ເຄິ່ງປີຢູ່ນະຄອນຫຼວງ 110 ຄົນ ເສັຽຊີວິດ ຍ້ອນ ອຸບັດຕິເຫດ

ໄຊຍາ
2019.07.15
F-VT-Traffic ພາບຈາກທີ່ສູງ ຂອງ ການສັນຈອນໄປມາ ໃນນະຄອນຫຼວງວຽງຈັນ
RFA/PV

6 ເດືອນ ຕົ້ນປີ 2019 ອຸບັດຕິເຫດຕາມທ້ອງຖນົນ ໃນນະຄອນຫຼວງວຽງຈັນ ເກີດຂື້ນທັງໝົດ 500 ກໍຣະນີ ເຮັດໃຫ້ມີຜູ້ເສັຽຊີວິດເຖິງ 110 ຄົນ ສາເຫດຫຼັກໆ ທີ່ພາໃຫ້ເກີດ ອຸບັດຕິເຫດ ເຈົ້າໜ້າທີ່ຕຳຣວດຈະຣາຈອນ ນະຄອນຫຼວງໄດ້ກ່າວຕໍ່ RFA ເມື່ອວັນທີ 5 ກໍຣະກະດາ ວ່າ ແມ່ນມາຈາກການຣະເມີດ ກົດຈະຣາຈອນ.

"ແຕ່ວ່າສ່ວນຫຼັກກໍເວົ້າເຣື່ອງກົດຈະຣາຈອນ ຕົວຢ່າງວ່າຣະເມີດກົດ ກໍຄືເວົ້າເຣື່ອງເຕັກນິກ ເວົ້າເຣື່ອງລ້ຽວຊ້າຍລ້ຽວຂວາ ປ່ຽນທິດທາງເດີນ ອ້ຽວຕັດໜ້າກັນ ອັນນີ້ກໍ່ແມ່ນຣະເມີດກົດຈະຣາຈອນ ໝົດ."

ເຈົ້າໜ້າທີ່ເປີດເຜີຍຕື່ມວ່າ ສະພາບການສັນຈອນ ໃນນະຄອນຫຼວງວຽງຈັນ ຍັງມີຄວາມແອອັດຕາມເສັ້ນທາງ 3 ແຍກ, 4 ແຍກ ສະພາບ ຖນົນຫົນທາງ ບໍ່ສາມາດຮອງຮັບການສັນຈອນທີ່ເພີ່ມຂຶ້ນ ນອກຈາກນັ້ນຖນົນຫຼາຍສາຍ ກໍເປ່ເພ ຂາດແສງສວ່າງ ຈຶ່ງພາໃຫ້ເກີດອຸບັດຕິເຫດ ໄດ້ງ່າຍ.

ອີງຕາມບົດສະຫຼຸບຂອງກົມຕຳຣວດຈະຣາຈອນ ກົມໃຫຍ່ຕຳຣວດ ກະຊວງປ້ອງກັນຄວາມສະຫງົບ ຣາຍງານເມື່ອ ວັນທີ 9 ກໍຣະກະດາ ວ່າ 6 ເດືອນ ຕົ້ນປີ 2019 ທົ່ວປະເທດ ມີຄົນເສັຽຊີວິດ ຈາກອຸບັດຕິເຫດ 612 ຄົນ ຮວມເກີດອຸບັດຕິເຫດ ທັງໝົດ  3,554 ຄັ້ງ. ໃນນິ້ ພາກເໜືອ ມີຜູ້ເສັຽຊິວິດຫຼາຍກ່ວາໝູ່.

ໂດຍໃນນັ້ນນະຄອນຫຼວງວຽງຈັນ ເສັຽຊີວິດ 110 ຄົນ ສ່ວນພາກກາງ ມີແຂວງບໍລິຄຳໄຊ, ໄຊສົບູນ, ແຂວງສະຫວັນນະເຂດ ແລະ ຄຳມ່ວນ ມີຜູ້ເສັຽຊີວິດ 117 ຄົນ. ສ່ວນພາກເໜືອ ເຣີ້ມຈາກແຂວງວຽງຈັນ, ແຂວງໄຊຍະບູລີ, ແຂວງຫຼວງພຣະບາງ, ແຂວງບໍ່ແກ້ວ, ແຂວງອຸດົມໄຊ, ແຂວງຫຼວງນໍ້າທາ, ແຂວງຜົງສາລີ, ແຂວງຊຽງຂວາງ ແລະ ແຂວງຫົວພັນ ເສັຽຊີວິດ 259 ຄົນ ແລະພາກໃຕ້ ແຂວງສາລະວັນ, ແຂວງຈຳປາສັກ, ແຂວງເຊກອງ ແລະ ແຂວງອັດຕະປື ມີຜູ້ເສັຽຊີວິດ 118 ຄົນ.

ສາເຫດຫຼັກທີ່ພາໃຫ້ເກີດອຸບັດຕິເຫດ ຕາມການຣາຍງານຍັງຄົງເປັນບັນຫາເມົາແລ້ວຂັບ, ຂີ່ຣົດໄວ, ປະໝາດຂາດສະຕິ. ຖ້າທຽບໃສ່ປີ 2018 ນັ້ນ ບັນຫາການດື່ມສີ່ງມືນເມົາ ຍັງເປັນສາເຫດຫຼັກ ທີ່ພາໃຫ້ເກີດອຸບັດຕິເຫດເຖີງ 80% ແລະ ອີກ 20% ແມ່ນຂັບຣົດໄວ. ປີຜ່ານມາ ສະຫຼຸບທົ່ວປະເທດ ເກີດອຸບັດຕິເຫດ 5,700 ກໍຣະນີ ມີຄົນເສັຽຊີວິດ 987 ຄົນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.