ມ.ປາກແບງຝົນຕົກໜັກດິນເຈື່ອນ ຄົນຕາຍ 16

ສະພາບ ຝົນຕົກໜັກ ດິນເຈື່ອນ ເຊາະເອົານໍ້າ ເອົາດິນແລະຕົມ ລົງສູ່ໝູ່ບ້ານ ໃນທີ່ຕໍ່າ
ສະພາບ ຝົນຕົກໜັກ ດິນເຈື່ອນ ເຊາະເອົານໍ້າ ເອົາດິນແລະຕົມ ລົງສູ່ໝູ່ບ້ານ ໃນທີ່ຕໍ່າ (Mek/fb)

0:00 / 0:00

ທີ່ເມືອງ ປາກແບງ ແຂວງ ອຸດົມໄຊ ມີຝົນຕົກ ໜັກ ແຕ່ວັນທີ 20-21 ເກີດດິນເຈື່ອນ ຫລາຍຈຸດ ຖົມບ້ານເຮືອນ ຈາກຣາຍງານ ທ້ອງຖິ່ນ ມີຜູ້ເສັຽ ຊີວິດ ເຖີງ 16 ຄົນແລ້ວ ຈາກຈໍານວນ 15 ຄົນໃນມື້ ຜ່ານມາ.

ຝົນຕົກຫນັກ ຕິດຕໍ່ກັນ ໃນວັນທີ 20 ຫາ 21 ສິງຫາ ເຮັດໃຫ້ເກີດນ້ຳຖ້ວມ ດິນເຈື່ອນ ຫລາຍບ່ອນ ໃນເມືອງປາກແບງ ແຂວງ ອຸດົມໄຊ ເຮັດໃຫ້ຄົນ ເສັຽຊິວິດ 15 ຄົນ ຫມູ່ບ້ານ 29 ບ້ານໄດ້ຮັບຜົລກະທົບ. ເຈົ້າຫນ້າທີ່ ກູ້ພັຍ ຈາກຫລາຍພາກສ່ວນ ເລັ່ງລັດ ເຂົ້າໄປຊ່ອຍເຫລືອ ແລະ ຂຸດເອົາຊາກສົບ ຊາວບ້ານ ທີ່ຖືກດິນຖົມ. ດັ່ງເຈົ້າຫນ້າທີ່ ທ່ານນຶ່ງເວົ້າວ່າ:

"ດິນຖົມ ດິນຖລົ່ມ ພູເຈື່ອນຖົມເຮືອນ ທັງຫມົດ ຢູ່ໃນຄອບຄົວ ເຮືອນນີ້ ມີຄົນຕາຍ 15 ຄົນ ເນາະ ດິນພູແຕ່ລະຫ້ວຍ ນັ້ນເຈື່ອນ ເຈື່ອນຫມົດ ແດງຫມົດທູກ ພູເນາະ ມັນມີຢູ່ 29 ບ້ານລ່ອງນ້ຳແບງ ນີ້ແຫລະ".

ທ່ານກ່າວຕໍ່ໄປວ່າ ລາຍງານເບື້ອງຕົ້ນຣະບຸວ່າ ມີເຮືອນປະຊາຊົນປະມານ 10 ຫລັງຖືກນ້ຳພັດພື້ນທີ່ກະເສດຖືກນ້ຳຖ້ວມກວ່າ 400 ເຮັກຕາ ແລະ ຜູ້ເສັຽຊິວິດ ອິງຕາມ ລາຍງານໃນມື້ວັນທີ 23 ສິງຫາ ຕອນເຊົ້າ ເຈົ້າຫນ້າທີ່ ສາມາດ ນຳສົບ ຜູ້ເສັຽຊິວິດ ໄປສົ່ງ ໂຮງພຍາບານ ແລະ ຍາດພີ່ນ້ອງແລ້ວ 7 ຄົນ. ໃນຂນະດຽວກັນ ເຈົ້າຫນ້າທີ່ ກໍກຳລັງຂຸດ ເອົາສົບ ຜູ້ທີ່ເສັຽຊິວິດ ຍ້ອນຖືກດິນເຈື່ອນທັບອີກ 7 ຄົນ ແລະ ອີກນື່ງຄົນ ທີ່ຫາຍສາບສູນ ແຕ່ຍັງບໍ່ພົບສົບເທື່ອ. ຜູ້ເສັຽຊິວິດ ສ່ວນໃຫຍ່ ເປັນຊາວເຜົ່າ ອາສັຍ ຢູ່ຕາມຮ່ອມພູ.

ໃນຈຳນວນບ້ານ ທີ່ໄດ້ຮັບຜົລກະທົບ ຫລາຍກວ່າຫມູ່ ມີ 8 ບ້ານ ດັ່ງ: ບ້ານພຽງ ບ້ານໂຄກສະອາດ ບ້ານນາປ່າ ບ້ານຈີ່ຣະວັນ ບ້ານນາແມ່ ບ້ານທ່າມື່ນ ບ້ານປາງທອງ ແລະບ້ານຫ້ວຍລໍ ຊື່ງມີປະຊາຊົນ ໄດ້ຮັບບາດເຈັບຫລາຍຄົນ ສ່ວນໃຫຍ່ແມ່ນຖືກຕົ້ນໄມ້ລົ້ມທັບ ສັງກະສີບາດ.

ປະຊາຊົນ ທີ່ໄດ້ຮັບເຄາະຮ້າຍ ໃນປັດຈຸບັນ ທາງການໄດ້ໂຍກຍ້າຍ ຂະເຈົ້າໄປອາສັຍ ຢູ່ໃນວັດສະໂມສອນບ້ານ ແລະຍາດພີ່ນ້ອງຊົ່ວຄາວ ການຊ່ອຍເຫລືອ ໃນປັດຈຸບັນ ກໍມີຫນ່ວຍງານ ຂອງຣັຖ ແລະ ທະຫານ ເຂົ້າໄປໃຫ້ການ ຊ່ອຍເຫລືອ. ແຕ່ທາງການ ຍັງຕ້ອງ ການນ້ຳດື່ມ ແລະ ສະບຽງອາຫານ ເພີ້ມຕື່ມ ໃຫ້ແກ່ຊາວບ້ານ.