ມ.ສັງທອງກໍາລັງແປງທາງ ເລກ 11

ອຸ່ນແກ້ວ ສຸກສະຫວັນ
2015.09.29
F-Road11 ສະພາບເສັ້ນທາງ ເລຂທີ 11 ຢູ່ເຂດ ບ້ານ ອ່າງສັມພັນ, ເມືອງສັງທອງ ນະຄອນຫຼວງວຽງຈັນ
RFA/LX

ປັດຈຸບັນ ເຈົ້າໜ້າທີ່ ໂຍທາ ທິການ ແລະ ຂົນສົ່ງ ນະຄອນຫຼວງ ວຽງຈັນ ກໍາລັງ ສ້ອມແປງ ເສັ້ນທາງ ເລກ ທີ 11 ຢູ່ເຂດ ບ້ານ ອ່າງສັມພັນ, ເມືອງ ສັງທອງ ນະຄອນຫຼວງ ວຽງຈັນ ຫລັງຈາກ ທາງເສັ້ນ ນັ້ນ ໄດ້ ຍຸບລົງ ແລະ ດິນ ເຈື່ອນ ຖົມ ໃນ ວັນທີ 23 ກັນຍາ ທີ່ ຜ່ານມາ. ເຈົ້າໜ້າທີ່ ຜແນກ ໂຍທາ ທິການ ແລະ ຂົນສົ່ງ ນະຄອນຫຼວງ ວຽງຈັນ ກໍ່ໄດ້ກ່າວ ຕໍ່ ເອເຊັຽ ເສຣີ ວ່າ:

"ໂອ ໂຕນີ້ ແມ່ນ ທາງຫຼວງ ແຫ່ງຊາດ ນ່າ ກະຊວງ ເພິ່ນ ຮັບ ຜິດຊອບ ເດີ້ ໂຕນີ້ ເດີ້ ເພິ່ນ ກະແປງ ຢູ່ເດ ເອີ່ ດຽວນີ້ ເພິ່ນ ກະແກ້ ເອົາຫີນໃຫຽ່ ອີຫຍັງ ລົງແລ້ວ ເພື່ອໃຫ້ ຣົຖ ມັນໄປ ສະດວກ ກ່ອນ ເພາະວ່າ ນ້ຳ ຍັງບໍ່ທັນ ແຫ້ງເນາະ".

ທ່ານ ກ່າວຕື່ມ ອີກວ່າ ກະຊວງ ໂຍທາ ທິການ ແລະ ຂົນສົ່ງ ກໍ່ພວມ ຢູ່ໃນ ຂັ້ນຕອນ ການ ສ້ອມແປງ ເສັ້ນທາງ ດັ່ງກ່າວ ແລ້ວ ໂດຍ ຈະແກ້ໄຂ ເບື້ອງຕົ້ນ ເພື່ອໃຫ້ ຣົດ ສາມາດ ສັນຈອນ ໄດ້ ກ່ອນ ແລະ ຄາດວ່າ ຈະ ສ້ອມແປງ ໃຫ້ແລ້ວ ໃນໄວໆນີ້.

ຍ້ອນມີ ຝົນ ຕົກໜັກ ຕິດຕໍ່ກັນ ຫຼາຍວັນ ຈຶ່ງ ເຮັດໃຫ້ ເສັ້ນທາງ ໃນ ບໍຣິເວນ ນັ້ນມີ ປຽກຊຸ່ມ ບວກກັບ ນ້ຳຂອງ ທີ່ ໄຫຼແຮງ ເຮັດໃຫ້ ເສັ້ນທາງ ດັ່ງກ່າວ ເຈື່ອນ ລົງມາ ເປ່ເພ ເສັຽຫາຍ ຍາວ ກວ່າ 60 ແມັດ ເຮັດໃຫ້ລົດ ບໍ່ສາມາດ ສັນຈອນ ໄດ້. ໃນລະດູ ຝົນ ທຸກໆປີ ເສັ້ນທາງ ຢູ່ ປະເທດ ລາວ ໄດ້ຮັບ ຄວາມ ເສັຽຫາຍ ຈາກ ສະພາບ ດິນເຈື່ອນ ແລະ ດິນຍຸບ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.