ປະຊາຊົນຮຽກຮ້ອງເຣື້ອງ ຖນົນ ບໍ່ແລ້ວ

ໄຊຍາ
2018.12.04
F-Tanmixay ເສັ້ນທາງເຂດ ບ້ານຕານມີໄຊ ຫາ ບ້ານສີເກີດ ນະຄອນຫຼວງວຽງຈັນ ທີ່ມີໂຄງສອບແປງ ແຕ່ປີ 2016
RFA/AS

ປະຊາຊົນຮຽກຮ້ອງໃຫ້ທາງການ ເອົາໃຈໃສ່ກໍ່ສ້າງ ແລະສ້ອມແປງເສັ້ນທາງທີ່ເປ່ເພ ຍ້ອນປັດຈຸບັນຫຼາຍເສັ້ນທາງ ການກໍ່ສ້າງຍັງຄ້າງຄາ ໂດຍສະເພາະ ໃນເຂດນະຄອນຫລວງວຽງຈັນ ທີ່ບາງເສັ້ນທາງມີການກໍ່ສ້າງແຕ່ບໍ່ແລ້ວທັນ ຕາມແຜນການ ເຮັດໃຫ້ເກີດຜົລກະທົບ ຕໍ່ ປະຊາຊົນຢ່າງຫລວງຫລາຍ. ດັ່ງປະຊາຊົນ ທ່ານນຶ່ງກ່າວວ່າ:

"ໂອ້ຢາກໃຫ້ພັທນາທີ່ສຸດເລີຍ ກໍ່ຜົລກະທົບຫລາຍເດ້ ກະທົບນຶ່ງມາ ກໍການຂັບຂີ່ລະເນາະ ມັນກໍມີອຸບັດຕິເຫດແມ່ນຫຍັງສິ ຕລອດພາໃຫ້ ຄົນເຈັບຄົນຕາຍ ກໍຫລາຍກໍຢາກໃຫ້ສ້າງໃຫ້ດີໆ ກໍຮຽກຮ້ອງໃຫ້ເພິ່ນ ຢາກໃຫ້ສ້າງໃຫ້ດີທີ່ສຸດ ສ້າງກໍຢາກໃຫ້ມິ ຄຸນນະພາບເນາະ ຖ້າໄດ້ ສ້າງໄດ້ລົງທຶນໄປແລ້ວ ບໍ່ແມ່ນສ້າງແລ້ວສອງສາມເດືອນ ແລ້ວເພ ກໍບໍ່ຢາກໃຫ້ເຮັດແບບນັ້ນ."

ປະຊາຊົນທ່ານນີ້ກ່າວຕື່ມວ່າ ບາງເສັ້ນທາງມີການກໍ່ສ້າງໄປແລ້ວເຄິ່ງນຶ່ງກໍປະຖີ້ມໄວ້ ເຮັດໃຫ້ມີຂີ້ຝຸ່ນອັນສ້າງຜົລກະທົບໃຫ້ປະຊາຊົນ ແລະ ຊາວຄ້າຂາຍ ທີ່ຢູ່ຕາມແຄມທາງ, ດັ່ງເຊັ່ນເສັ້ນທາງ ຕານມີໄຊ ຫາ ສີເກີດ ກໍຢາກໃຫ້ທາງການເລັ່ງກໍ່ສ້າງ ໃຫ້ສຳເຣັດໂດຍໄວ.

ກ່ຽວກັບເຣື່ອງນີ້ ທ່ານ ບຸນຈັນ ສີນທະວົງ ຣັຖມົນຕຣີ ກະຊວງໂຍທາທິການ ແລະຂົນສົ່ງ ໄດ້ກ່າວໃນກອງປະຊຸມສໄມສາມັນຄັ້ງທີ 6 ຂອງ ສະພາແຫ່ງຊາດ ຊຸດທີ 8 ເມື່ອວັນທີ 28 ພຶສຈິກາ ຜ່ານມາ ທ່ານ ຍອມຮັບວ່າ ໄລຍະຜ່ານມາ ການກໍ່ສ້າງຖນົນ ຍັງມີຄຸນນະພາບຕໍ່າ ແຕ່ມີມູນຄ່າການກໍ່ສ້າງສູງເກີນ ຄວາມເປັນຈິງ ແລະໃຊ້ເວລາໃນການກໍ່ສ້າງດົນນານ ເນື່ອງຈາກບາງໂຄງການ ບໍ່ຜ່ານການປະມູນ, ການ ອະນຸມັດໂຄງການ ສ່ວນຫລາຍດຳເນີນການ ໂດຍບໍ່ໄດ້ຜ່ານການສຳຣວດ ອອກແບບຣະອຽດ ຜູ້ຮັບເໝົາບໍ່ມີຄວາມ ຮັບຜິດຊອບ ແລະ ນັກວິຊາການຈຳນວນນຶ່ງ ຍັງຂາດຄວາມໂປ່ງໃສ.

ໃນປີ 2017 ຜ່ານມາ ທາງການ ໄດ້ດຳເນີນການກວດກາບັນດາໂຄງການກໍ່ສ້າງ ແລະສ້ອມແປງ ຂົວ-ທາງຕ່າງໆ ພົບວ່າມີ 18 ໂຄງການ ທີ່ມີມູນຄ່າ ສູງເກີນຄວາມເປັນຈິງ ແລະພົບວ່າ ໃນປີ 2018 ມີ 12 ໂຄງການເຊິ່ງຣັຖບານ ໄດ້ດຳເນີນການແກ້ໄຂ ແລະ ສາມາດປະຢັດ ງົບປະມານຂອງຣັຖ ໄດ້ປະມານ 3,560 ຕື້ກີບ ຫລື ປະມານ 410 ລ້ານໂດລາ ສະຫະຣັຖ.

ນອກຈາກນີ້ຍັງຕ້ອງກວດຣາຄາຫົວໜ່ວຍການກໍ່ສ້າງ ແລະສ້ອມແປງພື້ນຖານໂຄງຮ່າງຕ່າງໆ ພ້ອມທັງສັງລວມປື້ມຄູ່ມື ເພື່ອເປັນບ່ອນອີງ ໃຫ້ແກ່ການນໍາ ຂອງແຂວງ ແລະ ນະຄອນຫລວງວຽງຈັນ ຮວມທັງເຈົ້າໜ້າທີ່ ທີ່ກ່ຽວຂ້ອງໃຫ້ສາມາດຕິດຕາມ ກວດກາເປັນເອກພາບ ຊ່ອຍກັນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.