ຈີນ ປ່ອຍນໍ້າຈາກເຂື່ອນ ກະທົບ ຂ.ບໍ່ແກ້ວ
2019.06.27
ປະຊາຊົນ 200 ປາຍ ຄອບຄົວ ໃນ 5 ບ້ານ ທີ່ຢູ່ແຄມນໍ້າຂອງ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ໄດ້ຮັບຜົນກະທົບ ຈາກການປ່ອຍນໍ້າ ຂອງເຂື່ອນຈີນ ທີ່ເລີ້ມປ່ອຍນໍ້າ ໃນເດືອນເມສາ ຫາ ພຶສພາ 2019 ນີ້ ຍ້ອນວ່າ ການປ່ອຍນໍ້ານັ້ນ ສົ່ງຜົນໃຫ້ຣະດັບນໍ້າຂອງ ສູງຂຶ້ນ ເຮັດໃຫ້ການຫາປາ ແລະໄຄຫິນ ພືດທີ່ສ້າງຣາຍໄດ້ໃຫ້ປະຊາຊົນເຂດນັ້ນ ໄດ້ຮັບຜົນກະທົບ, ດັ່ງເຈົ້າໜ້າທີ່ ເຂດທີ່ໄດ້ຮັບຜົນກະທົບ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 27 ມິຖຸນານີ້ວ່າ:
“ນໍ້າຂຶ້ນນິ່ ກໍສູຸງພໍສົມຄວນເນາະ ນໍ້າໂຂງນິ່ ກໍລະດູແລ້ງມັນປ່ອຍນໍ້າຕລອດນີ້ ກໍກະທົບຫຼາຍແຫຼະ ກໍກະທົບໜັກເຣື້ອງໄຄນີ້ແຫຼະ ບໍ່ມີເລີຍ ໄຄນີ້ ປີນີ້ບໍ່ມີເລີຍ ລະດູໄຄອອກແລ້ວ ນໍ້າມັນກໍຫຼຸດນະ ນໍ້າມັນແຫ່ງບໍ່ເປັນ ທັມມະຊາດ ກະທົບຫຼາຍ ຕັ້ງແຕ່ເໜືອ ຕລອດໃຕ້ກໍຫຼາຍ 100 ຄອບຄົວຢູ່.”
ບ້ານທີ່ໄດ້ຮັບຜົນກະທົບນີ້ ມີບ້ານປາກງາວ, ບ້ານສີບຸນເຮືອງ, ບ້ານສີເມືອງງາມ, ບ້ານຫ້ວຍຕາບ ແລະບ້ານຄົກຫຼວງ ເມື່ອຮອດລະດູແລ້ງ ຂອງທຸກໆປີ ນໍ້າຂອງ ຈະເລີ້ມແຫ້ງ ຣະຫວ່າງ ເດືອນມີນາ ຫາ ເດືອນ ພຶສພາ ປະຊາຊົນ ຢູ່ເຂດດັ່ງກ່າວ ຈະພາກັນ ມາເກັບໄຄຫິນ ໄປຂາຍຢູ່ຝັ່ງໄທ ໄດ້ກິໂລລະ 700 – 800 ບາດ ຫຼືບາງຄັ້ງ ກໍມີພໍ່ຄ້າ-ແມ່ຄ້າ ຈາກຝັ່ງໄທ ຂ້າມມາຊື້ນໍາ ປະຊາຊົນຢູ່ລາວເລີຍ, ແຕ່ວ່າ ໃນວ່າຣະດູແລ້ງ ປີນີ້ ໄຄຫິນນັ້ນບໍ່ມີເລີຍ ເຮັດໃຫ້ປະຊາຊົນ ທີ່ເຄີຍມີຣາຍໄດ້ ຕ້ອງຂາດຣາຍໄດ້ ບໍ່ຄືປີຜ່ານໆມາ.
ກ່ຽວກັບເຣື້ອງຣະດັບນໍ້າຂອງຂຶ້ນນັ້ນ ເຄື່ອຂ່າຍຮັກຊຽງຂອງ ແຂວງຊຽງຣາຍ ຂອງໄທ ກໍກໍາລັງປະຊຸມກັນ ໃນວັນທີ 27 ມິຖຸນາ ນີ້ ກັບ ອົງການສາກົລ ດ້ານແມ່ນໍ້າຂອງຫຼາຍໆ ອົງການໃນໄທ ແລະຂະເຈົ້າກໍາລັງຕຽມເອກສານ ຮ່ວມກັບຊາວບ້ານຝັ່ງໄທ ເພື່ອ ໄປຣາຍງານໃນ ສະຖານທູດຈີນ ປະຈໍາປະເທດໄທ ພາຍຫຼັງທີ່ ໃນເດືອນເມສາ ຫາເດືອນພຶສພາຜ່ານມາ ຣະດັບນໍ້າຂອງສູງຂຶ້ນເຖິງ 3 ແມັດ, ຊຶ່ງນໍ້າຂຶ້ນ ທີ່ສຸດ ໃນຮອບ 38 ປີ ແລະມາດຽວນີ້ ເຖິງວ່າຣະດັບນໍ້າຂອງນັ້ນ ຈະຫຼຸດລົງແດ່ແລ້ວ ແຕ່ຍັງຖືວ່າ ຢູ່ໃນຣະດັບສູງຢູ່ ສາເຫດກໍຍ້ອນວ່າ ການປ່ອຍນໍ້າຈາກເຂື່ອນຂອງຈີນ ສົ່ງຜົນກະທົບຕໍ່ປະຊາຊົນເມືອງຊຽງແສນ, ເມືອງຊຽງຂອງ ແຂວງຊຽງຣາຍ ຂອງໄທ ແລະ ກະທົບຕໍ່ ປະຊາຊົນຝັ່ງລາວນໍາດ້ວຍ.