ການສ້າງເຂື່ອນໃສ່ແມ່ນໍ້າຂອງ ຖືກ ຕິຕຽນ
2015.02.05

ເວລາ ຜ່ານໄປ ບໍ່ຮອດ ນຶ່ງ ອາທິດ ພາຍຫລັງ ທາງການ ລາວ ປະກາດ ສິດ ອະທິປະຕັຍ ຂອງຕົນ ໃນການ ສ້າງ ເຂື່ອນ ໃສ່ ແມ່ນໍ້າ ຂອງ ໂດຍ ບໍ່ໃສ່ໃຈ ວ່າ ປະເທດ ເພື່ອນບ້ານ ຈະ ຮຽກຮ້ອງ ແນວໃດ ກໍຕາມ, ໂຄງການ ລິເລີ້ມ ລຸ່ມ ແມ່ ນໍ້າຂອງ ທີ່ ມີ ຊື່ຫຍໍ້ ວ່າ LMI ຂອງ ສະຫະຣັຖ ໄດ້ຈັດ ກອງປະຊຸມ ພິເສດ ຂຶ້ນ ທີ່ ເມືອງ ປາກເຊ ແຂວງ ຈໍາປາສັກ ເພື່ອ ຢໍ້າເຖິງ ຄວາມ ສໍາຄັນ ຂອງ ທາງ ນໍ້າໄຫລ ທີ່ ຍືນຍົງ, ຕາມ ບົດຄວາມ ຢູ່ໃນ ຣາຍງານ ຂ່າວ ພະນົມເປັນ ໂພັສ.
ກອງ ປະຊຸມ 2 ວັນ ທີ່ ປິດລົງ ໃນ ວັນທີ 3 ກຸມພາ ນີ້ ຣາຍງານ ວ່າ ສະຫະຣັຖ ເອົາ ບາດກ້າວ ເດີນໜ້າ ເພື່ອ ຂັບເຄື່ອນ ພູມີພາກ ອອກຈາກ ເສັ້ນທາງ ການ ຟ້າວຟັ່ງ ສ້າງ ເຂື່ອນ. ຖ້ອຍ ຖແລງ ຂອງ ຄນະ ຜູ້ຕາງໜ້າ ສະຫະຣັຖ ໃນ ກອງ ປະຊຸມ ແຈ້ງວ່າ ຄວາມ ອຸດົມ ສົມບູນ ຂອງ ແມ່ ນໍ້າຂອງ ມີ ຄວາມ ຈໍາເປັນ ສໍາລັບ ການ ພັທນາ ເສຖກິດ ໃຫ້ ເຕີບໃຫຍ່ ແລະ ການພັທນາ ທີ່ ຍືນຍົງ ຂອງ ພູມີພາກ. ຢູ່ ປະເທດ ກໍາພູຊາ ນໍ້າຂອງ ໄດ້ ຈຸນເຈືອ ເກື້ອກຸນ ນາໆ ຊີວະພັນ ຢູ່ ໃນ ສາຂາ ນໍ້າຕ່າງໆ ທີ່ ໃຫ້ ອາຫານ ແກ່ ຜູ້ຄົນ ເຖິງ 60 ສ່ວນຮ້ອຍ ຂອງ ພົລເມືອງ ໃນ ທົ່ວປະເທດ.
ໃນ ຖແລງການ ໄດ້ ອ້າງເຖິງ ຄໍາເວົ້າ ຂອງ ຣັຖມົນຕຣີ ການຕ່າງ ປະເທດ ສະຫະຣັຖ ທ່ານ ຈອນ ແຄຣີ ທີ່ ກ່າວວ່າ: ການພັທນາ ເຂື່ອນ ໄຟຟ້າ ນໍ້າຕົກ ແບບ ບໍ່ຍືນຍົງ ຢ່າງ ຟ້າວຟັ່ງ ເປັນ ການ ທໍາລາຍ ຄວາມ ຕ້ອງການ ດ້ານ ອາຫານ ແລະ ນໍ້າ ຂອງ ຜູ້ຄົນ ຫລາຍລ້ານ ທີ່ ຕ້ອງ ເພິ່ງພາ ແມ່ ນໍ້າຂອງ.
ຄໍາເວົ້າ ຂອງ ທ່ານ ແຄຣີ ແລະ ຖ້ອຍຖແລງ ຂອງ ຄນະ ຜູ້ແທນ ຈາກ ກະຊວງ ການ ຕ່າງ ປະເທດ ສະຫະຣັຖ ບໍ່ໄດ້ ເຈາະຈົງ ໃສ່ ເຂື່ອນ ດອນ ສະໂຮງ ໃນລາວ ທີ່ ມີຫລາຍ ປະເພດ ບໍ່ເຫັນພ້ອມ ນໍາ, ແຕ່ ສູນ ສຶກສາ ຍຸທສາຕ ທີ່ມີ ສໍານັກງານ ຢູ່ ສະຫະຣັຖ ໂຄງການ ລິເລີ້ມ ລຸ່ມ ແມ່ນໍ້າຂອງ LMI ແລະ ໂຄງການ ສ້າງ ເຂື່ອນ ດອນສະໂຮງ ເປັນ ແນວໜ້າ ຕ້ານຢັນ ກັນ ໃນການ ເຮັດໃຫ້ ການພັທນາ ແມ່ນໍ້າຂອ ງມີ ຄວາມ ຍືນຍົງ.