ປະທານ ບໍຣິສັດ ຫວງອັນເຍັຽລາຍ ຂອງ ວຽດນາມ ປະຕິເສດ ອີກຄັ້ງນຶ່ງວ່າ ຕົນບໍ່ໄດ້ ຕັດໄມ້ ແບບ ຜິດກົດໝາຍ ແລະ ຍາດເອົາ ດິນ ຂອງ ປະຊາຊົນ ໃນ ກັມພູຊາ ແລະ ໃນລາວ.
ປະທານ ບໍຣິສັດ ຢາງພາລາ ແລະ ໄມ້ທ່ອນ ຫວງອັນຢາລາຍ ຂອງ ວຽດນາມ ທີ່ ໃຫ້ການ ສນັບສນູນ ທີມເຕະບານ ອາຊີບ Arsenal ເຂົ້າມາ ໃນວຽດນາມ ນັ້ນ ປະຕິເສດ ຄໍາກ່າວຫາ ທີ່ວ່າ ບໍຣິສັດ ຂອງ ທ່ານ ເປັນຜູ້ ທໍາຣາຍ ສິ່ງແວດລ້ອມ ແລະ ສັງຄົມ ໃນ ກັມພູຊາ ແລະ ລາວ.
ໃນຣາຍງານ ເມື່ອ ເດືອນ ພຶສພາ Global Witness ເວົ້າວ່າ ບໍຣິສັດ ຫວງ ອັນ ເຍັຽ ລາຍ ໄດ້ຣະເມີດ ກົດໝາຍ ເປັນປະຈໍາ ຢູ່ ກັມພູຊາ ແລະ ລາວ ໃນຊ່ວງ ປີ 2012 ໂດຍໄດ້ເອົາ ທີ່ດິນ ໃນພື້ນທີ່ ອັນກວ້າງ ເພື່ອປູກ ຢາງພາລາ ໂດຍບໍ່ ຄໍານຶງເຖິງ ຜົລເສັຽຫາຍ ຕໍ່ ສິ່ງແວດລ້ອມ ແລະ ສັງຄົມ ທໍາຣາຍ ວິຖີຊີວິດ ຂອງ ຄົນທ້ອງຖີ່ນ ແລະ ປ່າໄມ້ ໃນເຂດນັ້ນ. ແຕ່ ທ່ານ ດວັານ ຫງຽນດຶກ ປະທານ ບໍຣິສັດ ຫວງອັນ ເຍັຽລາຍ ກ່າວຕໍ່ ກອງປະຊຸມ ຂ່າວ ໃນວັນພຸດ ນີ້ວ່າ 90 ສ່ວນຮ້ອຍ ຂອງ ຂໍ້ມູລ ໃນຣາຍງານ ຂອງ Global Witness ນັ້ນ ບໍ່ຖືກຕ້ອງ ແລະວ່າ ຣັຖບານລາວ ແລະ ກັມພູຊາ ກໍໄດ້ອອກ ຖແລງການ ສນັບສນູນ ທ່ານ ໃນບັນຫາ ດັ່ງກ່າວ.
ຢ່າງໃດກໍຕາມ ທີມເຕະບານ ອັາກເຊີນອລ ກໍໄດ້ເປັນ ຄູ່ຮ່ວມ ກັບ ທ່ານ ດຶກ ຜູ້ເປັນ ທັງປະທານ ຂອງ ທີມ ໃນວຽດນາມ ໃນການ ສ້າງຕັ້ງ ສະຖາບັນ ຝຶກແອບ ສໍາລັບ ທີມເຕະ ວັຍນຸ່ມ ໃນພາກກາງ ຂອງ ວຽດນາມ.
ສ່ວນ ນາງ Megan MacInnes ເຈົ້າໜ້າທີ່ Global Witness ເວົ້າວ່າ ຫລັງຈາກ Global Witness ອອກຣາຍງານ ຣາຄາຮຸ້ນ ຂອງ ບໍຣິສັດ ຫວງອັນ ເຍັຽລາຍ ກໍຕົກຕໍ່າລົງ, ທາງ ບໍຣິສັດ ກໍປະກາດວ່າ ຈະສືບສວນ ແລະ ເອົາມາຕການ ແກ້ໄຂ ແຕ່ຈົນເຖິງ ປັຈຈຸບັນ ກໍຍັງ ບໍ່ມີຫຍັງ ປ່ຽນແປງ.