ສວນກ້້ວຍຈີນຍັງໃຊ້ປຸຍ ຕ້ອງຫ້າມ

ຈໍາປາທອງ
2015.08.31
F-banana ຄົນງານ ໃນ ສວນປູກກ້ວຍ ຂອງຈີນ
RFA-NY

ປັດຈຸບັນ ບໍຣິສັດ ລົງທຶນ ປູກກ້ວຍ ຂອງຈີນ ຈຳນວນ ນຶ່ງ ຢູ່ ແຂວງ ຜົ້ງສາລີ, ຮວມທັງ ໃນ ໂຄງການ ປູກກ້ວຍ ເປັນພືດ ທົດແທນ ການ ປູກຝິ່ນ ຢູ່ ເມືອງຕ່າງໆ, ບໍ່ໃຫ້ຄວາມ ຮ່ວມມື ກັບ ທາງການ ແຂວງ ໃນການ ຮັກສາ ສິ່ງແວດລ້ອມ ເທົ່າທີ່ຄວນ, ຍັງໃຊ້ ຢາຂ້າ ຫຍ້າ ແລະ ສານພິດ ເຄມີ ທີ່ເປັນ ອັນຕະລາຍ ຮ້າຍແຮງ ຢູ່, ເຖິງ ແມ່ນວ່າ ທາງ ເຈົ້າໜ້າທີ່ ກ່ຽວຂ້ອງ ຈະ ພຍາຍາມ ແນະນຳ ໃຫ້ ເຊົາໃຊ້ ສານພິດ ນັ້ນກໍຕາມ. ດັ່ງ ເຈົ້າໜ້າທີ່ ຜແນກ ຊັພຍາກອນ ທັມມະຊາດ ແລະ ສິ່ງແວດລ້ອມ ຂອງ ແຂວງ ກ່າວວ່າ:

"ບາງ ບໍຣິສັດ ຂະເຈົ້າ ກໍຍັງ ບໍ່ທັນໃຫ້ ການຮ່ວມມື ດີ ເທົ່າທີ່ຄວນ, ໃນ ຜແນກ ຂອງເຮົາ ຈະໄດ້ເອີ້ນ ມາແນະນຳ ເນາະ, ໄດ້ເອີ້ນມາ ສຶກສາ ອົບຮົມ ຊິ ເປັນແຈ້ງການ ໃຫ້ເຊີນ ບໍຣິສັດ ເຂົາເຈົ້າ ເຂົ້າມາ ໄດ້ເນັ້ນ ບັນຫາ ໜັກ ກະແມ່ນ ໃນການ ປູກກ້ວຍ ນີ້ ການໃຊ້ ສານເຄມີ ເນາະ, ມີໂຄງການ ປູກພືດ ແທນ ການປູກ ຝິ່ນ ແດ່".

ທ່ານກ່າວ ຕໍ່ໄປວ່າ ໃນ ຣະຍະ ຜ່ານມາ ການໃຊ້ ສານພິດ ເຄມີ ຢູ່ ສວນກ້ວຍ ຂອງ ຊາວຈີນ, ໄດ້ສົ່ງ ຜົລກະທົບ ຕໍ່ ສິ່ງ ແວດລ້ອມ, ແລະ ຕໍ່ ປະຊາຊົນ ແບບ ເຫັນໄດ້ ຢ່າງ ຈະແຈ້ງ, ຢູ່ ເມືອງ ສຳພັນ, ຊຶ່ງ ສານພິດ ໄດ້ໄຫລລົງ ນ້ຳຫ້ວຍ, ເຮັດໃຫ້ ປະຊາຊົນ ທີ່ ໃຊ້ນ້ຳນັ້ນ ເປັນຕຸ່ມ ຕາມ ຮ່າງກາຍ, ຈົນເຖິງຂັ້ນ ໄດ້ໄປ ປິ່ນປົວຢູ່ ໂຮງໝໍ, ແລະ ເຮັດໃຫ້ ສິ່ງ ແວດລ້ອມ ເປັນພິດ ທີ່ ຍັງບໍ່ທັນ ໄດ້ ຮັບການ ຟື້ນຟູ.

ທ່ານ ວ່າ ມາເຖິງ ປັດຈຸບັນ, ເຖິງ ແມ່ນວ່າ ທາງ ເຈົ້າໜ້າທີ່ ຈະ ໂຄສະນາ ໃຫ້ ຊາວຈີນ ເຊົາໃຊ້ ສານພິດ ເຄມີ ນັ້ນແລ້ວ ກໍຕາມ ແຕ່ ພວກ ຊາວຈີນ ກໍຍັງ ບໍ່ເຊົາໃຊ້ ເຮັດໃຫ້ ບັນຫານີ້ ບໍ່ໄດ້ ຮັບການ ແກ້ໄຂ. ນອກຈາກ ບັນຫາ ທີ່ວ່ານີ້ ແລ້ວ, ທ່ານ ຍັງເວົ້າເຖິງ ບັນຫາ ທີ່ ໜ້າເປັນຫ່ວງ ອີກວ່າ, ຊາວຈີນ ທີ່ ເປັນເຈົ້າຂອງ ສວນກ້ວຍ ບໍ່ໄດ້ ແນະນຳ ວິທີການ ຣະມັດ ຣະວັງ ພິດພັຍ ໃຫ້ ຄົນງານ ລາວ ທີ່ ໄປ ຮັບຈ້າງ ສີດ ສານເຄມີ ທີ່ວ່ານັ້ນ ໃຫ້ຮູ້ ຈັກວິທີ ປ້ອງກັນ ຕົວເອງ ຈາກ ສານພິດ ນັ້ນ.

ກ້ວຍ ທີ່ປູກ ຢູ່ແຂວງ ຜົ້ງສາລີ ນີ້ ສ່ວນໃຫຍ່ ແມ່ນ ຖືກສົ່ງໄປ ຂາຍ ຢູ່ ປະເທດຈີນ, ໄດ້ ກຳໄລດີ ແຕ່ບໍ່ ຮັບ ຜິດຊອບ ເຣຶ່ອງ ພັຍ ອັນຕະລາຍ ຕໍ່ ສິ່ງ ແວດລ້ອມ ແລະ ຕໍ່ ປະຊາຊົນ ລາວ ໃນ ຂົງເຂດ ນັ້ນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.