ຍົມມະລາດກູ້ຣະເບີດ ພາດເປົ້າ

ຈໍາປາທອງ
2020.11.10
ຕົວຢ່າງຂອງລູກລະເບີດ ທີ່ ເກັບມາໄດ້
ຮູປຖ່າຍຈາກ: ນັກຂ່າວ ກອງທັບ ປະຊາຊົນລາວ

ຜູ້ຕາງໜ້າອົງການ ເກັບກູ້ຣະເບີດ ແມັກ ກ່າວໃນມື້ວັນທີ 6 ພຶສຈິກາ 2020 ນີ້ວ່າ ໃນໄລຍະ 12 ເດືອນຜ່ານມາ ໂຄງການເກັບກູ້ຣະເບີດ ເພື່ອສນັບສນູນການພັທນາຊຸມຊົນ ຢູ່ເມືອງຍົມມະລາດ ແຂວງຄໍາມ່ວນ ໄດ້ຮັບທຶນຊ່ອຍເຫລືອ ຈາກ ມຸລນິທິ UMCOR ຂອງ ສະຫະຣັຖ ອາເມຣິກາ ຈໍານວນ 5 ແສນໂດລາ ສະຫະຣັຖ.

ໃນ 12 ເດືອນ ຄືເລີ່ມມາແຕ່ ເດືອນກັນຍາ 2019 ຫາ ເດືອນສິງຫາ 2020 ທາງໂຄງການ ເກັບກູ້ຣະເບີດ ໄດ້ປະຕິບັດຢູ່ໃນເຂດ 5 ບ້ານ ທີ່ນອນຢູ່ໃນເຂດເປົ້າໝາຍ ຄືບ້ານຄໍາແຮ່, ບ້ານຫາງການ, ບ້ານຊຽງດາວ ບ້ານສ້າງ-ປຸງບອນ ແລະ ບ້ານຕະຫລາກ ຄືການສໍາຣວດ ແລະ ເກັບກູ້ຣະເບີດ ບໍ່ທັນແຕກ ອອກຈາກເນື້ອທີ່. ໃນການສໍາຣວດປະຕິບັດໄດ້ 6 ລ້ານ 9 ແສນ ປາຍຕາແມັດເທົ່າກັບ 23% ຂອງຄາດໝາຍ ທີ່ໄດ້ວາງໄວ້.

ສ່ວນການເກັບກູ້ຣະເບີດ ແມ່ນເຮັດໄດ້ພຽງ 2 ບ້ານ ຄືບ້ານຫາງການ ແລະບ້ານຊຽງດາວ ໃນເນື້ອທີ່ 5 ແສນ 7 ໝື່ນ 6 ພັນປາຍຕາແມັດ ຄືປະຕິບັດໄດ້ 90% ຍ້ອນການແຜ່ຣະບາດ ຂອງເຊື້ອພຍາດ ໂຄວິດ-19, ສາມາດເກັບກູ້ ແລະ ທໍາລາຍຣະເບີດໄດ້ 871 ລູກ ຊຶ່ງໃນນັ້ນ ປະເພດ ບົມບີ 784 ລູກ.

ປັດຈຸບັນ ຍັງມີງົບປະມານເຫລືອຢູ່ ຈໍານວນ 147,500 ປາຍໂດລາ ສະຫະຣັຖ ທີ່ທາງໂຄງການສເນີຂໍຕໍ່ໄລຍະ ປະຕິບັດຕື່ມອີກ 6 ເດືອນ ຄືແຕ່ເດືອນກັນຍາ 2020 ຫາ ເດືອນກຸມພາ 2021.

ແຜນການທີ່ຈະໄປ ສໍາຣວດ ແລະເກັບກູ້ຣະເບີດ ບໍ່ທັນແຕກຢູ່ບ້ານຕໍ່ໄປ ກໍແມ່ນບ້ານຄໍາແຮ່, ບ້ານສ້າງ-ປຸງບອນ ແລະບ້ານຕະຫລາກ ແຕ່ປັດຈຸບັນ ຍັງປະກອບເອກກະສານ ຢູ່, ອີງຕາມຄໍາເວົ້າຂອງ ເຈົ້າໜ້າທີ່ ຫ້ອງການ ເມືອງຍົມມະລາດ ທ່ານນຶ່ງຜູ້ຂໍສງວນຊື່ ແລະ ຕໍາແໜ່ງ ຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 10 ພຶສຈິກາ ນີ້:

“ແຜນຂອງ ແມັກ ເກັບກູ້ຣະເບີດ ເພິ່ນມີແຜນໃນ 1 ປີເນາະ. ແຕ່ວ່າມັນໄດ້ໂຈະຊ່ວງພຍາດໂຄວິດນີ້ເນາະ ແລ້ວບໍ່ໄດ້ສືບຕໍ່ໄລຍະນຶ່ງຫັ້ນ ແລ້ວມັນບໍ່ສໍາເຣັດ ໃນແຜນການທີ່ວາງໄວ້ຫັ້ນນ່າ. ໃນຈໍານວນງົບນັ້ນ ເງິນຍັງເຫລືອ ແຕ່ວ່າຍັງບໍ່ໄດ້ສືບຕໍ່ດຽວນີ້ ແຕ່ວ່າຈະສືບຕໍ່ຕ້ອງເຮັດ ເອກສານ ຮຽບຮ້ອຍ.”

ທ່ານກ່າວຕື່ມວ່າ ສາເຫດທີ່ພາໃຫ້ມີການເກັບກູ້ຣະເບີດ ທີ່ຍັງບໍ່ທັນແຕກ ຢູ່ເຂດ 5 ບ້ານດັ່ງກ່າວ ກໍຍ້ອນວ່າ ເປັນເຂດທີ່ຢູ່ໃນພື້ນທີ່ ສ່ວນໃຫຍ່ ປະຊາຊົນທໍາການຜລິດ ແລະ ພົບຣະເບີດທີ່ຍັງບໍ່ທັນແຕກຫລາຍ ແລະ ມີຄວາມສ່ຽງຕໍ່ອັນຕະລາຍຢູ່:

“ລູກຣະເບີດທີ່ຕົກຄ້າງ ໃນຈຸດນັ້ນມັນຫລາຍເປັນອັນດັບສ່ຽງ ທໍາການຜະລິດໃຫ້ພໍ່ແມ່ ປະຊາຊົນ ແລະ ທີ່ຢູ່ອາສັຍເດັກນ້ອຍຫັ້ນ, ຈາກຫັ້ນ ກະມີແຕ່ມັນບໍ່ຫລາຍ ຈຸດຫັ້ນມັນຫລາຍໃນ 5 ໝູ່ບ້ານ.”   

ແລະ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ເມືອງຍົມມະລາດ ຜູ້ຂໍສງວນຊື່ ແລະຕໍາແໜ່ງ ອີກທ່ານນຶ່ງ ກໍເວົ້າວ່າ ກ່ອນເຈົ້າໜ້າທີ່ ເກັບກູ້ຣະເບີດທີ່ຍັງ ບໍ່ທັນແຕກ ຈະມາປະຕິບັດງານ ກໍໄດ້ສົມທົບ ກັບທາງເມືອງ, ເຈົ້າໜ້າທີ່ ບ້ານ, ເຈົ້າໜ້າທີ່ ສວັດດິການ ແລະແຮງງານ ເພື່ອແຈ້ງໃຫ້ຊາບ:

“ເຂົາຈະແຈ້ງເຂົ້າບ້ານໃດ ບ້ານໃດຫັ້ນນ່າ ມັນຈະມີພະນັກງານ ສວັດດິການ ແຮງງານເຂົ້າໄປ ຮ່ວມສັມທົບກັບການຈັດຕັ້ງບ້ານຫັ້ນ ເວລາ ເຂົາເຮັດໜ້າທີ່ ຈະເຂົ້າບ້ານຫັ້ນ ໃນໄລຍະຫັ້ນ ໄປເບິ່ງວ່າຈຸດໃດ ຈຸດໃດ ກໍກັບ ບໍ່ໄດ້ຮ່ວມຊົ່ວໂມງເຮັດວຽກນໍາເຂົາ.”

ຊາວບ້ານ ບ້ານຫາງການທ່ານນຶ່ງ ເວົ້າວ່າ ໃນເວລາເຂົ້າດົງເຂົ້າປ່າ ໄປຫາຂອງກິນ ບາງເທື່ອກໍພົບຣະເບີດ ທີ່ຍັງບໍ່ທັນແຕກຢູ່, ບໍ່ໄປແຕະ ຕ້ອງ ຢ້ານເກີດອັນຕະຣາຍ ແລະໄດ້ແຈ້ງໃຫ້ເຈົ້າໜ້າທີ່ ບ້ານຮູ້:

“ກະຢ້ານ ກະຢ້ານໂຕຣະເບີດຫັ້ນແຫລະ ໂຕທີ່ຍັງບໍ່ທັນໄດ້ແຕກ ສ່ວນມັນກະແຈກ ກະຈາຍລະເນາະ ມັນກະບໍ່ໄດ້ເປັນກຸ່ມເປັນກ້ອນດອກ ມັນຢູ່ຕາມບ່ອນ ທີ່ທໍາການຜລິດ ຫັ້ນແຫລະເນາະ ແລະກະຕາມໄຮ່ ຕາມນາເນາະ ກະຍັງທີ່ອັດຕຣາ ສ່ຽງຫລາຍ ໄທເຮົາຫັ້ນນ່າ.”

ຊາວບ້ານບ້ານຄໍາແຮ່ ທ່ານນຶ່ງກ່າວວ່າ ຢູ່ເຂດບ້ານນີ້ ກໍຍັງພົບຣະເບີດ ທີ່ຍັງບໍ່ທັນແຕກຫລາຍ ຢູ່ຕາມໄຮ່, ຊາວບ້ານຢ້ານ ແລະພາກັນ ຣະມັດຣະວັງ, ແຕ່ກໍມີເຈົ້າໜ້າທີ່ມາໃຫ້ຄວາມຮູ້ ກ່ຽວກັບອັນຕະຣາຍ ຂອງຣະເບີດ ທີ່ຍັງບໍ່ທັນແຕກນີ້:

“ຍັງມີຫລາຍຢູ່ ບຸກເບີກສວນບຸກເບີກນາ ກໍຍັງເຫັນຢູ່ ຢູ່ເທິງກະມີ ຢູ່ໃຕ້ດິນກະມີ ເຫັນເປັນໜ່ວຍກະມີ ກະຢາກໃຫ້ມັນໝົດແຫລ໋ວ, ເພື່ອ ຄວາມປອດພັຍ. ແຕ່ກີເຂົາກະບໍ່ຮູ້ ດຽວນີ້ເຂົາກະຮູ້ແລ້ວ ອັນຕະຣາຍ ຂອງມັນຫັ້ນ ກໍ໋ເພິ່ນກະມາໂຄສະນາຢູ່ ມາເຜີຍແຜ່ ໃຜກໍຣະວັງສະຕິ ກໍຄ່ອຍຂຸດຄ່ອຍຖາງ ໄປຫັ້ນແຫລະ.”

ແລະຊາວບ້ານຊຽງດາວ ທ່ານນຶ່ງກໍເວົ້າວ່າ ປັດຈຸບັນ ຣະເບີດທີ່ບໍ່ທັນແຕກ ຍັງບໍ່ໝົດ ໂດຍສະເພາະ ພື້ນທີ່ ທີ່ຍັງບໍ່ທັນໄດ້ສໍາຣວດ ແລະ ເກັບກູ້ ຍັງມີຄວາມສ່ຽງຢູ່, ຊາວບ້ານພາກັນຢ້ານ ເວລາໄປຫາ ເຄື່ອງປ່າຂອງດົງ ຫລືເວລາບຸກເບີກ ເນື້ອທີ່ໄຮ່ ແລະ ໄດ້ພາກັນຣະມັດ ຣະວັງເອົາ:

“ບາງເທື່ອເຂົາເຫັນກະມີນ່າ ຖຽງນາ ດິນຫັ້ນນ່າ ເຂົາກະຫາກຢ້ານຫັ້ນເນາະ ມັນສ່ຽງເດ໋ ເຂົາກໍມາປະກາດເດ໋ ຄັນໃຜເຫັນຣະເບີດ ໃຫ້ຣາຍ ງານນາຍບ້ານ ໄປຫາຢູ່ຫາກິນເນາະ ຕັດໄມ້ຕັດຕອກ ໄປໄຮ່ນາ ກໍຣະມັດຣະວັງຫັ້ນແຫລະ.”

ເພື່ອຂໍຮູ້ກ່ຽວກັບເຣື່ອງນີ້ຕື່ມ ວິທຍຸເອເຊັຍເສຣີ ໄດ້ຕິດຕໍ່ໄປຫາອົງການເກັບກູ້ຣະເບີດ ແຂວງຄໍາມ່ວນ ແຕ່ບໍ່ສາມາດຕິດຕໍ່ ກັບເຈົ້າໜ້າທີ່ ທີ່ກ່ຽວຂ້ອງໄດ້. ອີງຕາມການຣາຍງານ ຂ່າວ, ຫ້ອງການຄະນະ ກໍາມະການຄຸ້ມຄອງຣະເບີດແຫ່ງຊາດ ເພື່ອແກ້ໄຂບັນຫາຣະເບີດທີ່ຍັງ ບໍ່ທັນແຕກ ຊຶ່ງຕົກຄ້າງຢູ່ລາວ ໄດ້ສົມທົບກັບຫ້ອງການ ສະຫະປະຊາຊາດ ເພື່ອການພັທນາ ປະຈໍາລາວ ແລະ ສະຖານທູດ ສະຫະຣັຖ ອາເມຣິກາ ປະຈໍາລາວ ໄດ້ຈັດກອງປະຊູຸມ ຂຶ້ນໃນມື້ວັນທີ 18 ສິງຫາ ຜ່ານມາ ຊຶ່ງໃນນັ້ນໄດ້ ເວົ້າເຖິງ ການແກ້ໄຂບັນຫາ ຣະເບີດທີ່ຍັງ ບໍ່ທັນແຕກ ໃນໄລຍະ 6 ເດືອນ ຜ່ານມາ ໂຄງການເກັບກູ້ ຣະເບີດ ແຫ່ງຊາດລາວ ສາມາດເກັບກູ້ໄດ້ທັງໝົດ ໃນພື້ນທີ່ 966 ເຮັກຕາ. ໃນນັ້ນເປັນເນື້ອທີ່ດິນ ກະສິກໍາ 965 ເຮັກຕາ, ທໍາຣາຍຣະເບີດ ໄດ້ທັງໝົດ 13,400 ປາຍລູກ ແລະ ໄດ້ໂຄສະນາ ເຖິງຄວາມສ່ຽງ ແລະ ອັນຕຣາຍ ຈາກຣະເບີດ ນັ້ນໄດ້ 109 ບ້ານ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.