ການຮ່ອນຄຳ ຢູ່ຕາມນໍ້າມາ
2013.05.31
ແຂວງຫົວພັນ ຍັງມີການ ດູດຊາຍ ແລະ ຮ່ອນຄຳ ຢູ່ຕາມນ້ຳມາ ນັ້ນຢູ່ ເຖິງວ່າ ທາງການໄດ້ ປະກາດ ຫ້າມ ໄປແລ້ວ ກໍຕາມ. ດັ່ງ ເຈົ້າໜ້າທີ່ ແຂວງຫົວພັນ ທ່ານນຶ່ງ ເວົ້າວ່າ:
“ຕອນນຶ່ງຫັ່ນ ມີຫລາຍ ຕອນນີ້ ຕົກລົງວ່າ ໃຫ້ຢຸດເຊົາ ແຕ່ວ່າ ຈຳນວນນຶ່ງ ເຂົາກໍຍັງ ເຮັດຢູ່ ກໍສິວ່າ ລັກ ກໍບໍ່ແມ່ນ ເພາະວ່າຍັງ ຂໍ້ ໂຕອັນເກົ່າຫັ່ນ ເຂົາຍັງບໍ່ເຮັດ ບໍ່ທັນສຳເຣັດ ອັນເກົ່າຫັ່ນ ເຂົາເລີຍ ເຮັດຊ້ຳ ຍັງບໍ່ຮູ້ວ່າ ມັນຈະເຮັດ ໄດ້ຍາວ ແນວໃດ.”
ການດູດຊາຍ ອອກຈາກ ແມ່ນ້ຳມາ ທຳຣາຍ ສິ່ງແວດລ້ອມ ເຮັດໃຫ້ຕາຝັ່ງ ເຈື່ອນ ເພພັງ; ສ່ວນການ ຮ່ອນຄຳ ໃຊ້ ສານເຄມີ ຫລາຍຢ່າງ ເຮັດໃຫ້ນ້ຳ ເປິເປື້ອນ ເປັນ ອັນຕະຣາຍ ຕໍ່ຄົນ ຕໍ່ສັດ ແລະປາ. ປັດຈຸບັນ ຢູ່ ແຂວງຫົວພັນ ກຳລັງ ມີການກໍ່ສ້າງ ຫລາຍຢ່າງ; ການກໍ່ສ້າງໃຫຍ່ ທີ່ຕ້ອງການ ດິນຊາຍຫລາຍ ເປັນພິເສດ ກໍແມ່ນ ການສ້າງ ສນາມບິນ ນານາຊາດ ຢູ່ເມືອງ ຊຳເໜືອ ຊຶ່ງບໍຣິສັດ ຫົງອັນເຈັ່ຍລາຍ ຂອງ ວຽດນາມ ເປັນຜູ້ຮັບເໝົາ ກໍ່ສ້າງ.
ການພັທນາ ຫລາຍຢ່າງ ຢູ່ລາວ ທຳຣາຍ ສິ່ງແວດລ້ອມ ຫລາຍ ເປັນຕົ້ນ ການດູດຊາຍ ການສ້າງ ເຂື້່ອນໄຟຟ້າ ການປູກ ຢາງພາຣາ ແລະ ການຂຸດຄົ້ນ ບໍ່ແຮ່. ປະເທດລາວ ເລີ້ມພັທນາ ໃນຂແນງການ ເຫລົ່ານີ້ ມາບໍ່ດົນ ພໍເທົ່າໃດ ຊັພຍາກອນ ທັມມະຊາດ ເກືອບທຸກຢ່າງ ກໍດັບສູນໄປ ແລ້ວ ເຊັ່ນປ່າໄມ້ ຕົ້ນໄມ້ ແລະສັດປ່າ. ດິນຟ້າອາກາດ ກໍປ່ຽນແປງ ຍາມແລ້ງ ກໍແລ້ງ ເກີນໄປ ຍາມຝົນ ຝົນກໍຕົກ ໜັກເກີນໄປ ພາໃຫ້ ນ້ຳຖ້ວມ.