ຊາວບ້ານລັກຂຸດຄໍາ ເສັຽຊີວິດ ຍ້ອນ 4 ຄົນ

ການຂຸດຄົ້ນຄຳ ແບບຊະຍາຍ ບໍ່ໄດຮັບ ອະນຸຍາດ ທີ່ ແຂວງຫລວງພຣະບາງ ຍັງມີມາຢູ່ຕລອດ
ການຂຸດຄົ້ນຄຳ ແບບຊະຍາຍ ບໍ່ໄດຮັບ ອະນຸຍາດ ທີ່ ແຂວງຫລວງພຣະບາງ ຍັງມີມາຢູ່ຕລອດ (ຮູບຈາກ : ນັກຂ່າວພົລເມືອງ)

0:00 / 0:00

ເມື່ອເວລາ 4 ໂມງແລງ ຂອງວັນທີ 23 ກັນຍາ 2019 ໄດ້ມີຊາວບ້ານ ທີ່ໄປລັກຂຸດຄໍາຢູ່ເຂດຜາປົ່ນ ເມືອງປາກອູ ແຂວງຫຼວງພຣະບາງ ເສັຽຊີວິດ 4 ຄົນ ຍ້ອນໄດ້ເອົາຈັກດູດນໍ້າລົງໄປຊ່ວຍ ຂຸດຄໍາໃນຮູໃຕ້ດິນ. ຈັກດູດນໍ້າເຮັດໃຫ້ມີຄວັນໄອເສັຽຫຼາຍ ຈຶ່ງຂາດອາກາດ ຫາຍໃຈ. ນັ້ນເປັນເຫດການ ເທື່ອທີ 2 ທີ່ມີຊາວ ບ້ານເສັຽຊີວິດ ຍ້ອນການຂຸດຄໍາ ຢູ່ເຂດດັ່ງກ່າວ ໃນປີນີ້, ອີງຕາມຄໍາເວົ້າ ຂອງເຈົ້າໜ້າທີ່ຫ້ອງການ ປ້ອງກັນຄວາມສງົບ ເມືອງປາກອູ ຕໍ່ RFA ໃນ ມື້ວັນທີ 27 ກັນຍາ ນີ້.

"ສາເຫດພວກເຮົາໄປກວດກາ ເບື້ອງຕົ້ນ ແລະແມ່ນຂະເຈົ້າຂຸດຄົ້ນ ໄປມັນເລິກມັນມີນໍ້າແລ້ວ ຂະເຈົ້າເອົາຈັກດູດນໍ້ານີ້ໄປຕິດ ຢູ່ໃນຫັ້ນ ຕິດຢູ່ໃນແລ້ວ ມີຄວັນຫລາຍ ຄົນເຂົ້າໄປແລ້ວກະທົບໃສ່ຄວັນຫັ້ນ ແລ້ວລະຫາຍໃຈບໍ່ໄດ້ ຂາດອາກາດແລ້ວກະເລີຍ ເສັຽຊີວິດ ຫັ້ນນະ."

ທ່ານກ່າວຕື່ມວ່າ ຊາວບ້ານເສັຽຊີວິດ ຍ້ອນໄປລັກຂຸດຄໍາໃນຄັ້ງນີ້ ແມ່ນເປັນເຫດເສົ້າສລົດໃຈ ຄັ້ງທີ່ 2 ຂອງປີນີ້ ຊຶ່ງກ່ອນໜ້ານີ້ ຄືເມື່ອວັນທີ 7 ເມສາ ຜ່ານມາ ກໍເກີດເຫດຊາວບ້ານ ທີ່ໄປລັກຂຸດຄໍາ ໃນເຂດດັ່ງກ່າວ ຖືກດິນເຈື່ອນທັບເສັຽຊີວິດ 3 ຄົນ ແລະ ບາດເຈັບອີກ 9 ຄົນ.

ທີ່ຜ່ານມາເຈົ້າໜ້າທີ່ ຕໍາຣວດ ແລະ ເຈົ້າໜ້າທີ່ປົກຄອງບ້ານ ກໍພຍາຍາມກວດກາ ບໍ່ໃຫ້ຊາວບ້ານ ໄປຂຸດຄໍາໃນພື້ນທີ່ ທີ່ເປັນອັນຕຣາຍນັ້ນ ແຕ່ກໍຍັງມີຜູ້ຝ່າຝືນ ລັກເຂົ້າໄປຂຸດ ເພື່ອເອົາໄປຂາຍ ພໍມີຣາຍໄດ້ ລ້ຽງຄອບຄົວ ຍ້ອນສ່ວນໃຫຍ່ ເປັນຜູ້ບໍ່ມີ ວຽກງານເຮັດ.

ຫຼັງຈາກເກີດເຫດຄົນເສັຽຊີວິດ 2 ຄັ້ງ 7 ຄົນ, ທາງເຈົ້າໜ້າທີ່ ກໍເພີ່ມການກວດກາ ແລະຈັດຕັ້ງເວນຍາມ ທັງກາງເວັນແລະກາງຄືນ ເພື່ອ ບໍ່ໃຫ້ມີຄົນໄປລັກຂຸດຄໍາໄດ້ອີກ.

ຢູ່ເຂດບ້ານຜາປົ່ນ ປັດຈຸບັນ ມີບໍຣິສັດຈີນ ທຽນຈິນຮົວຄານ ເຂົ້າມາຕັ້ງໂຮງງານ ຂຸດຄົ້ນຄໍາ ສົ່ງອອກໄປຈີນ ຕັ້ງແຕ່ປີ 2018 ມາ ໄລຍະ ສໍາປະທານ 50 ປີ, ແຕ່ເຈົ້າໜ້າທີ່ ເວົ້າວ່າເຂດທີ່ຊາວບ້ານ ເຂົ້າໄປລັກຂຸດຄໍານັ້ນ ຢູ່ນອກພື້ນທີ່ ສໍາປະທານ ຂອງ ບໍຣິສັດ ຈີນ.