ຣົຖບັນທຸກແລ່ນຜ່ານດ່ານ ບໍ່ເຕັນ ຫຼາຍຂຶ້ນ
2017.10.31
ນັບແຕ່ທ້າຍປີ 2016 ຜ່ານມາ ມີຣົຖບັນທຸກສິນຄ້າຫລາຍຄັນ ຮວມທັງຣົຖບັນທຸກ ຂອງໂຄງການ ສ້າງທາງຣົຖໄຟ ລາວ-ຈີນ ແລະຣົຖ ຂົນສົ່ງສິນຄ້າອື່ນໆ ແລ່ນຜ່ານດ່ານ ສາກົນ ບໍ່ເຕນ ແຂວງຫຼວງນໍ້າທາ ຫລາຍຂຶ້ນ ສະເລັ່ຽແລ້ວຫຼາຍສິບ ຄັນຕໍ່ມື້ ເຮັດໃຫ້ຫົນທາງ ຈາກ ຊາຍແດນບໍ່ເຕັນ ໄປຫາເມືອງຫລວງນໍ້າທາ ເປ່ເພຍ້ອນບໍ່ສາມາດ ຮັບນໍ້າຫນັກ ຂອງຣົຖບັນທຸກໜັກ ທີ່ວ່ານັ້ນໄດ້. ດັ່ງເຈົ້າໜ້າທີ່ແຂວງ ຫລວງນໍ້າທາ ທ່ານໜື່ງກ່າວໃນວັນທີ່ 30 ຕຸລາ ນີ້ວ່າ:
“ທາງເພຫຼາຍກໍມີຣົຖ ບັນທຸກນີ້ຫລາຍໂອ່ ອອກແຕ່ທາງດຽວນີ້ ທາງດ່ານສາກົນ ມີບາງມື້ເຂົາເຈົ້າຂົນມາກໍຮອດ 20-30 ຄັນຣົຖໃຫຍ່ ຣົຖລາກພວງຫັ້ນນະ ເຄື່ອງເຂົາເຈົ້າ ເຮັດທາງຣົຖໄຟ ຫັ້ນແຫລະ ເຄື່ອງຂອງອື່ນໆ ກໍຫລາຍ 40-50 ຄົນພຸ້ນກໍມີ”.
ທ່ານກ່າວວ່າ ອີກສາເຫດໜື່ງ ທີ່ເຮັດໃຫ້ຣົຖບັນທຸກ ແລ່ນຜ່ານດ່ານສາກົນບໍ່ເຕັນ ຫລາຍຂື້ນນັ້ນກໍຍ້ອນວ່າ ດ່ານປາງໄຮ ຢູ່ເມືອງສິງ ບໍ່ ອະນຸຍາດໃຫ້ ຣົຖບັນທຸກ ແລ່ນຜ່ານໄປ ຈີນໄດ້ເພາະວ່າ ເປັນດ່ານ ທ້ອງຖິ່ນ ທີ່ບໍ່ໄດ້ມາຕຖານ ເຮັດໃຫ້ຣົຖບັນທຸກກ້ວຍ ແລະອ້ອຍ ຈາກເມືອງສິງ ຕ້ອງມາໄຊ້ເສັ້ນທາງ ດ່ານສາກົນບໍ່ເຕັນ ທັ້ງໆທີ່ມີ ຫົນທາງແຄບ ແລະຊຸດໂຊມຢູ່ແລ້ວ.
ເຈົ້າໜ້າທີ່ທ່ານນີ້ ກ່າວຕື່ມວ່າ ການເພີ້ມຂຶ້ນຂອງຣົຖບັນທຸກ ນີ້ນອກຈາກຈະເຮັດໃຫ້ ຖນົນເປ່ເພ ຈົນ ປະຊາຊົນ ເດີນທາງໄປມາລໍາບາກ ແລ້ວຍັງເຮັດໃຫ້ເກິດຂິ້ຝຸ່ນ ໃນຣະດູແລ້ງ ແລະມີຂິ້ຕົມ ໃນຣະດູຝົນນໍາອີກ ເພາະຣົຖບັນທຸກທີ່ຂົນດິນ ມັກເຮັດດິນຕົກໃສ່ທາງ ຊື່ງບັນຫານີ້ ຍັງຈະມີຕໍ່ໄປ ຈົນກ່ວາ ໂຄງການ ທາງຣົຖໄຟ ລາວ-ຈີນ ຈະ ສ້າງສໍາເຣັດ.
ຢ່າງໃດກໍຕາມຣະຍະທາງຈາກ ຕົວເມຶອງຫຼວງນໍ້າທາ ໄປຫາດ່ານສາກົນ ບໍ່ເຕັນມີຄວາມຍາວປະມານ 60 ກິໂລແມັດ ເປັນເສັ້ນທາງປູຢາງ ແຕ່ກໍມີບາງຈຸດ ມີຣົຖຈົກດີນ ມາຂົນດິນ ຢູ່ກາງຖນົນ ເຮັດໃຫ້ການໄປມາ ບໍ່ສະດວກ.
ຕໍ່ບັນຫານີ້ ວິທຍຸເອເຊັຍເສຣີ ເຄີຍສອບຖາມ ໄປຍັງຜແນກໂຍທາທິການແລະຂົນສົ່ງ ແຂວງຫຼວງນໍ້າທາແລ້ວ ເຈົ້າໜ້າທີ່ ກໍຕອບວ່າທາງ ຜແນກພຍາຍາມ ຫາຜູ້ຮັບເຫມົາ ມາສ້ອມແປງ ຢູ່ເລື່ອຍໆ ແຕ່ຍັງເຮັດບໍ່ໄດ້ ບາດດຽວ ຍ້ອນງົບປະມານ ບໍ່ພຽງພໍ.