ນ້ຳຖ້ວມເມືອງຫີນບູນ

ມະນີຈັນ
2015.09.04
F-Theun-hinboun ສ່ວນນຶ່ງ ຂອງ ອ່າງເກັບນໍ້າ ເຂື່ອນ ເທີນຫີນບູນ
Wikipedia

ນ້ຳຖ້ວມ ກະທັນຫັນ ຫຼາຍບ້ານ ໃນເຂດ ເມືອງ ຫີນບູນ ແຂວງ ຄຳມ່ວນ, ມາຕັ້ງແຕ່ ວັນທີ 1 ກັນຍາ 2015 ຍ້ອນ ຝົນ ຕົກໜັກ ເຮັດໃຫ້ ເຂື່ອນ ເທີນ-ຫີນບູນ ຕ້ອງໄດ້ ປ່ອຍນ້ຳ ຈາກ ເຂື່ອນ, ແລະ ມີນ້ຳປ່າ ໄຫລຊຸ. ດັ່ງ ເຈົ້າໜ້າທີ່ ເມືອງ ຫີນບູນ ເວົ້າວ່າ:

“ກະມີສ່ວນຢູ່ ເນາະ ບາງອັນ ເພາະວ່າ ມັນກະເວົ້າ ເຣື່ອງ ຝົນຕົກແຮງ ເນາະ ມັນຣະບາຍ ນໍ້າ ບໍ່ທັນ, ເພິ່ນກະຕ້ອງ ໄດ້ ປ່ອຍນໍ້າ ຈາກເຂື່ອນ ເນາະ, ບາດນີ້ ນໍ້າ ເກື່ອນ ລົງມາ ມັນໄຫລ ລົງມາໃສ່ ນໍ້າ ສາຂາ ຢູ່ຫັ້ນ ປະກອບ ກັບນໍ້າປ່າ ນໍ້າຫັ້ນ, ໄຫລລົງມາ ມັນກະມາ ໂຮມກັນ ມັນກະເຮັດ ໃຫ້ ຣະດັບນໍ້າ ຫັ້ນເພີ່ມ ຂຶ້ນ".

ທ່ານກ່າວ ຕໍ່ໄປວ່າ, ນ້ຳຖ້ວມ ຄັ້ງນີ້ ສົ່ງ ຜົລກະທົບ ຕໍ່ບ້ານເຮືອນ ປະຊາຊົນ ກວ່າ 70 ຫຼັງ ໃນ 3 ບ້ານ. ແຕ່ ນ້ຳຖ້ວມ ບໍ່ແຮງ ປານໃດ ບໍ່ເຖິງຂັ້ນ ທີ່ ປະຊາຊົນ ຈະຍ້າຍອອກ ໄປ ຢູ່ບ່ອນອື່ນ. ແຕ່ ໄດ້ຮັບ ຣາຍງານວ່າ ເສັ້ນທາງ ບາງສາຍ ຖືກ ຕັດຂາດ, ຣົດ ບໍ່ສາມາດ ແລ່ນ ຜ່ານໄດ້ ເຮັດໃຫ້ ການ ສັນຈອນ ລຳບາກ.

ແຕ່ ມາຮອດ ວັນທີ 3 ກັນຍາ ນີ້ ຝົນຕົກ ເບົາບາງ ລົງແດ່, ແລະ ຣະດັບນ້ຳ ກໍລົດລົງ ແດ່ແລ້ວ, ແຕ່ ພາກສ່ວນ ທີ່ ໄປເກັບກຳ ຂໍ້ມູນ ຍັງບໍ່ທັນ ຣາຍງານ ເຖິງ ຜົລເສັຽຫາຍ ຈາກ ເຫດ ນ້ຳຖ້ວມ ຄັ້ງນີ້ເທື່ອ, ມີແຕ່ໄດ້ ຕິດຕາມ ເບິ່ງວ່າ ຣະດັບນ້ຳ ຫີນບູນ ຈະ ເພີ່ມຂຶ້ນ ອີກ ຫລືບໍ່.

ທ່ານ ເວົ້າວ່າ ເມື່ອ ເດືອນ ຜ່ານມາ ປະຊາຊົນ ໃນ ບາງບ້ານ ຢູ່ເມືອງ ຫີນບູນ ນີ້ ໄດ້ຮັບ ຄວາມ ເສັຍຫາຍ ຈາກ ພັຍ ນ້ຳຖ້ວມ ມາແລ້ວ ແຕ່ ມາເຖິງ ປັດຈຸບັນ ກໍ ຍັງບໍ່ໄດ້ ຮັບການ ຊ່ວຍເຫລືອ ເນື່ອງຈາກ ທາງການ ເພີ່ນ ກຳຍັງ ກຽມແຜນ ຢູ່.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.