ຂ.ຈໍາປາສັກຂໍບໍຣິຈາກຊ່ວຍ ຜູ້ປະສົພພັຍ

ຄວາມອຸດົມສົມບູນ ຂອງແຂວງຈໍາປາສັກ ໃນຍາມປາສຈາກ ພັຍທັມມະຊາດ
ຄວາມອຸດົມສົມບູນ ຂອງແຂວງຈໍາປາສັກ ໃນຍາມປາສຈາກ ພັຍທັມມະຊາດ (Visit mekong)

0:00 / 0:00

ເຈົ້າໜ້າທີ່ແຂວງຈໍາປາສັກເປີດເຜີຽວ່າ ແຜນການຊ່ວຍເຫລືອຜູ້ປະສົບພັຍນໍ້າຖ້ວມຂອງແຂວງ ໃນຕໍ່ໜ້ານີ້ຈະໄດ້ໃຫ້ພະນັກງານຣັຖກອນໃນ ທົ່ວແຂວງປະກອບສ່ວນບໍຣິຈາກເງິນຊ່ວຍ ເຫລືອປະຊາຊົນຜູ້ໄດ້ຮັບເຄາະຮ້າຍຍ້ອນວ່າ ປັດຈຸບັນນີ້ງົບປະມານ ຊ່ວຍເຫລືອຈາກທາງການ ຈາກອົງການສາກົນ ແລະເອກຊົນ ບໍ່ພຽງພໍ:

"ສໍາລັບງົບປະມານ ທີ່ຈະໃຊ້ເຂົ້າໃນການຊ່ວຍເຫລືອສຸກເສີນ ແລະຟື້ນຟູປະຊາຊົນ ທີ່ຖືກຜົນກະທົບ ຫັ້ນ ຕ້ອງໄດ້ມີການປະກອບສ່ວນ ຈາກພະນັກງານຣັຖກອນ ລະດົມຄວາມເປັນ ເອກກະພາບ ຂອງພະນັກງານຣັຖກອນເຮົານີ້ ກໍແມ່ນຜູ້ນຶ່ງ 20,000 ກີບ ຖືວ່າຣັຖກອນ ຢູ່ແຂວງຈໍາປາສັກ ຂອງພວກເຮົາທັງໝົດ ຕັ້ງແຕ່ ພະນັກງານທະຫານ ຕໍາຣວດ ຕ້ອງໄດ້ ປະກອບສ່ວນຊ່ວຍເຫລືອສັງຄົມ".

ແຂວງຈໍາປາສັກເປັນແຂວງທີ່ໄດ້ຮັບຄວາມເສັຽຫາຍໜັກຈາກພັຍນໍ້າຖ້ວມທີ່ເລີ້ມຕັ້ງແຕ່ວັນທີ່ 17 ກັນຍາເປັນຕົ້ນມາ. ມີ 220 ບ້ານໃນເຂດ 10 ເມືອງຖືກນໍ້າຖ້ວມ, ປະຊາຊົນ 9,000 ກວ່າຄອບຄົວໄດ້ຮັບຜົນກະທົບ ມີຜູ້ເສັຽຊີວິດ 3 ຄົນ ໄຮ່ນາປູກເຂົ້າ 10,000 ເຮັກຕາ ຈົມຢູ່ ພື້ນນໍ້າ. ຄວາມຕ້ອງການຮີບດ່ວນ ຂອງຜູ້ປະສົບພັຍຄືອາຫານການກິນນໍ້າດື່ມ ຕ້ອງການ ສ້ອມແປງເຮືອນ ຫ້ອງການ ແລະໂຮງຮຽນ ທີ່ເປ່ເພ.

ກ່ຽວກັບເຣື້ອງໃຫ້ ພະນັກງານຣັຖກອນ ບໍຣິຈາກເງິນຊ່ວຍເຫລືອນີ້ ພະນັກງານຣັຖ ເມືອງບາຈຽງຈະເຣີນສຸກຄົນນຶ່ງເວົ້າວ່າ ມັນກໍຢາກຝືດ ເຄືອງແດ່ ເພາະວ່າ ພະນັກງານໄດ້ເງິນເດືອນຊ້າ ຕັ້ງແຕ່ເດືອນ 7 ພຸ້ນ ແຕ່ຖ້າວ່າມີທ່າແຮງແນວໃດ ກໍຈະປະກອບສ່ວນ ຊ່ວຍນໍ້າແກັດ ນຶ່ງສອງແກັດ ເພື່ອໃຫ້ເພິ່ນນໍາໄປ ແຈກຢາຍປະຊາຊົນ ກໍຍັງເປັນການດີຫລາຍ.