ນັກຮຽນບາດເຈັບຍັງໄປຮຽນ ບໍ່ໄດ້
2016.10.04
ບັນດານັກຮຽນ ຜູ້ທີ່ໄດ້ ຮັບບາດເຈັບ ຫຼາຍຄົນ ຈາກເຫດການ ຂົວຂາດ ທີ່ ເມືອງວຽງຄຳ ແຂວງ ຫຼວງພຣະບາງ ນັ້ນ ປັດຈຸບັນ ຍັງໄປ ໂຮງຮຽນ ໄດ້ເທື່ອ ບາງຄົນ ຍັງຕ້ອງຢູ່ ໂຮງຫມໍ ມີ ບາງສວ່ນ ທີ່ບາດເຈັບ ເລັກນ້ອຍ ກໍໄດ້ສົ່ງກັບ ເມືອບ້ານແລ້ວ. ດັ່ງ ເຈົ້າຫນ້າທີ່ ສາທາຣະນະສຸກ ທ້ອງຖິ່ນ ທ່ານນຶ່ງ ກ່າວຕໍ່ ເອເຊັຽ ເສຣີ ໃນວັນທີ 3 ຕຸລາ ນີ້ວ່າ:
"ນັກຮຽນຍາມນີ້ ກໍດີຂຶ້ນຫຼາຍ ແລ້ວເນາະ ຈຳນວນ ກໍໄດ້ກັບບ້ານ ມື້ວານນີ້ ແຕ່ ຄົນເຈັບຫນັກ ທີ່ຍັງເຄື່ອນ ບໍ່ໄດ້ ຍັງປີ່ນປົວ ຢູ່ 4 ຄົນ".
ທ່ານກ່າວຕື່ມວ່າ ນັກຮຽນ ທີ່ເຈັບທັງ ສີ່ຄົນນີ້ ຍັງບອກໄດ້ວ່າ ຈະໄດ້ອອກ ໂຮງຫມໍ ເມື່ອໃດ ຕ້ອງໄດ້ກວດ ເບິ່ງອາການ ພວກຂະເຈົ້າ ໃຫ້ຣະອຽດ ອີກເທື່ອນຶ່ງ ຮ່ວມທັງ ກຸ່ມນັກຮຽນ ທີ່ຖືກໃຫ້ ກັບບ້ານ ກໍຈະໃຫ້ ກັບມາກວດ ຄືກັນ. ທ່ານວ່າ ຫລັງຈາກ ຂົວຂາດ ປະຊາຊົນ ແລະ ນັກຮຽນ ກໍຕ້ອງໄດ້ ອາສັຍເຮືອ ຂ້າມນ້ຳໄປ ໂຮງຮຽນ:
"ກໍຂ້າມໄປບໍ່ໄດ້ ເພາະວ່າເຮົາມີ ຂົວນ້ອຍ ຢູ່ທ່າລຸ່ມ ເຂົາຂ້າມເຮືອໄປ ສ່ວນນຶ່ງ ສ່ວນນຶ່ງ ກໍບໍ່ໄດ້ໄປ ເຂົາຈະຂ້າມ ເຮືອເນາະ ເຂົາກໍມີເຮືອ ຂ້າມໄປ".
ສລຸບຈຳນວນນັກຮຽນ ຜູ້ທີ່ໄດ້ຮັບ ບາດເຈັບ ແລະ ເສັຽຊີວິດ ຈາກ ຂົວຂາດນັ້ນ ມີຜູ້ໄດ້ຮັບ ບາດເຈັບ 57 ຄົນ ເສັຽຊີວິດ 2 ຄົນ ທັງໝົດ ເປັນນັກຮຽນ ຢູ່ໂຮງຮຽນ ມັທຍົມ ສົມບູນ ເມືອງ ວຽງຄຳ ແຂວງ ຫຼວງພຣະບາງ.