ໂຮງງານອົບໝາກເດືອຍ ແກ້ໄຂ ຄວັນ ຂີ້ໄງ່
2017.05.10
ເມື່ອບໍ່ດົນມານີ້ ໂຮງງານອົບແຫ້ງ ໝາກເດືອຍ ຢູ່ບ້ານ ຫ້ວຍແຊງຄຳ ເມືອງປາກແບງ ແຂວງອຸດົມໄຊ ແກ້ໄຂບັນຫາ ຄວັນ ແລະຂີ້ຝຸ່ນ ທີ່ລົບກວນ ປະຊາຊົນ ນັ້ນແລ້ວ ໂດຍການ ຕໍ່ທໍ່ລະບາຍຄວັນ ໃຫ້ສູງຂຶ້ນຕື່ມ ຕາມທີ່ຫ້ອງການ ຊັພຍາກອນທັມຊາດ ແລະສິ່ງແວດລ້ອມ ໄດ້ແນະນຳ ມາດົນແລ້ວ. ຕາມຄຳເວົ້າ ຂອງ ເຈົ້າໜ້າທີ່ ຫ້ອງການ ຊັພຍາກອນທັມຊາດ ແລະສິ່ງແວດລ້ອມ ເມືອງປາກແບງ ຕໍ່ RFA ໃນມື້ວັນທີ 9 ພຶສພາ ນີ້:
"ເພິ່ນເຮັດແລ້ວທໍ່ຄັວນ ໂຕວິຊາການ ບອກມື້ນັ້ນວ່າ ແມ່ນຂະເຈົ້າ ຈະຕ້ອງໄດ້ເສີມເຕີມ ຕໍ່ທໍ່ຄວັນ ໃຫ້ມັນຂຶ້ນສູງ ກວ່າເກົ່າຫັ້ນນະ ເພິ່ນ ແກ້ໄຂແລ້ວ ຄວັນທີ່ວ່າ ຂະເຈົ້າ ຈູດກາບ ໝາກເດືອຍຫັ້ນນະ."
ທ່ານກ່າວວ່າທຸກມື້ນີ້ ໂຮງງານອົບແຫ້ງໝາກເດືອຍ ໄດ້ງົດການຜລິດຊົ່ວຄາວ ຍ້ອນປະຊາຊົນ ບໍ່ຂາຍໝາກເດືອຍ ໃຫ້ໂຮງງານ ຕ້ອງໄດ້ ລໍຖ້າໄປອີກ ປະມານເດືອນ ສອງເດືອນ ຈຶ່ງຈະໄດ້ ຜລິດຕໍ່.
ເຈົ້າໜ້າທີ່ອຳນາດການປົກຄອງ ບ້ານຫ້ວຍແຊງຄຳ ເວົ້າເມື່ອວັນທີ 12 ເມສາ ຜ່ານມາວ່າ ໂຮງງານດັ່ງກ່າວ ຍັງປ່ອຍຄວັນ ແລະຂີ້ຝຸ່ນໃສ່ ປະຊາຊົນ ທີ່ຢູ່ອ້ອມຂ້າງ ໂຮງງານນັ້ນ:
"ສ່ວນຫລາຍມີແຕ່ຝຸ່ນລະອອງ ນະເຂົາໂມ ໂມບາດນີ້ ຊ່ວງນີ້ມັນແດດຮ້ອນແດ່ ມັນມີລົມແດ່ ຟ້າລົມພັດ ຝຸ່ນລະອອງແດ່ນະ ຄວັນເຂົາຈູດ ກາບໝາກເດືອຍແດ່".
ໂຮງງານອົບໝາກເດືອຍແຫ້ງ ແຫ່ງນີ້ ສ້າງຜົລກະທົບ ຕໍ່ປະຊາຊົນ ມາຕັ້ງແຕ່ປີ 2015 ຊຶ່ງມີທັງປ່ອຍ ກາບໝາກເດືອຍ ລົງໃສ່ຫ້ວຍຮ່ອງ, ປ່ອຍຄວັນ ແລະຂີ້ຝຸ່ນ, ເຮັດໃຫ້ ປະຊາຊົນ ຈົ່ມວ່າມາ ໂດຍຕລອດ.
ເຈົ້າໜ້າທີ່ຫ້ອງການ ອຸດສາຫະກັມ ແລະການຄ້າ ເມືອງປາກແບງ ເວົ້າວ່າ ທາງການ ຈຳເປັນຕ້ອງໃຫ້ ໂຮງງານນີ້ ມີຢູ່ຕໍ່ໄປ ບໍ່ດັ່ງນັ້ນ ຊາວກະສິກອນ ທີ່ປູກໝາກເດືອຍ ກໍຈະບໍ່ມີ ບ່ອນຂາຍ ຜົລຜລິດ ຂອງພວກເຂົາເຈົ້າ.