ດິນຕົມໄຫຼເຂົ້າໄຮ່ນາ ຊາວບ້ານ

ເສົ້ນທາງ ບ້ານເມືອງຢອງ, ບ້ານເມືອງແວ່ນ, ບ້ານເຕື້ອມ, ບ້ານນາກາວ ເມືອງຊຳເໜືອ ແຂວງຫົວພັນ
ເສົ້ນທາງ ບ້ານເມືອງຢອງ, ບ້ານເມືອງແວ່ນ, ບ້ານເຕື້ອມ, ບ້ານນາກາວ ເມືອງຊຳເໜືອ ແຂວງຫົວພັນ (Screen captured tourist Houaphanh video)

0:00 / 0:00

ປັດຈຸບັນ ໄຮ່ນາ ປະຊາຊົນ ບ້ານຫ້ວຍຄົງ ເມືອງຊຳເໜືອ ແຂວງຫົວພັນ ໄດ້ຮັບຜົລກະທົບ ຈາກດິນທາງ ຂອງບໍຣິສັດ ທີ່ສ້າງໂຮງໄຟຟ້າ ຖ່ານຫິນ ຂອງຈີນ ເປັນຕົ້ນ ໃນລະດູຝົນ ດິນທາງ ເຂົ້າໄປເຂດ ສຳຣວດບໍ່ຖ່ານຫິນ ນັ້ນໄຫລລົງໃສ່ນາ ເວລາຝົນຕົກ ເຮັດໃຫ້ເຂົ້າໃນນາ ບໍ່ງາມ ແລະເສັຍຫາຍ ໄປຫລາຍ. ດັ່ງປະຊາຊົນ ໃນບ້ານນັ້ນເວົ້າວ່າ:

"ຜົລກະທົບນີ້ມັນກະທົບ ຈາກບ່ອນທີ່ເຂົ້າໄປເຮັດ ເສັ້ນທາງ ໄປສຳຣວດເຈາະອັນນະ ມັນມີດິນນໍ ດິນເຂົາເຮັດທາງ ຝົນກໍໃສ່ຂີ້ດິນ ມັນລະ ລາຍຕົກໃສ່ນາ ຂະເຈົ້າ ເຮັດໃຫ້ນາ ຂະເຈົ້າມັນ ບໍ່ງານອັນນະ".

ທ່ານເວົ້າວ່າ ຂະນະນີ້ ນາປະຊາຊົນຫລາຍກວ່າ 40 ຄອບຄົວເສັຍຫາຍບາງສ່ວນ, ເຂົ້າບໍ່ງາມ. ທີ່ຜ່ານມາ ທາງບໍຣິສັດຈີນ ກໍເວົ້າກັບ ປະຊາຊົນວ່າ ຈະຈ່າຍຄ່າຊົດເຊີຍໃຫ້ ໃນສ່ວນທີ່ນາ ເສັຍຫາຍ ແລະທາງອຳນາດ ການປົກຄອງບ້ານ ກໍໄດ້ຂຽນໜັງສື ສເນີໃຫ້ບໍຣິສັດ ມາກວດກາເບິ່ງ ຄວາມເສັຍຫາຍ ນັ້ນແລ້ວ:

"ຕາມເພີ່ນເວົ້າເພີ່ນສິຊົດເຊີຍໃຫ້ ຕາມເພີ່ນວ່າອັນນະ ເພີ່ນເວົ້າຊ່ວງເດືອນເຈັດ ເດືອນແປດບໍ ຕອນນີ້ເຮົາກໍຂຽນ ບົດສເນີຂຶ້ນມາບອກໃຫ້ ເຂົາລົງໄປກວດກາ ກ່ຽວກັບວ່າພັຍ ທັມຊາດເນາະ ມັນຕື່ມໃສ່ດິນຂອງບໍ່ແຮ່ ໄຫຼລົງມາຖນົນ ອັນນັ້ນເຊາະນາ ເຊາະອັນນັ້ນເສັຍຫາຍໄປ ຫລາຍແລ້ວ".

ປັດຈຸບັນກຳລັງສ້າງ ບ່ອນພັກຄົນງານ ຢູ່ໃນບໍລິເວນເຂດ ໂຮງງານໄຟຟ້າ ແລະຄາດວ່າຈະສ້າງສຳເຣັດ ໃນເດືອນກັນຍານີ້. ໂຄງການໂຮງ ງານໄຟຟ້າຖ່ານຫິນ ຢູ່ເມືອງຊຳເໜືອ ນີ້ ເປັນຂອງ ບໍຣິສັດ ຊີຊີເອັຟ ຂອງຈີນ ທີ່ໄດ້ເຂົ້າມາສຳຣວດ ພື້ນທີ່ ຕັ້ງແຕ່ປີ 2012 ແລະຄາດວ່າ ໃນຕົ້ນປີ 2018 ທີ່ຈະມາເຖິງນີ້ ການກໍ່ສ້າງໂຮງງານ ກໍຈະສຳເຣັດ.