ຄື້ນຄວາມຮ້ອນ ສົ່ງຜົລກະທົບ ຕໍ່ການທ່ອງທ່ຽວ, ການປູກພືດ ຂອງຊາວສວນ

ສະພາບອາກາດຮ້ອນເອົ້າ ຮຸນແຮງ ຈົນເຮັດໃຫ້ເກີດຜົລກະທົບ ຕໍ່ການດຳຣົງຊີວິດ ຂອງປະຊາຊົນ ແລະການທ່ອງທ່ຽວໃນລາວ ເຊິ່ງບາງພື້ນທີ່ມີອຸນຫະພູມ ສູງເຖິງ 42-43.5 ອົງສາ ຖືເປັນສະຖິຕິ ທີ່ຮ້ອນທີ່ສຸດ ໃນລາວປີນີ້ ເຮັດໃຫ້ພືດຜັກຕາຍ ສົ່ງຜົລເສັຍຫາຍໃຫ້ຊາວສວນ.

ສະພາບອາກາດ ທີ່ເຣີ່ມຮ້ອນອົບເອົ້າ ເຂດພາກເໜືອຂອງລາວ ໃນເດືອນເມສາ ປີ 2023. ນັກຂ່າວ ພົລເມືອງ

ຕັ້ງແຕ່ຕົ້ນເດືອນພຶສພາ ມານີ້ປະເທດລາວ ປະເຊີນກັບສະພາບອາກາດຮ້ອນ ເອົ້າຮຸນແຮງຈົນເຮັດໃຫ້ເກີດຜົລກະທົບ ຕໍ່ການດຳຣົງຊີວິດ ຂອງປະຊາຊົນ ແລະການທ່ອງທ່ຽວ ລາວໃນບາງພື້ນທີ່. ຂະນະທີ່ກົມອຸຕຸນິຍົມ ແລະ ອຸທົກກະສາດ ໄດ້ຣາຍງານ ວ່່າະລະຫວ່າງວັນທີ 4-6 ພຶສພາ 2023 ທີ່ຜ່ານມານັ້ນຫຼາຍແຂວງຢູ່ພາກເໜືອ ຂອງລາວມີອຸນຫະພູມ ສູງເຖິງ 42-43.5 ອົງສາ ຖືເປັນສະຖິຕິ ທີ່ຮ້ອນທີ່ສຸດ ໃນລາວປີນີ້.

ຈາກສະພາບ ອາກາດຮ້ອນເອົ້າຮຸນ ແຮງໃນໄລຍະນີ້ ໄດ້ສົ່ງຜົລກະທົບຕໍ່ພຶດຜົລ ທາງການກະເສດໜັກພໍສົມຄວນ ໂດຍສະເພາະການປູກມັນຕົ້ນ ເນື່ອງຈາກດິນຮ້ອນ ແລະຂາດຄວາມຊື້ນ ເຮັດໃຫ້ມັນຕົ້ນເຕີບໂຕຊ້າ, ບາງຕົ້ນກາແຫ່ວຕາຍ ຍ້ອນແດດແຮງ.

ດັ່ງຊາວກະສິກອນ ປູກມັນຕົ້ນ ຢູ່ໃນແຂວງວຽງຈັນ ກ່າາວຕໍ່ວິທຍຸ ເອເຊັຽ ເສຣີ ໃນວັນທີ 09 ພຶສພາ 2023 ນີ້ວ່າ:

ມັນຕາຍຊ່ວງນີ້ຫັ້ນ ມັນແລ້ງຫາມັນມາແຊມຢູ່ດຽວນີ້ ກາດິນກາຮ້ອນໝົດ ເຮົາໄປຈັບໄປໄຖ ມັນກາຮ້ອນດິນບໍ່ມີຄວາມຊື້ນເລີຍຫັ້ນນ່າ ແຕ່ວ່າສ່ວນຫຼາຍມັນກາ ຢາກຕາຍໝົດເນາະ ມັນຝົນບໍ່ຕົກໃສ່ເຮົາຊ່ອຍມ້ອຍຢູ່ຝົນກະ.

ຊາວກະສິກອນ ກ່າວຕື່ມວ່າທັມມະຊາຕ ຂອງມັນຕົ້ນແມ່ນສາມາດປູກ ແລະ ເຕີບໂຕໃນສະພາບ ອາກາດຮ້ອນ ໄດ້ໂດຍບໍ່ເປັນບັນຫາ ແຕ່ດ້ວຍສະພາບອາກາດ ຮ້ອນຮຸນແຮງ ໃນໄລຍະນີ້ ບວກກັບບໍ່ມີຝົນຕົກຕໍ່ເນື່ອງຫຼາຍສັບປະດາ ເຮັດໃຫ້ສະພາບຂອງດິນຂາດ ຄວາມຊື້ນ ສົ່ງຜົລໃຫ້ມັນຕົ້ນ ແລະພືດຜັກແຫ່ວຕາຍ.

ຊາວກະສິກອນລາວ ຢູ່ເມືອງສອງຄອນ ແຂວງສວັນນະເຂດ ກ່າວວ່າ ສະພາບອາກາດຮ້ອນຮຸນແຮງ ເຮັດໃຫ້ພືດຜັກ ແລະການປູກມັນຕົ້ນ ແຫ່ວຕາຍ ຫຼາຍສົມຄວນ ເນື່ອງຈາກດິນແຫ້ງ ຂາດຄວາມຊື້ນ ແລະແຫຼ່ງນໍ້າຕາມທັມມະຊາຕ ກໍແຫ້ງຂອດໄປຈົນໝົດ.

ດັ່ງຊາວກະສິກອນ ຜູ້ນີ້ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ດຽວກັນນີ້ວ່າ:

“ສ່ວນໃຫຍ່ນີ້ ມີແຕ່ປູກມັນຕົ້ນດຽວນີ້ຫັ້ນ ນໍ້າບໍ່ພຽງພໍແຫຼ່ງນໍ້ານີ້ ກາຍາກນາແຊງ ນາແລ້ງກາຍັງແຫ້ງແລ້ງ ອີກກະທຶກຢູ່ ດຽວນີ້ສນອງນໍ້າຍາກ.”

ຊາວກະສິກອນ ນາງນຶ່ງ ຢູ່ບ້ານນາເຄືອ ເມືອງປາກກະດິງ ແຂວງບໍຣິຄຳໄຊ ກ່າວກັບວິທະຍຸ ເອເຊັຽ ເສຣີ ໃນວັນທີ່ 6 ພຶສພາ 2023 ນີ້ວ່າ:

"ປີນີ້ ປູກມັນຕົ້ນສອງເທື່ອແລ້ວ; ເທື່ອທີ່ນຶ່ງ ປູກເມື່ອສອງເດືອນກ່ອນ ປູກແລ້ວ ຝົນບໍ່ຕົກ ແລະ ຮ້ອນຫຼາຍ ມັນຕົ້ນເລີຍຕາຍ ໝົດ; ມາຮອດຕົ້ນເດືອນນີ້ ປູກອີກເປັນເທື່ອທີ່ສອງ ຝົນຕົກສອງເທື່ອ ແຕ່ບໍ່ແຮງ ແລະອາກາດກໍຍັງຮ້ອນຫຼາຍ; ລໍຖ້າຝົນຮ່າໃຫຍ່ ຖ້າບໍ່ຕົກພາຍໃນອາທິດ ຫຼື ສອງອາທິດ ມັນຕົ້ນກໍອາດຈະຕາຍອີກ. ປີນີ້ ອາກາດຕັ້ງຜິດປົກກະຕິ ທັງຮ້ອນ ແລະ ແຫ້ງແລ້ງ ຕາມທັມມະດາ ຝົນຈະຕົກຫຼັງຈາກບຸນປີໃໝ່ລາວ."

ຊາວກະສິກອນ ປູກຜັກກະລໍ່າປີ ໃນເມືອງປາກຊ່ອງ ແຂວງຈຳປາສັກກ່າວວ່າ ເນື້ອທີ່ປູກພືດຜັກຂອງຊາວບ້ານ ເກີດສະພາບແຫ່ວຕາຍ ແລະຂາດຄວາມຊື້ນ ພາຍຫຼັງທີ່ສະພາບ ອາກາດຮ້້ອນເອົ້າ ຮຸນແຮງ. ທ່ານເອງ ປູກຜັກກະລໍ່າ ທັງໝົດ 2 ເຮັກຕ້າຣ໌ ແຕ່ທົນຕໍ່ກັບສະພາບແດດບໍ່ໄດ້ ຈົນເຮັດໃຫ້ຜັກກະລໍ່າແຫ່ວຕາຍເກືອບ 1 ເຮັກຕ້າຣ໌.

ດັ່ງຊາວກະສິກອນ ຜູ້ນີ້ກ່າວ ຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ດຽວກັນນີ້ວ່າ:

ໂອຍຕາຍໝົດ ຫຼາຍພືດ ຕາຍໝົດນ່າກາເຟ ຍັງຕາຍ ແດດຮ້ອນ ຝົນບໍ່ມີ ບໍ່ໃຫ້ເວົ້າແລ້ວ ຫຼຸບແລ້ວຕົ້ນທຶນພັດສູງ ພືດພັນກາແພງ ປຸຍແພງປູກໄປ ແລ້ວນໍ້າຝົນ ບໍ່ມີ ບໍ່ເຄີຍເຫັນມາກ່ອນ ວ່າຊັ້ນ ວ່າພັຍແຫ້ງແລ້ງໜັກໜ່ວງ.

ເຈົ້າຂອງ ຟາມຜັກ ອໍແກນິກ ໃນນະຄອນຫຼວງວຽງຈັນ ກ່າວວ່າການປູກຜັກ ອໍແກນິກ ໃຫ້ງາມຕ້ອງປູກດ້ວຍສະພາບອາກາດ ທີ່ເໝາະສົມ ບໍ່ໜາວ, ບໍ່ຮ້ອນຈົນເກີນໄປ ແຕ່ໄລຍະນີ້ ສະພາບອາກາດຮ້ອນ ເອົ້າທີ່ສຸດ ເຮັດໃຫ້ຜັກ ອໍແກນິກ ທີ່ປູກໄວ້ເກີດ ສະພາບແຫ່ວຕາຍ ແລະບາງຕົ້ນກໍເຕີບໂຕ ຊ້າເກີດຄວາມເສຍຫາຍໜັກສົມຄວນ ເພາະບໍ່ສາມາດເກັບຜົລຜລິດ ຂາຍໃຫ້ລູກຄ້າໄດ້ຕາມເປົ້າໝາຍ.

ດັ່ງເຈົ້າຂອງຟາມ ຜັກຜູ້ນີ້ກ່າວຕໍ່ ວິທຍຸເອເຊັຽ ເສຣີ ໃນມື້ດຽວກັນນີ້ວ່າ:

ໂຕເຮົາລົງແປງຜັກ ແລ້ວຫັ້ນບໍ່ຕາຍແຕ່ວ່າ ບາງຕົ້ນກາບໍ່ໃຫຍ່ໂຕເບັ້ຍ ມັນຫັ້ນກະຕາຍຢູ່ ເພາະວ່າມັນຮ້ອນຫຼາຍ ອາກາດມັນກະລວກ ເຮົາອາໄສ ຫົດນໍ້າໜ້ອຍໆ ແຕ່ວ່າເຮົາຫົດຫຼາຍເທື່ອ ເຈົ້າເພາະວ່າອາກາດຮ້ອນແຮງ ແຕ່ວ່າຜົລເສັຍຫາຍ ບໍ່ຊ່ວງນີ້ກາຫຼາຍຢູ່.

ນອກຈາກນີ້ ສະພາບອາກາດຮ້ອນເອົ້າ ແລະແດດແຮງ ຍັງສົ່ງຜົລກະທົບ ຕໍ່ການທ່ອງທ່ຽວ ໃນຫຼາຍພື້ນທີ່ໂດຍສະເພາະ ໃນນະຄອນຫຼວງພຣະບາງ ເມືອງມໍຣະດົກໂລກ ຊຶ່ງມີນັກທ່ອງທ່ຽວ ພາຍໃນ ແລະຕ່າງປະເທດ ມາທ່ອງທ່ຽວ ເປັນຈຳນວນຫຼາຍ ບໍ່ຄ່ອຍຄຶກຄັກປານໃດ ໃນຕອນກາງເວັນ ເຮັດໃຫ້ສະພາບການຄ້າຂາຍ ສິນຄ້າ ງຽບເຫງົາ ສ່ວນຍາມແລງໄປຫາກາງຄືນ ນັກທ່ອງທ່ຽວ ແມ່ພາກັນອອກມາທ່ຽວ ແລະຫາແນວກິນ ເປັນຈຳນວນຫຼາຍ.

ດັ່ງເຈົ້າໜ້າທີ່ ຂແນງການທ່ອງທ່ຽວ ແຂວງຫຼວງພຣະບາງ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ດຽວກັນນີ້ວ່າ:

“ນັກທ່ອງທ່ຽວ ກະຊິຫຼຸດລົງໜ້ອຍນຶ່ງ ແຕ່ກວ່າກະຫາກຊິບໍ່ຫຼາຍປານໃດ ເຈົ້າແຕ່ວ່າເພິ່ນບໍ່ໄດ້ເກັບກຳສະຖິຕິ ແຂກຈີນ ແຂກຫຍັງ ກາອອກມາ ແຕ່ວ່າຢູ່ໃນໂຕເມືອງ ກາບໍ່ຄ່ອຍຄືເຈົ້າຮູ້ແຫຼະ ມັນອາກາດຮ້ອນຫຼາຍ ຄືວ່າຫັ້ນແຫຼະ.”

ຖນົນໃນນະຄອນຫຼວງພຣະບາງ ທີ່ມີນັກທ່ອງທ່ຽວບາງຕາ ໃນເດືອນມີນາ ປີ 2023. Courtesy.

ກົມອຸຕຸນິຍົມ ແລະ ອຸທົກກະສາດ ໄດ້ຣາຍງານຕື່ມວ່າ ໂດຍທົ່ວໄປສະພາບອາກາດຮ້ອນ ເອົ້າຈະແຜ່ຂຍາຍ ໃນທົ່ວປະເທດລາວ ປະມານ 40 ອົງສາ ແຕ່ສະເພາະພາກເໜືອ ຈະມີອຸນຫະພູມສູງເຖິງ ປະມານ 42 ອົງສາ ເປັນຕົ້ນແຂວງຫຼວງນໍ້າທາ, ບໍ່ແກ້ວ, ອຸດົມໄຊ, ຫຼວງພຣະບາງ ແລະ ໄຊຍະບູຣີ.

ກົມອຸຕຸນິຍົມ ແລະ ອຸທົກກະສາດ ຍັງໄດ້ພະຍາກອນອາກາດ ໃນລະຫະວ່າງ ວັນທີ 09-10 ພຶສພາ 2023 ວ່າ ປະເທດລາວຈະມີຝົນຕົກ ໃນບາງພື້ນທີ່ຂອງປະເທດ ແລະມີຟ້າຮ້ອງ ຟ້າເຫຼື້ອມ ໃນລະດັບຄ່ອຍ ຫາ ປານກາງ ຢູ່ທົ່ວໄປ ແລະ ຕົກໃນລະດັບປານກາງ ພ້ອມມີລົມພັດແຮງ ຢູ່ບາງທ້ອງຖິ່ນ ໃນແຂວງພາກເໜືອ ແລະພາກກາງ ຊຶ່ງຈະຊ່ອຍຫຼຸດອຸນຫະພູມລົງ ບໍ່ໃຫ້ອາກາດຮ້ອນເອົ້າ ຈົນເກີນໄປ.

ຄະນະກັມມາທິ ການແມ່ນໍ້າຂອງ ສາກົລ ຫຼື MRC ໄດ້ຣາຍງານ ກ່ຽວກັບກາປ່ຽນແປງ ຂອງດິນຟ້າອາກາດ ໃນປັດຈຸບັນວ່າ ອາກາດຢູ່ລາວ ຮ້ອນຫຼາຍ, ຮ້ອນເກີນ 40 ອົງສາ ເກືອບທຸກມື້ ແລະ ຄາດຄະເນວ່າ ອາກາດຈະຮ້ອນຂຶ້ນຕື່ມອີກ ໃນລະຫວ່າງ 0.4 ອົງສາ ເຖິງ 3.3 ອົງສາ ໃນອີກ 50 ປີຕໍ່ໜ້າ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org