ຂ.ຫົວພັນຈະຮັກສາທີ່ດິນໄວ້ ໃຫ້ ປະຊາຊົນ

ທັມມະຊາດ ແຂວງ ຫົວພັນ
ທັມມະຊາດ ແຂວງ ຫົວພັນ (Wikipedia)

0:00 / 0:00

ທາງການ ແຂວງ ຫົວພັນ ຂອງ ລາວ ເວົ້າວ່າ ຈະ ບໍ່ໃຫ້ ປະຊາຊົນ ເສັຽ ທີ່ດິນ ຊຶ່ງເປັນ ເນື້ອທີ່ ການຜລິດ ແກ່ ໂຄງການ ສັມປະທານ ຕ່າງໆ ຂອງ ນັກລົງທຶນ ເພື່ອ ບໍ່ໃຫ້ ປະຊາຊົນ ໄດ້ຮັບ ຜົລ ກະທົບ ໃນ ເຣຶ່ອງນີ້ ອີກ ຕໍ່ໄປ ແລະ ແຕ່ໃດມາ ກໍ ເປັນເຣຶ່ອງ ທີ່ ປະຊາຊົນ ກັງວົນ ຢູ່ຕລອດ. ຕາມ ຄຳເວົ້າ ຂອງ ເຈົ້າໜ້າທີ່ ກ່ຽວຂ້ອງ ທ່ານນຶ່ງ:

"ຄັນເປັນ ດິນ ຂອງ ປະຊາຊົນ ດິນໄຮ່ ດິນສວນ ດິນນາ ພວກເພິ່ນ ເຮົາກະ ບໍ່ໄປເຮັດ ແລ້ວ ມັນ ບໍ່ແມ່ນວ່າ ເຮົາຈະໄປ ບຸກລຸກ ເປັນດິນ ຂອງ ປະຊາຊົນ ຢາກໃຫ້ ເຂົາມາ ມາແລ້ວ ປະຊາຊົນ ເຮົາ ບໍ່ມີບ່ອນ ທຳການ ຜລິດ ກໍບໍ່ໄດ້ ແຫລະ".

ທ່ານກ່າວ ຕໍ່ໄປວ່າ ແຕ່ນີ້ໄປ ຫາກ ນັກລົງທຶນ ຜູ້ໃດ ຈະເຂົ້າມາ ຂໍ ສຳຣວດ ເນື້ອທີ່ ເພື່ອ ລົງທຶນ ສ້າງ ໂຄງການ ຕ່າງໆ ຈະຕ້ອງ ໄດ້ ຜ່ານ ການ ເຊັນ ອະນຸມັດ ຈາກ ເຈົ້າໜ້າທີ່ ວິຊາການ ກ່ຽວຂ້ອງ ກ່ອນ ເພື່ອ ຮັບປະກັນ ວ່າ ຂະເຈົ້າ ຈະບໍ່ ສຳຣວດ ກວມ ເອົາດິນ ຂອງ ປະຊາຊົນ.

ຕາມການ ຊີ້ນຳ ຂອງ ຂັ້ນ ແຂວງ ແມ່ນຢາກ ໃຫ້ ນັກ ທຸຣະກິດ ລົງທຶນ ສ້າງ ໂຄງການ ຕ່າງໆ ຢູ່ ໃນດິນ ຂອງ ຣັຖ ຊຶ່ງ ຍັງເຫລືອ ບ່ອນ ເປົ່າຫວ່າງ ຢູ່ ຫລາຍ. ໂຄງການ ລ້າສຸດ ໃນ ແຂວງ ຫົວພັນ ທີ່ ກວມເອົາ ດິນ ຂອງ ປະຊາຊົນ ກໍແມ່ນ ໂຄງການ ກໍ່ສ້າງ ສນາມບິນ ສາກົລ ໜອງຄ້າງ ຢູ່ ເມືອງ ຊຳເໜືອ ຊຶ່ງ ຊາວບ້ານ 137 ຄອບຄົວ ຈະຕ້ອງ ຖືກ ໂຍກຍ້າຍ ອອກໄປ ພາຍໃນ ປີນີ້.

ມີຣາຍງານ ຈາກ ເຈົ້າໜ້າທີ່ ວ່າ ໃນນັ້ນ ມີຫລາຍ ຄອບຄົວ ບໍ່ຢາກ ເວົ້າ ເຣື່ອງ ຄ່າ ຊົດເຊີຍ ເພາະ ຕ້ອງການ ທີ່ຈະຢູ່ ທຳກິນ ໃນ ບ່ອນເກົ່າ ຍ້ອນ ຢ້ານວ່າ ຫາກ ຖືກຍ້າຍໄປ ຢູ່ ບ່ອນ ຈັດສັນ ໃຫ້ ອາຈມີ ຄວາມ ຫຍຸ້ງຍາກ ຫລາຍ ຂຶ້ນ. ໃນ ຄວາມ ເປັນຈິງ ແລ້ວ ເຈົ້າໜ້າທີ່ ລາວ ວ່າ ປະຊາຊົນ ລາວ ໃນ ຫລາຍ ແຂວງ ຍັງ ມີຄວາມ ສ່ຽງຕໍ່ ການທີ່ ຈະສູນເສັຽ ທີ່ດິນ ໃຫ້ ໂຄງການ ພັທນາ ໂດຍສະເພາະ ຂອງ ເອກຊົນ ຍ້ອນ ຍັງມີ ແນວໂນ້ມ ສູງ ທີ່ ໂຄງການ ຕ່າງໆ ນັ້ນ ຈະ ກວມ ເອົາ ທີ່ດິນ ຂອງ ປະຊາຊົນ ຢູ່ ຕໍ່ໄປ.