ຊາວນາ ເມືອງຫົງສາ ຍັງຕ້ອງການ ຄວາມຊ່ອຍເຫຼືອ ຈາກຣັຖ

ຊາວນເຂດພາກເໜືອ ກຳລັງເລັ່ງເຮັດນາ
ຊາວນເຂດພາກເໜືອ ກຳລັງເລັ່ງເຮັດນາ (ນັກຂ່າວ ພົລເມືອງ)

0:00 / 0:00

ໃນ​ປີ 2021 ທີ​ຜ່ານ​ມາ ຊາວ​ນາທີ່ເຮັດ​ນາ​ປີ ແລະ ເຂົ້າ​ໄຮ່ ຢູ່​ເມືອງ​ຫົງ​ສາ ແຂວງ​ໄຊ​ຍະ​ບູ​ລີ ໄດ້​ຮັບ​ຜົ​ລ​ກະ​ທົບຈາກ​ສັດ​ຕູ​ພືດ ແລະ ພັຍ​ທັມ​ຊາດ ເຮັດ​ໃຫ້​ນາ​ເຂົ້າເສັຽ​ຫາຍທັງ​ໝົດປະ​ມານ 100 ເຮັກ​ຕ້າ.

ມາ​ເຖິງ​ປັດ​ຈຸ​ບັນ ຊາວ​ນາ ຍັງ​ຕ້ອງ​ການ​ຄວາມ​ຊ່ວຍ​ເຫຼືອ ຄື ຕ້ອງ​ການ ໃຫ້​ພາກ​ສ່ວນ​ກ່ຽວ​ຂ້ອງ ຊອ​ກຫາ​ຢາເຄ​ມີ ເພື່ອ​ປ້ອງ​ກັນ​ສັດ​ຕູ​ພືດ ກ່ອນ​ທີ່​​ສັດ​ຕູ​ພືດຈະ​ບຸກ​ທັມ​ລາຍ​ເຂົ້າ​ນາ​ ແລະ ຕ້ອງ​ການ​ໃຫ້​ພາກ​ສ່ວນ​ທີ່​ກ່ຽວ​ຂ້ອງ ຊ່ວຍ​ເຫຼືອ​ຢາ​ເຄ​ມີ ປາບ​ສັດ​ຕູ​ພືດ​ແບບບໍ່​ເສັຍ​ຄ່າໃຫ້​ຊາວ​ນາ​.

ຊາວ​ນາ ຢູ່​ບ້ານ​ວຽງ​ແກ້ວ ເມືອງ​ຫົງ​ສາ ແຂວງ​ໄຊ​ຍະ​ບູ​ລີ ກ່າວ​ຕໍ່​ເອ​ເຊັຽ​ເສ​ຣີ ໃນ​ວັນ​ທີ 4 ມີ​ນາ ​ວ່າ:

" ມັນ ມີ ໂຕ ດ້ວງ ນ່າ ຢູ່ ໃນ ຂໍ້ ຂອງ ຕົ້ນ ເຂົ້າ ທີ່ ຕ້ອງ ການ ຊ່ວຍ ເຫຼືອ ກໍ ມີ ແຕ່ ເອົາ ຢາ ປາບ ສັດ ຕູ ພືດໃຫ້ ຮອດ ຍາມ ກໍ ເຮັດ ໃບ ເນີຫາ ເພິ່ນ ແຫຼະ ຄັນ ວ່າ ມັນ ເກີດ ຂຶ້ນ ເຮົາ ກໍ ເນີ ໄປ ຫາ ເພິ່ນ ລົງ ມາ ກວດ ມາ ກາ ."

ໃນຂະ​ນະ​ທີ່​ ຊາວ​ນາ ຢູ່​ບ້ານ​ແທ່ນ ເມືອງ​ຫົງ​ສາ ຕ້ອງ​ການ​ໃຫ້​ພາກ​ສ່ວນທີ່​ກ່ຽວ​ຂ້ອງ ທົດ​ແທນ​ແນວ​ພັນ ຫຼື ເຂົ້າ​ສານ ຫຼື ເຄື່ອງ​ຂອງ​ອື່ນໆ ແທນ​ຜົ​ລ​ເສັຽ​ຫາຍທີ່​ເສັຽ​ຫາຍໄປ​ຈາກ​ພັຍ​ທັມນ້ຳ​ຖ້ວມ ຢ່າງ​ທົ່ວ​ເຖິງ ບໍ່​ແມ່ນ ແຈກ​ແຕ່ ເຂົ້າ​ສານ 4-5 ໂລໃຫ້ແຕ່​ລະ ​ຄອບ​ຄົວທີ່​ໄດ້​ຮັບ​ຜົ​ລ​ກະ​ທົບ ເຊິ່ງ​ເນື້ອ​ທີ່​ນາ​ຢູ່​ບ້ານ​ແທ່ນ​ເອງ ເສັຽ​ຫາຍ​ 60-70 ເປີ​ເຊັນ ຂອງ​ເນື້ອ​ທີ່ນາ​ເຂົ້າ​.

ຊາວ​ບ້ານ​ແທ່ນ ເມືອງ​ຫົງ​ສາ ກ່າວ​ໃນ​ມື້​ດຽວ​ກັນ​ວ່າ:

" ເກັບ ກຳ ຂໍ ມູນ ວ່າ ຖືກ ເສັຽ ຫາຍ ເທົ່າ ໃດ ແຕ່ ວ່າ ການ ທົດ ແທນນີ້ ກໍ ໃຫ້ ມັນ ເຕັມ ແທ້ ກໍ ບໍ່ ເຕັມ ແຫຼະ ວ່າ ຈັ່ງ ຊີ້ ສາ ກໍ ໄດ້ ແຕ່ ລະ ປີ ຫັກ ບໍ່ ຫຼວງບໍ່ ຫຼາຍ ເຂົ້າ ຜູ້ ລະ 4-5 ໂລ 9 ໂລ 10 ໂລ ສົມ ມຸດ ວ່າ ."

ທ່ານ ກ່າວ​ຕື່ມ​ວ່າ ຢູ່​ບ້ານ​ແທ່ນ ເມືອງ​ຫົງ​ສາ ກໍ​ເກີດ​ນ້ຳ​ຖ້ວມນາ​ເຂົ້າ​ທຸກ​ປີ ສະ​ເລັ໋ຽ 10 ເຮັກ​ຕ້າ​ຕໍ່​ປີ, ໃນ​ປີ 2021 ກໍ​ມີ​ນ້ຳ​ປ່າ​ໄຫຼ​ຊຸ ໃນ​ຂະ​ນະ​ທີ່​ເຂົ້າ​ກຳ​ລັງ​ມານ ກໍ​ໄດ້​ຮັບ​ຄວາມ​ເສັຽ​ຫາຍ​ຈາກ​ນ້ຳ​ຖ້ວມ.

ສຳ​ລັບ​ຊາວ​ນາ ຢູ່ ບ້ານ​ສີ​ບຸນ​ເຮືອງ ເມືອງ​ຫົງ​ສາ ຕ້ອງ​ການ​ໃຫ້​ພາກ​ສ່ວນ​ກ່ຽວ​ຂ້ອງ ທົດ​ແທນ​ເຂົ້າ​ສາ​ອາ​ຫານ​ແຫ້ງ ຫຼື ເຄື່ອງ​ໃຊ້​ອຸ​ປ​ະ​ໂພກ ບໍ​ລິ​ໂພກ ຢ່າງ​ໄວ ເປັນ​ປີ ຕໍ່ ປີ ພາຍ​ຫຼັງ ເຈົ້າ​ໜ້າ​ທີ່ ທີ່​ກ່ຽວ​ຂ້ອງ ລົງ​ມາ​ເກັບ​ກຳ​ຂໍ້​ມູນຄວາມ​ເສັຽ​ພາຍຈາກ​ບ້ານ ແຕ່ບໍ່​ແມ່ນ​ການ​ທົດ​ແທນ​ເຂົ້າ​ສານ​ອາ​ຫານ​ແຫ້ງ ຫຼື ເຄື່ອງ​ອຸ​ປະ​ໂພກ ບໍ​ລິ​ໂພກ ໃນ​ປີ​ຖັດ​ໄປ ມັນ​ເຮັດ​ໃຫ້​ຊາວ​ນາ​ທີ່​ໄດ້​ຮັບ​ຜົ​ລ​ກະ​ທົບ ລໍ​ຖ້າ​ການ​ຊ່ວຍ​ເຫຼືອ​ດົນ.

ຊາວ​ບ້ານ ສີ​ບຸນ​ເຮືອງ ເມືອງ​ຫົງ​ສາ ໄດ້​ກ່າວ​ໃນ​ມື້​ດຽວ​ກັນ​ວ່າ:

" ນັບ ຈາກ ຜົ ກະ ທົບ ເຊັ່ນ ວ່າ ຜົ ກະ ທົບ ພັຍ ທັມ ຊາດ ນ້ຳ ຖ້ວມບໍ່ ຈັ່ງ ຊີ້ ເນາະ ພັຍ ແລ້ງ ບໍ່ ໄດ້ ກັບ ກ່ຽວບໍ່ ຈັ່ງ ຊີ້ ເພິ່ນ ກໍ ຊ່ວຍ ແຕ່ ວ່າ ກະຊັກ ຊ້າ ເພາະ ວ່າ ເອົາ ຂໍ້ ມູນ ປີນີ້ ປີ ໜ້າ ຈັ່ງ ມາ ຊ່ວຍ ເພາະ ວ່າ ເນີ ຮອດ ແຂວງ ແຂວງ ເນີ ຕໍ່ ສູນ ກາງ ."

ທີ່​ຜ່ານ​ມາ ພາກ​ສ່ວນ​ກ່ຽວ​ຂ້ອງ ໄດ້​ຈັດ​ຕັ້ງ​ພະ​ນັກ​ງານ​ໄປ​ປະ​ຈຳ​ຢູ່ຕາມ​ແຕ່​ລະ​ບ້ານ​ທີ່​ມີ​ເນື້ອ​ທີ່ມີ​ເນື້ອ​ທີ່​ນາ ພ້ອມ​ຝຶກ​ອົບ​ຮົມ ໃຫ້​ຄວາ​ມ​ຮູ້ ກ່ຽວ​ກັບ​ວິ​ທີ​ປ້ອງ​ກັນ ບໍ່​ໃຫ້​ສັດ​ຕູ​ພືດທຳ​ລາຍ​ເຂົ້າ​ນາ​, ແຕ່ ຕໍ່​ມາ ການ​ຝຶກ​ອົບ​ຮົມ​ດັ່ງ​ກ່າວ ກໍ​ໄດ້​ຢຸດ​ໄປ.

ເຈົ້າ​ໜ້າ​ທີ່​ກ່ຽວ​ຂ້ອງ ແຂວງ​ໄຊ​ຍະ​ບູ​ລີ ໄດ້​ກ່າວ​ວ່າ:

ໄລ ຍະ ທີ່ ຜ່ານ ມາ ນີ້ ພວກ ເຮົາ ໄດ້ ມີ ໄດ້ ຕັ້ງ ຄົນ ປ້ອງ ກັນ ພືດ ຢູ່ ຂັ້ນ ບ້ານ ຂັ້ນ ເມືອງ ລົງ ຕິດ ຕາມ ຊຸກ ຍູ້ ຊ່ວຍ ເຫຼືອ ພໍ່ ແມ່ ປະ ຊາ ຊົນ ທາງ ດ້ານ ການ ລິດ ເປັນ ປົກ ຕິ ສະ ນັ້ນ ມັນ ຣະ ບາດ ມາ ສ່ວນ ໃດ ສ່ວນ ນຶ່ງ ເຂົາ ເຈົ້າ ກໍ ຈະ ຮີບ ຮ້ອນ ລາຍ ງານ ຂໍ ຄວາມ ຊ່ວຍ ເຫຼືອ ທາງວິ ຊາ ການ ເຂົ້າ ຊ່ວຍ ການ ຕອບ ໂຕ້ດັ່ງ ກ່າວ ນັ້ນ ມັນ ກໍ ຮັບ ມື ທ່ວງ ທັນ ຕາມ ໄລ ຍະ ເວ ລາ ທີ່ ມັນ ຣະ ບາດ ຫັ້ນ ນ່າ .

ທ່ານ ກ່າວ​ຕື່ມ​ວ່າ ປີນີ້ ສຳ​ລັບ​ຄ່າ​ທົດ​ແທນ ເປັນ​ແນວ​ພັນ​ພືດ ເພື່ອ​ທົດ​ແທນ ຜົ​ລ​ເສັຽ​ຫາຍ ທີ່​ຊາວ​ນາ ທີ່​ໄດ້​ຮັບ​ຜົ​ລ​ກະ​ທົບ ຈະ​ທົດ​ແທນ​ໃຫ່​ແກ່​ຊາວ​ນາ​ຜູ້​ທີ່​ໄດ້​ຮັບ​ຜົ​ລ​ກະ​ທົບກາຍ 60-70 ເປີ​ເຊັນ ຂອງ​ເນື້ອ​ທີ່​ນາ​ທັງ​ໝົດ ຕາມ​ແຜນ​ການ​ບັນ​ເທົາ​ທຸກ​ຂອງ​ແຂວງ, ສ່ວນ​ຊາວ​ນາ ທີ່​ໄດ້​ຮັບ​ຜົ​ລ​ເສັຽ​ຫາຍບໍ່​ຫຼາຍ ກໍ​ຈະ​ໄດ້​ເຂົ້າ​ສານອາ​ຫານ​ແຫ້ງ​ຈຳ​ນວນ​ນຶ່ງ.

ໃນ​ປີນີ້ ເຈົ້າ​ໜ້າ​ທີ່​ພາກ​ສ່ວນ​ກ່ຽວ​ຂ້ອງ ໄດ້​ຮັບ​ຢາ​ປາບ​ສັດ​ຕູ​ພືດ ທີ່​ໄດ້​ຮັບ​ການ​ຊ່ວຍ​ເຫຼືອ​ຈາກ​ພາກ​ເອກ​ຊົນ ​ເພື່ອ​ໃຫ້​ສ​າ​ມາດ​ຊ່ວຍ​ເຫຼືອ​ຊາວ​ບ້ານ​ທັນ​ເວ​ລາ ຖ້າ​ເກີດ​ສັດ​ຕູ​ພືດ.

ເຈົ້າ​ໜ້າ​ທີ່​ກ່ຽວ​ຂ້ອງ ແຂວງ​ໄຊ​ຍະ​ບູ​ລີ ໄດ້​ກ່າວ​ວ່າ:

" ໄລ ຍະ ຜ່ານ ມາ ພວກ ເຮົາ ກໍ ມີ ຄັງ ແຮ ເກັບ ມ້ຽນ ສານ ເຄ ມີ ນີ້ ມ້ຽນ ໄວ້ ເພື່ອ ຮັບ ຮັບ ສະ ພາບ ການ ຊິ ເກີດ ຂັ້ນ ໃນ ຕໍ່ ນ້າ ເປັນ ຕົ້ນ ອຸ ປະ ກອນ ບັງ ສັດ ອີ່ ຫຍັງ ຕ່າງໆ ພວກ ເຮົາ ກໍ ເກັບ ພ້ອມ ລອດ ເວ ລາ ຫັ້ນ ແຫຼະ ."

ທ່ານ ກ່າວ​ຕືມ​ວ່າ ສຳ​ລັບ​ຄວາມ​ລ່າ​ຊ້າ​ໃນ​ການ​ຈັດ​ຫາ​ແນວ​ພັນເຂົ້າທົດ​ແທນ ຜົ​ລ​ເສັຽ​ຫາຍ​ຈາກ​ພັ​ຍ​ທັມ​ຊາດ ແລະ ສັດ​ຕູພືດນັ້ນ ແມ່ນ​ຊາວ​ນາ​ກໍ​ຕ້ອງ​ໄດ້​ລໍ​ຖ້າ​ການ​ຊ່ວຍ​ເຫຼືອ ເນື່ອງ​ຈາກ​ເປັນ​ໄປ​ຕາມ​ຂັ້ນ​ຕອນ​ຂອງ​ພາກ​ສ່ວນ​ກ່ຽວ​ຂ້ອງ ທີ່​ຈະ​ຕ້ອງ​ຜ່ານ​ຫຼາຍ​ຂ​ແນງ​ການ ແລະ ລໍ​ຖ້າ ກະ​ຊວງ​ກິ​ສິ​ກັມ ແລະ ປ່າ​ໄມ້ ຊອກ​ຫາ​ງົບ​ປະ​ມານ ເພື່ອ​ຊື້​ແນວ​ພັນເຂົ້າ​ມາ​ທົດ​ແທນ​ຊາວ​ນາ​ພາຍ​ໃນ​ແຂວງ​ໄດ້.

ປະ​ຊາ​ຊົນ ເມືອງຫົງ​ສາ ແຂວງ​ໄຊ​ຍະ​ບູ​ລີ ສ່ວນ​ຫຼາຍ​ ເຮັດ​ນາ​ປີ ເປັນ​ອາ​ຊີບ​ຫຼັກ ໃນ​ເນື້ອ​ທີ່​ປະ​ມານ 1,500 ເຮັກ​ຕ້າ ຈາກ​ເນື້ອ​ທີ່​ນາ​ທັງ​ໝົດ 2,600 ເຮັກ​ຕ້າ ອີງ​ຕາມ​ຂໍ້​ມູນຈາກກອງ​ປະ​ຊຸມ​ສ​ລຸບ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ວຽກ​ງານ​ປະ​ຈຳ​ປີ 2021 ແລະ ແຜນ​ກາ​ນ​ປີ 2022 ໃນ​ວັນ​ທີ 15 ກຸມ​ພາ ທີ່​ຜ່ານ​ມາ ແລະ ອີງ​ຕາມ​ຂໍ້​ມູນ​ຈາກ​ຫ້ອງ​ການ​ກະ​ສິ​ກັມ ແລະ ປ່າ​ໄມ້​ ເມືອງ ​ຫົງ​ສາ.