49 ເສັຍຊີວິດ ໃນເຫດການ ເຮືອບິນຕົກ ຢູ່ປາກເຊ


2013.10.17
F-plane-crash ຊາວບ້ານພາກັນມາເບິ່ງ ເຄື່ອງຂອງສໍາພາລະ ຂອງຜູ້ໂດຍສານ ໃນຍົນ ສາຍການບິນລາວ ທີ່ຕົກໃສ່ແມ່ນໍ້າຂອງ ໃກ້ເມືອງປາກເຊ ວັນທີ 17 ຕຸລາ 2013
AFP PHOTO / PORNCHAI KITTIWONGSAKUL

ເຮືອບິນໂດຍສານຂອງສາຍການບິນລາວເກີດອຸບັດຕິເຫດຕົກລົງໃສ່ແມ່ນໍ້າຂອງເຮັດໃຫ້ຄົນເສັຍຊີວິດທັງໝົດ 49 ຄົນ ໃນນັ້ນເປັນຜູ້ໂດຍສານ 44 ຄົນ ສ່ວນອີກ 5 ຄົນ ແມ່ນ ຄົນຂັບຍົນ ແລະ ພະນັກງານ ບໍຣິການ ອາກາດ.

ສ່ວນສາເຫດນັ້ນ, ລັດວິສາຫະກິດສາຍການບິນລາວ ອອກໃບແຈ້ງການວ່າເຮືອບິນ ATR72 ຖ້ຽວບິນ QV301 ອອກບິນຈາກນະຄອນຫຼວງ ວຽງຈັນ ເມື່ອເວລາປະມານ 14 ໂມງ ແລະ 45 ນາທີ ເມື່ອວັນພຸດ ວັນທີ່ 16 ຕຸລາ ລົງໄປ ເມືອງປາກເຊ ແຂວງຈໍາປາສັກ ພາກໃຕ້ຂອງ ລາວ; ແຕ່ເມື່ອບິນມາເຖິງສນາມບິນເມືອງປາກເຊ ເຮືອບິນລົງບໍ່ໄດ້ ເພາະສະພາບອາກາດປັ່ນປ່ວນ. ສ່ວນຂ່າວ ສານປະເທດລາວ ແຈ້ງສາ ເຫດວ່າໃນເວລາຈະລົງເດີ່ນເຮືອບິນລໍານັ້ນ ຖືກລົມພັດຢ່າງແຮງ ຈົນເຈືອກອອກໄປ ຫາແມ່ນໍ້າຂອງ ແລ້ວກໍຕົກລົງນໍ້າ. ເຈົ້າໜ້າທີ່ສນາມ ບິນ ເມືອງປາກເຊ ທີ່ບໍ່ປະສົງບອກຊື່ ເວົ້າເຖິງອຸບປະຕິເຫດເທື່ອ ນີ້ວ່າ:

“ມັນໃກ້ຊິຮອດເດີ່ນ ລະນາ ມັນຢູ່ແຖວດອນຂໍ ໃກ້ໆຊິຮອດເດີ່ນບິນລະແຫລະ ມັນລົງບໍ່ໄດ້ວ່າຊັນ ຕົກນໍ້າ ຂະເຈົ້າເອົາລົງນໍ້າວ່າຊັ້ນ ແບບວ່າ ຈັ່ງໃດ ເຂົາເຈົ້າ ບໍ່ໄດ້ເອົາລົງເດີ່ນເບາະ ຈັ່ງໃດນີ້ແຫລະ ມັນລົງບໍ່ ໄດ້ ມັນຕົກລົງໃນນໍ້າຂອງ ຫັ່ນນ່າ ໄດ້ຍິນວ່າຂະເຈົ້າມີກວດ ເຂົາເຈົ້າຍັງ ເບິ່ງ ພາສປອດ ອີຫຍັງນີ້ແຫລະ. ມັນມີພາສປອດລາວ ພາສປອດໄທ ອີຫຍັງນີ້ແຫລະບໍ່ເຂົາໃຈ. ເຂົາເຈົ້າວ່າເຂົາເຈົ້າກໍຍັງຕົກໃຈຄືກັນ.”

ຈໍານວນຜູ້ເສັຍຊີວິດ 49 ຄົນນີ້ ຮວມມີຄົນລາວ 17 ຄົນ, ສ່ວນເຫລືອ ເປັນຊາວຕ່າງປະເທດ ຄືມີຊາວຝຣັ່ງ 7 ຄົນ, ອັອສເຕຣເລັຍ 5 ຄົນ, ໄທ 5 ຄົນ, ເກົາຫລີ 3 ຄົນ, ວຽດນາມ 2 ຄົນ ແລະ ຈາກຈີນ ໃຕ້ຫວັນ ການາດາ ແລະ ມາເລເຊັຍ ປະເທດລະ 1 ຄົນ.

ປັຈຈຸບັນ ສາຍການບິນລາວກໍາລັງຊອກຫາຊາກສົບ ຜູ້ທີ່ເສັຍຊີວິດ ແລະ ປະສານງານ ຕິດຕໍ່ ກັບຍາດຕິພີ່ນ້ອງ ຂອງຜູ້ທີ່ໄດ້ຮັບເຄາະຮ້າຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.