ຊາວບ້ານລໍາບາກຍ້ອນໂຮງງານ ຊິເມັນ
2016.07.29
ປະຊາຊົນ ທີ່ໄດ້ຮັບ ຜົລກະທົບ ຈາກ ໂຮງງານ ຊິເມັນ ຢູ່ ເມືອງມະຫາໄຊ ແຂວງ ຄໍາມ່ວນ ຍ້ອນ ເສັຍດິນນາ ເພື່ອ ສ້າງໂຮງງານ ນັ້ນຍັງເດືອດຮ້ອນ ເຖິງວ່າຈະໄດ້ ຮັບຄ່າ ຊົດເຊີຍ ເປັນເງິນ ແລະ ເຂົ້າກິນ ແລ້ວກໍຕາມ. ພວກເຂົາເຈົ້າ ບໍ່ມີບ່ອນ ທໍາການຜລິດ ແຫ່ງໃໝ່ ແທນ ແລະບໍ່ໄດ້ເຮັດວຽກ ກັບ ໂຮງງານນັ້ນ ຍ້ອນວ່າ ທາງໂຮງງານ ເອົາຄົນຈາກ ເຂດອື່ນມາ ເຮັດວຽກນໍາ. ຕາມການ ເປີດເຜີຍ ຂອງ ຊາວບ້ານ ໂພວາ ຕໍ່ RFA ໃນວັນທີ 28 ກໍຣະກະດາ ນີ້:
"ຈຸດທີ່ຖືກ ຜົລກະທົບ ກໍບໍ່ມີນາ ເຮັດແລ້ວ ເງິນວ່າ ຊົດເຊີຍໃຫ້ ປີນີ້ ກໍໄປຊື້ ເຂົ້າກິນ ບາງຄອບຄົວ ມີແຫລະ ມາເປັນກັມກອນ ນໍາໂຮງງານ ມື້ນີ້ແຫລະ ບໍ່ມີແຫລະ ດຽວນີ້ນະ ຈ້າງມາ ກໍບາງເທື່ອ ລູກ ແລະ ເຮືອນ ເພິ່ນກໍບໍ່ເອົາ ເອົາເຂດອື່ນ ມາດຽວນີ້ ຢ່າງນັ້ນດຽວນີ້ ".
ນາງເວົ້າຕື່ມວ່າ ທາງໂຮງງານ ຕ້ອງຈັດຫາ ບ່ອນຜລິດໃໝ່ ໃຫ້ ປະຊາຊົນ ແລະ ຕ້ອງສ້າງຄອງ ຊົລປະທານ ໄປບ່ອນ ຜລິດໃຫ້ ຂນະທີ່ ທາງໂຮງງານ ຊິເມັນ ໄດ້ ມາໂອ້ລົມ ກັບ ຊາວບ້ານ ວ່າຈະສ້າງທາງ ໃໝ່, ໂຮງຮຽນໃໝ່ ໃຫ້ ບ້ານໂພວາ ແຕ່ມາຮອດ ດຽວນີ້ ກໍຍັງບໍ່ມີ ການສ້າງຫຍັງ ໃຫ້ເທື່ອ:
"ຕໍ່ໄປນີ້ ຍັງຫລາຍ ສ້າງແລ້ວທາງ ສ້າງຫຍັງ ກໍຍັງບໍ່ໄດ້ ຫ້ອງການ ກໍຍັງ ບໍ່ໄດ້ມອບ ຫ້ອງການບ້ານ ທາງ ກໍບໍ່ທັນ ໄດ້ປູຢາງ ໂຮງຮຽນ ກໍຍັງບໍ່ທັນໄດ້ ຫຍັງນະ ດຽວນີ້ ໄດ້ແຕ່ເງິນ ຊົດເຊີຍ ເຂົ້າຫັ້ນ".
ກ່ຽວກັບ ເຣຶ່ອງທີ່ວ່າ ນີ້ RFA ໄດ້ຖາມໄປຍັງ ເຈົ້າໜ້າທີ່ ກ່ຽວຂ້ອງ, ໄດ້ຮັບ ຄໍາຕອບວ່າ ທາງໂຮງງານ ຈະຕ້ອງຈ່າຍ ເງິນຄ່າ ຊົດເຊີຍ ໃຫ້ ປະຊາຊົນ ຈົນກວ່າວ່າ ພວກ ເຂົາເຈົ້າ ຈະໄດ້ຮັບ ບ່ອນຜລິດໃໝ່ ຊຶ່ງ ຂນະນີ້ ປະຊາຊົນ ສເນີໃຫ້ ທາງ ໂຮງງານ ສ້າງ ຊົລປະທານ ໃນບ່ອນ ຜລິດໃໝ່ ແລະ ທາງໂຮງງານ ຕ້ອງທົດລອງ ປູກເຂົ້າ ກ່ອນປີນຶ່ງ ຈຶ່ງ ມອບທີ່ດິນ ນັ້ນໃຫ້ຊາວບ້ານ.
ຜ່ານມາ ປະຊາຊົນ ບ້ານໂພວາ ກໍໄດ້ຮັບ ຄວາມເດືອດຮ້ອນ ຍ້ອນທາງ ບໍຣິສັດ ຄໍາມ່ວນ ຊິເມັນ ຈ່າຍຄ່າຊົດເຊີຍ ໃຫ້ຊ້າ ກວ່າເວລາ ທີ່ ໄດ້ກໍານົດ ໄວ້.