ຕົ້ງ ວັນນະເລດ ຣະດົມ ທຶນ ຊ່ອຍເຫຼືອ
ມະນີຈັນ
2018.07.30
2018.07.30

ນັບຕັ້ງແຕ່ ເກີດເຫດ ເຂື່ອນເຊປຽນ-ເຊນໍ້ານ້ອຍ ຢູ່ ເມືອງປາກຊ່ອງ ແຂວງຈໍາປາສັກ ແຕກ ເມື່ອວັນທີ 23 ກໍຣະກະດາ ເຮັດໃຫ້ເກີດ ນໍ້າຖ້ວມບ້ານເຮືອນ ແລະ ທຸກສິ່ງທຸກຢ່າງ ເສັຽຫາຍ ຢ່າງໜັກໜ່ວງ, ປະຊາຊົນ ເມືອງສນາມໄຊ ແຂວງ ອັດຕະປື ທີ່ຢູ່ໃຕ້ ເຂື່ອນລົງມາ ໄດ້ຮັບຄວາມເດືອດຮ້ອນ ຫລາຍທີ່ສຸດ ເຖິງຈະມີ ການຊ່ວຍເຫລືອ ຈາກທັງຊາວລາວ ທັງທີ່ຢູ່ພາຍໃນ ແລະ ນອກປະເທດ ຕລອດເຖິງ ປະເທດຕ່າງໆ ເຮັດໃຫ້ຜູ້ເຄາະຮ້າຍ ມີກໍາລັງໃຈຂຶ້ນມາແດ່. ຕາມຄໍາເວົ້າຂອງ ຕົ້ງ ວັນນະເລດ ຊຶ່ງເປັນຜູ້ນຶ່ງ ທີ່ໄດ້ຣະດົມ ການຊ່ວຍເຫລືອ ແລະນໍາໄປມອບໃຫ້ຊາວບ້ານທີ່ຖືກ ຜົລກະທົບນັ້ນ.