ກ່ຽວກັບເຫດການ ນໍ້າຕົກຕາດກວາງຊີ ແຫ້ງ ໃນວັນທີ 13 ມິນາ ຜ່ານມານີ້, ຊາວຫຼວງພຣະບາງ ແຂວງຫຼວງພຣະບາງທ່ານນຶ່ງ ເວົ້າວ່າ ຕາມປົກກະຕິແລ້ວ ນໍ້າຢູ່ຕາດກວາງຊີ ບໍ່ເຄີຍແຫ້ງຈັກເທື່ອ, ມີແຕ່ປີນີ້ ທີ່ມັນຜິດປົກກະຕິ ທີ່ຕົນເຫັນນໍ້າຢູ່ ຕາດກວາງຊີແຫ້ງ, ແຕ່ປັດຈຸບັນ ທາງການເພິ່ນກໍລົງໄປກວດກາ ແລະ ແກ້ໄຂແລ້ວ, ດັ່ງທ່ານກ່າວ ຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 22 ມີນາ ນີ້ວ່າ:
“ມັນກໍແຫ້ງ ຫາກແຫ້ງພາຍໃນວັນດຽວ, ປົກກະຕິນໍ້າຕາດກວາງຊີ ຈະບໍ່ແຫ້ງ ບໍ່ເຄີຍແຫ້ງຈັກເທື່ອ, ແຕ່ປີນີ້ມາ ສະພາບອາກາດກໍ ຮ້ອນຫຼາຍ ແລ້ວກໍ ເຂົາເຮັດນາປີຫັ່ນນະ ເຂົາອັດນໍ້າ ແລ້ວບໍ່ຜ່ານທາງແຂວງ ທາງເຈົ້າເມືອງເພິ່ນລົງໄປກວດ ແລ້ວເຂົາເຈົ້າກໍປ່ອຍນໍ້າເຂົ້າຄືນ ດຽວນີ້ ກໍປົກກະຕິ.”
ກ່ຽວກັບເຣື່ອງນີ້ ເຈົ້າໜ້າທີ່ ກ່ຽວຂ້ອງ ຢູ່ແຂວງຫຼວງພຣະບາງ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ; ນໍ້າບໍ່ໄດ້ແຫ້ງ ພຽງແຕ່ປະຊາຊົນ ຈໍານວນນຶ່ງ ຕັນນໍ້າໄວ້ ເພື່ອຫາປູ ຫາປາຊື່ໆ ແລະເຂົາເຈົ້າກໍປ່ອຍນໍ້າລົງມາແລ້ວ, ດັ່ງທ່ານກ່າວວ່າ:
“ມັນບໍ່ໄດ້ແຫ້ງບໍ່ ຂະເຈົ້າອັດນໍ້າຢູ່ເທິງພຸ້ນນະ, ເພາະວ່າປະຊາຊົນໄປຊອກຫາປູຫາປາ ແລະ ຂະເຈົ້າອັດນໍ້າໄວ້ ແລະຂະເຈົ້າບໍ່ໄດ້ ເປີດມາລຸ່ມ, ເພິ່ນກໍມີມາຕການກວດແກ້ໄຂ.”
ເຈົ້າໜ້າທີ່ທ່ານນີ້ ກ່າວຕື່ມວ່າ ໄລຍະຜ່ານມາ ຝົນຕົກຢູ່ຫຼວງພຣະບາງ ຕົກໜ້ອຍກວ່າປີກ່ອນໆ ຈຶ່ງເຮັດໃຫ້ມີນໍ້າຂ້ອນຂ້າງໜ້ອຍ, ຊຶ່ງບັນດາໜ່ວຍງານທີ່ກ່ຽວຂ້ອງ ກໍຈະຫາທາງແກ້ໄຂ ບັນຫາການຂາດແຄນນໍ້າ ໃຫ້ຊາວກະສິກອນຢູ່.
ຊາວບ້ານ ໃນແຂວງຫຼວງພຣະບາງ ອີກຄົນນຶ່ງເວົ້າວ່າ ຊ້ວງນີ້ ເປັນຊ້ວງຣະດູແລ້ງ ແລະ ນໍ້າໜ້ອຍກວ່າທຸກປີ ຊາວນາເພິ່ນກໍເລີຍ ຂໍມີການກັກນໍ້າໄວ້ ເພື່ອການເຮັດນາ:
“ຊ້ວງນີ້ເຂົາເຮັດການຜລິດນະ ລະກະຕອນເຊົ້າ ຊາວນາຈະໃຊ້ກັບທົ່ງນາ, ແລ້ວກໍປະມານ 9 ໂມງ ກໍປ່ອຍມາໃໝ່ ປີນີ້ມັນບໍ່ຄ່ອຍມີຝົນ ປານໃດ ນໍ້າມັນກໍເລີຍບໍ່ພໍສໍາລັບຊາວນາ ແລ້ວເຂົາເຈົ້າກໍຂໍນໍ້າເພີ້ມ ເຂົາກໍເລີຍກັກນໍ້າ.”
ໃນຂນະທີ່, ຜູ້ປະກອບ ຮ້ານອາຫານທ່ານນຶ່ງ ທີ່ຢູ່ໃກ້ກັບຕາດກວາງຊີ ກ່າວວ່າ ປັດຈຸບັນ ຕາດກວາງຊີ ຍັງມີນໍ້າຢູ່, ແຕ່ກໍບໍ່ຫຼາຍ ຍ້ອນ ເປັນຊ້ວງຣະດູແລ້ງ ແລະ ກໍຍັງມີນັກທ່ອງທ່ຽວ ມາທ່ຽວຫຼິ້ນເລື້ອຍໆຢູ່, ດັ່ງທ່ານກ່າວວ່າ:
“ທາງຕາດຍັງມີນໍ້າປົກກະຕິຢູ່ ສວຍງາມດີ ນໍ້າໜ້ອຍກໍໜ້ອຍ, ແຕ່ບ່ໍເປັນຫຍັງເດີ້ ເພາະວ່າຍັງມີນັກທ່ອງທ່ຽວ ມາທ່ຽວຫຼາຍຢູ່ເນາະ.”
ໃນມື້ວັນທີ 13 ມິນາ ຜ່ານມານີ້ ມີນັກທ່ອງທ່ຽວ ໄປທ່ຽວທີ່ຕາດກວາງຊີ ແຂວງຫຼວງພຣະບາງ ແລະຖ່າຍວິດິໂອ ອອກເຟສບຸຄ ໃນ ວິດິໂອນັ້ນ ບໍ່ເຫັນນໍ້າຕົກ ນໍ້າຢາດຈັກໜ້ອຍເລີຍ ຈຶ່ງຢາກໃຫ້ໜ່ວຍງານ ກ່ຽວຂ້ອງ ໄປກວດກາແລະແກ້ໄຂບັນຫານີ້ ຍ້ອນວ່າ ຕາດກວາງຊີ ເປັນແຫຼ່ງທ່ອງທ່ຽວ ທີ່ມີຊື່ສຽງຢູ່ລາວ.