ບໍຣິສັດ SK ຈະເບິ່ງແຍງ ເດັກນ້ອຍ ກໍາພ້າ
2019.08.14
ເດັກນ້ອຍກໍາພ້າ 106 ຄົນ ຢູ່ເມືອງສນາມໄຊ ແຂວງອັດຕະປື ທີ່ ພໍ່ແມ່ເສັຽຊີວິດ ຈາກເຂື່ອນເຊປຽນ-ເຊນໍ້ານ້ອຍແຕກ ຈະໄດ້ຮັບການ ຊ່ອຍເຫລືອຈາກບໍຣິສັດ SK ໃນນັ້ນຮວມທັງ ເຣື້ອງຄ່າການຢູ່ການກິນ ແລະ ທຶນການສຶກສາຈົນຮອດອາຍຸ 18 ປີ ຕາມທີ່ທາງບໍຣິສັດ ທ່ີໄດ້ຮັບປາກ ກັບທາງແຂວງ, ດັ່ງເຈົ້າໜ້າທີ່ ຫ້ອງການ ເມືອງສນາມໄຊ ທ່ານນື່ງ ກ່າວຕໍ່ວິທຍຸ ເອເຊັຍເສຣີ ໃນວັນທີ່ 13 ສິງຫາ ນີ້:
“ເຂົາມີນະໂຍບາຍໃຫ້ແລ້ວ ພວກບໍຣິສັດ SK ຈະຊ່ວຍໃຫ້ຮອດ 18 ປີ ພຸ້ນແຫລະ ຮຽນໜັງສື ຕອນນີ້ກໍຍັງບໍ່ທັນເຮັດຫຍັງນະ ເດັກນ້ອຍ ລໍຖ້າຊ່ວງນີ້ ເຂົາກໍພັກ ເດັກນ້ອຍກໍຍງັບໍ່ໄດ້ເຂົ້າຮໍ່າ ເຂົ້າຮຽນເທື່ອ.”
ທ່ານວ່າ ປັຈຈຸບັນ ເດັກນ້ອຍກໍາພ້າ ໃນເມືອງສນາມໄຊ ຈໍານວນນື່ງໄດ້ອາສັຍ ນໍາຍາດພີ່ນ້ອງ ຂອງເຂົາເຈົ້າ ໃນສູນຊ່ວຍເຫລືອ ຜູ້ປະສົບພັຍ ຈາກເຫດເຂື່ອນແຕກ ສ່ວນເດັກນ້ອຍຜູ້ທີ່ ບໍ່ມີຍາດພີ່ນ້ອງເລີຍນັ້ນ ກໍອາສັຍຢູ່ນໍາ ເຮືອນນາຍບ້ານ ຊຶ່ງມີໜ້າທີ່ ເບິ່ງແຍງ ເດັກນ້ອຍເຫລົ່ານີ້ໄປກ່ອນ ໃນຂນະທີ່ ນາຍບ້ານ ກໍຕ້ອງການເງິນມາຊ່ວຍ ໃນການເບິ່ງແຍງ ແລະ ຊື້ອາຫານ ການກິນໃຫ້ ໃຫ້ເດັກນ້ອຍ ເຫລົ່ານີ້.
ຜ່ານມາ ທ່ານ ເລັດ ໄຊຍະພອນ ເຈົ້າແຂວງ ແຂວງອັດຕະປື ຣາຍງານ ເມື່ອເດືອນກໍຣະກະດາ ຜ່ານມາ ກ່ຽວກັບການຊ່ອຍເຫລືອ ຜູ້ປະສົບພັຍ ວ່າປັຈຈຸບັນ ທາງການໄດ້ສ້າງເຮືອນ ພັກຊົ່ວຄາວ ສໍາເຣັດແລ້ວ 100% ພ້ອມທັງ ສິ່ງອໍານວຍ ຄວາມສະດວກ ຫລາຍດ້ານ ເປັນຕົ້ນ ໄຟຟ້າ, ນໍ້າບາດານ ແລະ ຊື້ແນວພັນເຂົ້າ ແລະ ໝາກໄມ້ ພ້ອມທັງໄດ້ບຸກເບີກ ເນື້ອທີ່ທໍາການຜລິດ ໃຫ້ປະຊາຊົນ ຈໍານວນ 1,986 ເຮັກຕາຣ໌, ໃນຂນະດຽວກັນ ກໍໄດ້ຕິດຕາມ ຊຸກຍຸ້ ວຽກງານ ສາທາຣະນະສຸກ, ວຽກງານສຶກສາທິການ ແລະ ກິລາ, ໂຍທາທິການ ແລະ ຂົນສົ່ງ ຮວມທັງ ວຽກງານ ສົງເຄາະ ຜູ້ປະສົບພັຍ ແລະ ການປະເມິນຜົນເສັຍຫາຍ ພ້ອມທັງຈະສຶບຕໍ່ ການຊ່ອຍເຫລືອ ແລະ ແກ້ໄຂ ຕໍ່ໄປ.