ດິນ ເຈື່ອນທັບຊາວບ້ານ
ດິນ ເຈື່ອນ ທັບ ຊາວບ້ານ ລະໄລອັງກົງ ເມືອງສະໝ້ວຍ ແຂວງ ສາລະວັນ ເສັຍຊີວິດ 2 ຄົນ.
-
ໄຊຍາ
2020-10-16 -
-
-
Your browser doesn’t support HTML5 audio
ເກີດເຫດດິນເຈື່ອນ ທັບ ຊາວບ້ານລະໄລອັງກົງ ເມືອງສະໝ້ວຍ ແຂວງສາລະວັນ ເສັຍຊີວິດ 2 ຄົນ. ໂດຍຜູ້ເສັຍຊີວິດ ທັງສອງໄປນອນ ຖຽງເພື່ອເຝົ້າສັດລ້ຽງ ແລະນາຂອງຕົນ. ໃນຂນະທີ່ກ່ອນໜ້າມື້ ເສັຽຊີວິດຊາວບ້ານທີ່ຢູ່ໃນເຫດການ ກໍເຕືອນວ່າໃຫ້ກັບເຮືອນ ເພາະດິນໄດ້ ເຈື່ອນ ຢູ່ ບໍຣິເວັນໃກ້ຄຽງ ແຕ່ຍັງມາບໍ່ຮອດບ່ອນຜູ້ກ່ຽວຢູ່.
ຕົກມາໃນວັນທີ 11 ຕຸລາ 20 ຕອນກາງ ທີ່ມີຝົນຕົກໜັກ ບວກກັບພະຍຸ ເຂົ້າມາທາງວຽດນາມ ຈື່ງກໍໃຫ້ເກີດເຫດສະຫຼົດໃຈ ດັ່ງກ່າວ. ດັ່ງ ຄຣູທີ່ຢູ່ໂຮງຮຽນ ມສ ສະໝ້ວຍ ໄດ້ກ່່າວເຖີງເຫດການຕໍ່ເອເຊັຽ ເສຣີ ໃນວັນທີ 16 ຕຸລາ 20 ຜ່ານມາວ່າ: ຜູ້ເສັຍຊີວິດແມ່ນ ຄືພໍ່ແມ່ ແລະ ອາຂອງໝູ່ຕົນເອງ ເປັນຄຣູສອນໂຮງຮຽນດຽວກັນ.
"ຂ້ອຍກໍເປັນອາຈານສອນຢູ່ ມສ ຢູ່່ໂຮງຮຽນກັບອາຈານ ຄົນໄປສອນ ເປັນຄຣູສອນຫັ້ນ, ພະຍຸມັນເຂົ້າມາທາງວຽດ ແຕ່ວ່າພໍ່ ກັບອາລາວ ລະແມ່ນໄປຕັ້ງຖຽງລ້ຽງເປັດ ລ້ຽງໄກ່ ຢູ່ເທີງພູແຕ່ດົນແລ້ວ. ແຕ່ວ່າຄືນ ມື້ວັນເສົາຫັ້ນ ມັນຖະລົ່ມແລ້ວ ເທື່ອນຶ່ງແຕ່ວ່າ ຍັງບໍ່ທັນຮອດຖຽງ ຂອງລາວ ພໍພີພວກຊາວບ້ານ ແຕ່ໄຮ່ເຂົາກໍບອກຕອນແລງວ່າເມືອໆ ບໍ່ໃຫ້ຢູ່ ເອົາບໍ່ໃຫ້ຢູ່ເພາະວ່າ ຢ້ານດິນຖະລົ່ມ ມາອີກແຕ່ວ່າລາວ ກໍເສີຍ."
ສ່ວນຊາວອີກທ່ານນຶ່ງ ໄດ້ກ່າວເຖີງເຫດການດິນເຈື່ອນ ວ່ານັບແຕ່ປີ 2008 ເປັນຕົ້ນມາບໍ່ ເຄີຍເກີດເຫດການດິນເຈື່ອນ, ພໍມາຮອດປີ 2020 ຈື່ງມາເກີດເຫດການ ດິນເຈື່ອນຈົນມີ ຄົນໃນບ້ານເສັຍຊີວິດ.
"ເຣື່ອງແບບນີ້ ກໍ່ບໍ່ມີໃຜດອກຢາກໃຫ້ເກີດຂື້ນຫັ້ນນ່າ ມັນສະເທືອນໃຈ ແລະ ເປັນຄະຕິເຕືອນໃຈ ຊາວເມືອງສະໝ້ວຍ ຫຼາຍຜ່ານມາກໍເຄີບ ຢູ່ທີ່ວ່າ 2008 ກໍໜັກແຕ່ ວ່າປີນີ້ມັນເຄີຍຖະລົ່ມ ຮອດຄົ້ນຫັ້ນນ່າ ສູນເສັຽຄັ້ງໃຫຍ່ ຂອງຄອບຄົວ ແລະ ກໍ່ໝົດທຸກຄົນນັ້ນ ແຫຼະ."
ກ່ຽວກັບເຣື່ອງນີ້ ເຈົ້າໜ້າທີ່ປ້ອງກັນ ແລະຄວບຄຸມ ພັຍພິບັດ ຂັ້ນແຂວງສາລະວັນ ກ່າວວ່າ ພາຍຫຼັງທີ່ພາກສ່ວນກ່ຽວຂ້ອງ ໄດ້ຮັບຣາຍງານ ວ່າເກີດເຫດດິນເຈື່ອນ ກໍໄດ້ສົ່ງເຈົ້າໜ້າທີ່ໄປ ຄົ້ນຫາຜູ້ເສັຍຊີວິດ ທີ່ຖືກດິນເຈື່ອນທັບຖົມ.
"ພັຍພິບັດນີ້ແລ້ວຄະນະອົງການ ພັຍພິບັດຂັ້ນແຂວງ ເຂົ້າມາສົມທົບກັບ ເມືອງປະຊຸມປຶກສາຫາລື ຫັ້ນແຫຼະ ຊິເຮັດແນວໃດແລກປ່ຽນບົດ ຮຽນນ່າ ຄົບໝົດແຫຼະ ແຕ່ລະ ຂແນງການສົມທົບກັບ ຄະນະກັມການ ພັຍພິບັດ ຂັ້ນເມືອງ ກັບຂັ້ນແຂວງສົມທົບກັນ."
ສ່ວນເຈົ້າໜ້າທີ່ ຜແນກສຶກສາທິການ ແລະກິລາ ແຂວງສາລະວັນ ກ່າວວ່າ ເບື້ອງຕົ້ນໄດ້ເອົາ ງົບປະມານ ຫ້ອງການຊ່ອຍເຫຼືອ ແລະທາງ ດ້ານວັດຖຸປັດຈັຍໃຫ້ກັບຄອບຄົວຜູ້ເສັຍຊີວິດ ຈຳນວນນຶ່ງ.
"ຫ້ອງການສຶກສາ ພວກເຮົາກໍນຶ່ງ ກໍມີການຊ່ອຍເຫຼືອ ທາງວັດຖຸປັດຈັຍນີ້ແຫຼະ ໃຫ້ແກ່ທາງຄອບຄົວ ຜູ້ເສັຍຊີວິດໂດຍສະເພາະ ຄຣູອາຈານ ພວກເຮົາ ຫັ້ນແລ້ວ ແລະກໍຈາກທາງຫ້ອງການ ແດ່ຫ້ອງການ ກໍສ່ວນນຶ່ງ, ຄຣູອາຈາກໍສ່ວນນຶ່ງ ເປັນເງິນ ເປັນເຄື່ອງຝາກ ຂອງຕ້ອນແບບ ນັ້ນແລ້ວ ຊ່ອຍກັນຄືຕາມປະເພນີ ຫັ້ນແລ້ວ ສ່ວນຫຼາຍກໍດາຍ."
ສ່ວນເຈົ້າໜ້າທີ່ຜແນກຊັພຍາກອນ ທັມຊາດ ແລະ ສີ່ງແວດລ້ອມ ແຂວງສາລະວັນ ໃຫ້ຄວາມເຫັນວ່າ ກ່ອນເກີດເຫດທາງຂແນງອຸຕຸນິຍົມ ວິທຍາ ແລະ ອຸທົກກະສາດເມືອງ ໄດ້ມີການແຈ້ງ ເຕືອນພັຍໄປຍັງ ຊາວບ້ານ.
"ມີແລ້ວ ມີແລ້ວ ແຈ້ງແລ້ວ ເພາະວ່າອຸຕຸເພີ່ນແຈ້ງມາໄດ້ແຈ້ງໝົດ ແລ້ວແຕ່ວ່າຕາມຣາຍງານ ເຂົ້າໄປກ່ອນລະແມ່ນ ເຂົາທາງລູກຫຼານເພີ່ນ ບອກໃຫ້ເຂົ້າມາ. ວັນສຸກໃຫ້ເຂົ້າມາແລ້ວ ແຕ່ວ່າເພີ່ນຍັງຫ່ວງ ເປັດ ໄກ່ ງົວ ເພີ່ນຫັ້ນເດ ເພີ່ນກໍຄິດແຕ່ວ່າປົກກະຕິ ກໍເຄີຍຕົກຢູ່ແຕ່ວ່າ ລັກສນະແບບວ່າຄືບໍ່ບໍ່ຕົກແນວນີ້."
ຫຼ້າສຸດ ສົບ ຂອງຜູ້ເສັຍຊີວິດທັງສອງ ໄດ້ຖືກນໍາໄປຝັງຕາມຮີດຄອງ ຂອງທ້ອງຖີ່ນແລ້ວ ໃນວັນທີ 12 ຕຸລາ 20 ຜ່ານ. ບ້ານລະໄລອັງກົງ ເມືອງສະໝ້ວນ ແຂວງສາລະວັນ ເປັນບ້ານ ທີ່ມີຊາຍແດນ ຕິດກັບ ປະເທດວຽດນາມ ແລະ ເປັນບ້ານນ້ອຍ ຫ່າງຈາກໂຕເມືອງສະໝ້ວຍ 8 ກິໂລແມັດ.