຢູ່ແຕ່ຫາກບໍ່ຮ້າຍແຮງ ຄືແຕ່ເກົ່າ."

ນາງກ່າວຕື່ມວ່າຫລາຍປີມາແລ້ວ ທີ່ໂຮງງານຜລິດເບັຍລາວສົ່ງກິ່ນເໝັນ ກະທົບຕໍ່ປະຊາຊົນໃນເຂດນັ້ນ ເຖິງແມ່ນວ່າໂຮງງານ ຈະສ້າງ ຣະບົບບໍາບັດນໍ້າເສັຍ ໃນໂຮງງານເບັຍຕື່ມອີກ 1 ແຫ່ງກໍ່ຕາມ ແຕ່ກິ່ນເໝັນກໍ່ບໍ່ໄດ້ໝົດໄປເທື່ອ. ເຈົ້າໜ້າທີ່ຕາງໜ້າ ໂຮງງານເບັຍລາວ ໄດ້ກ່າວຕໍ່ ວິທຍຸເອເຊັຍເສຣີ ໃນມື້ດຽວກັນວ່າ ໂຮງງານເບັຍລາວ ກໍຮັບຮູ້ເຖິງບັນຫາກິ່ນເໝັນ ເຊິ່ງໂຮງງານກໍມີຣະບົບບໍາບັດນໍ້າເສັຍແລ້ວ 2 ແຫ່ງ ເພື່ອແກ້ໄຂບັນຫາກິ່ນເໝັນ ຫລັງຈາກມີປະຊາຊົນ ອ້ອມຂ້າງໂຮງງານໄດ້ຮັບຜົລກະທົບ ມາແຕ່ປີ 2016.

ບັນຫາກິ່ນເໝັນຈະບໍ່ໝົດໄປ ເນື່ອງຈາການຜລິດເບັຍຕ້ອງໃຊ້ ຂັ້ນຕອນການໝັດເບັຍດົນ ກໍ່ອາດຈະເຮັດໃຫ້ກິ່ນເໝັນຮຸນແຮງ ແຕ່ປັດຈຸບັນ ກໍຖືວ່າທາງໂຮງງານ ໄດ້ເອົາໃຈໃສ່ບັນຫາດັ່ງກ່າວ ຮວມເຖິງປະຊາຊົນອ້ອມຂ້າງຢ່າງເຕັມທີ່ ແຕ່ລະປີກໍ່ຈະມີການ ປະຊຸມກັບປະຊາຊົນ ເພື່ອຈະດຳເນີນ ການແກ້ໄຂໃຫ້ກິ່ນເໝັນໃຫ້ຫລຸດລົງ.

"ມັນກໍປາສຈາກບໍ່ໄດ້ເນາະ ຄືແຕ່ກ່ອນກິ່ນນີ້ມັນຈະອົບອວນໄປໝົດມື້ ແຕ່ປັດຈຸບັນຄືບໍ່ແມ່ນແລ້ວ ຈະໄດ້ກິ່ນເປັນຄັ້ງຄາວ ເຮົາກໍສອບຖາມ ໝູ່ບ້ານອ້ອມຂ້າງ ຄືກັນແຕ່ລະປີ ແຕ່ລະໄລຍະເຮົາຈະເອີ້ນໝູ່ບ້ານອ້ອມຂ້າງມາລົມ."

ເຖິງຢ່າງໃດກໍ່ຕາມ ບັນຫາກິ່ນເໝັນຈາກໂຮງງານເບັຍລາວ ເປັນບັນຫາມາຫລາຍປີແລ້ວ ແລະສ້າງຄວາມເດືອດຮ້ອນ ໃຫ້ແກ່ປະຊາຊົນ ທີ່ອາສັຍຢູ່ອ້ອມຂ້າງ ເຊັ່ນ ບ້ານສາລາຄຳໃຕ້, ບ້ານສາລາຄຳເໜືອ, ບ້ານນາໄຫ ແລະບ້ານດອນຝ້າຍ ເມືອງຫາດຊາຍຟອງ ນະຄອນຫຼວງ ວຽງຈັນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.