ນໍ້າຖ້ວມ ເມືອງບໍຣິຄັນ


2013.06.25
F-borikhamxay ນໍ້າຖ້ວມ ບໍຣິຄໍາໄຊ ປີ2011
screen captured VT video

 

ຊາວເມືອງ ບໍຣິຄັນ ແຂວງ ບໍຣິຄໍາໄຊ ເປີດເຜີຍຕໍ່ ວິທຍຸ ເອເຊັຽ ເສຣີ ວ່າ ເກີດເຫດ ນໍ້າຖ້ວມ ຢ່າງໄວວາ ໃນເຂດ ເມືອງ ບໍຣິຄັນ ຕັ້ງແຕ່ ວັນທີ 23 ມີຖຸນາ ແລະ ກໍຍັງ ຖ້ວມຢູ່ ໃນບາງ ພື້ນທີ່. ທ່ານເວົ້າ ຕອນນຶ່ງວ່າ:

"ຍັງຖ້ວມຢູ່ ຫາ ກໍລົງໄດ້ 10 ເຊັງຕີແມັຕ ເຮືອນ ຢູ່ລຸບມັນ ກໍຖ້ວມ ຮອດ ປ່ອງຢ້ຽມ ຮອດຫຍັງ ພຸ້ນແຫລະ ໄດ້ອົພຍົບ ເຄື່ອງພຸ້ນລະ ໂຮງໝໍ ໂຮງໝໍ ເມືອງກໍຖ້ວມ ໂຮງຮຽນ ໂຣງໝໍ ເຂົາກໍ ອົພຍົບຄົນ ເຈັບ ຄົນຫຍັງ ອອກມາ ບາງ ຫ້ອງການ ກໍຖ້ວມ".

ທ່ານເວົ້າ ຕໍ່ໄປວ່າ ຕັ້ງແຕ່ ວັນທີ 20 ມີຖຸນາ ມາ ເມືອງ ບໍຣິຄັນ ມີ ຝົນຕົກແຮງ ຕລອດ ຮອດ 10-11 ໂມງ ຂອງຄືນ ວັນທີ 23 ມີຖຸນາ ກໍເກີດ ນໍ້າປ່າ ໄຫລຜ່ານ ຢ່າງໄວວາ ແລະ ນໍ້າຊັນ ທີ່ ເພີ່ມຂຶ້ນສູງ ເຮັດໃຫ້ເກີດ ນໍ້າຖ້ວມ ຂັງ. ສໍາລັບຄວາມ ເສັຽຫາຍ ນັ້ນ ຕາມການເປີດເຜີຍ ຂອງ ເຈົ້າໜ້າທີ່ ຫ້ອງການ ແຂວງ ບໍຣິຄໍາໄຊ ພົບວ່າ ເບື້ອງຕົ້ນ ມີ ຣາຍງານວ່າ ເສັ້ນທາງ 4 ບີ ມີດິນເຈື່ອນ 3 ຈຸດ ແລະ ທາງເປ່ເພ ຫລາຍບ່ອນ ຄວາມເສັຽຫາຍ ທັງໝົດ ຍັງຕ້ອງ ລໍຖ້າ ການ ຣາຍງານ ສັງລວມ ຢູ່.

ເຈົ້າໜ້າທີ່ ຄາດວ່າ ຕ້ອງໃຊ້ ເວລາອີກ 2-3 ວັນ ນໍ້າຈຶ່ງ ຈະບົກແຫ້ງ ແລະ ຄືນສູ່ ສະພາບ ປົກກະຕິ ປັຈຈຸບັນ ກໍາລັງ ລໍຖ້າ ການຊ່ວຍເຫລືອ ຈາກ ທາງ ຣັຖບານ ແລະ ທາງແຂວງ ເພື່ອແກ້ໄຂ ບັນຫາ ໃຫ້ ຊາວບ້ານ ຢ່າງຮີບດ່ວນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.